Homeຂ່າວພາຍ​ໃນອັດຕະປື ພົບຜູ້ປະລະການຮຽນ 5,000 ກວ່າຄົນ ພ້ອມເລັ່ງຊຸກຍູ້ສູ່ຕະຫຼາດແຮງງານ

ອັດຕະປື ພົບຜູ້ປະລະການຮຽນ 5,000 ກວ່າຄົນ ພ້ອມເລັ່ງຊຸກຍູ້ສູ່ຕະຫຼາດແຮງງານ

Published on

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫລຸບວຽກງານຈຸດບໍລິການຈັດຫາງານພາຍໃນ ແລະ ແກ້ໄຂບັນຫາຂາດແຮງງານຂອງແຂວງອັດຕະປື 6 ເດືອນຕົ້ນປີ 2026 ແລະ ແຜນສືບແກ້ໄຂບັນຫາການຂາດແຄນແຮງງານ ແລະ ຄວາມຕ້ອງການແຮງງານ ໃນວັນທີ 20 ສິງຫາ 2026 ທີ່ ແຂວງອັດຕະປື, ໂດຍການເຂົ້າຮ່ວມຂອງທ່ານ ນາງ ພອນມະນີ ຂຽນໄຊຍະວົງ ກຳມະການພັກແຂວງ ຫົວໜ້າພະແນກ ຮສສ ແຂວງ, ມີບັນດາພະແນກການອ້ອມຂ້າງແຂວງ, ຫົວໜ້າຫ້ອງການ ຮສສ 5 ເມືອງ, ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານນາງ ພອນມະນີ ຂຽນໄຊຍະວົງ ກ່າວວ່າ: ເພື່ອເປັນການເພີ່ມຫຼາຍທາງເລືອກ ໃຫ້ແກ່ຜູ້ໃຊ້ແຮງງານໃນການຊອກຫາບຸກຄະລາກອນທີ່ເໝາະສົມທີ່ສຸດສໍາລັບຕົນເອງ ເພື່ອແນໃສ່ເຮັດໃຫ້ຫົວໜ່ວຍ ແຮງງານ ແລະ ຜູ້ອອກແຮງງານທີ່ວ່າງງານໄດ້ມີວຽກເຮັດງານທຳ, ມີລາຍໄດ້ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ, ປະກອບສ່ວນແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືຂອງປະເທດຊາດ.

ທ່ານ ສຸກສະເໜີ ແສນກັນຍາ ຮອງຫົວໜ້າ ພະແນກ ຮສສ ແຂວງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຈຸດບໍລິການຈັດຫາງານພາຍໃນ ແລະ ການແກ້ໄຂບັນຫາຂາດແຮງງານຂອງແຂວງອັດຕະປື ໃນ 6 ເດືອນຕົ້ນປີ 2026  ໂດຍຍົກໃຫ້ເຫັນວ່າ:

ແຂວງອັດຕະປືມີພົນລະເມືອງທັງໝົດ 169,008 ຄົນ, ຍິງ 83,058 ຄົນ, ມີພົນລະເມືອງ ໃນເກນອາຍຸອອກແຮງງານ 15-60 ປີ ມີ 101,307 ຄົນ, ຍິງ 49,753 ຄົນ. ອັດຕາມີສ່ວນຮ່ວມຂອງກໍາລັງແຮງງານ ກວມເອົາ 46.81% ຫຼື ເທົ່າກັບ 47,420 ຄົນ; ໃນນີ້ ຜູ້ມີວຽກເຮັດງານທໍາ 46,282 ຄົນ.

ການອອກແຮງງານ, ກໍາລັງແຮງງານສ່ວນໃຫຍ່ ເຮັດວຽກຢູ່ໃນ 3 ຂົງເຂດຄື:

  1. ຂົງເຂດກະສິກຳ 26,315 ຄົນ ກວມເອົາ 56.8%
  2. ຂົງເຂດ ອຸດສາຫະກຳ 15,242 ຄົນ ກວມເອົາ 32.9%
  3. ຂົງເຂດບໍລິການ 4,725 ຄົນ ກວມເອົາ 10.2%

ມີອັດຕາວ່າງງານ ຂອງແຮງງານ 2.4% ເທົ່າກັບ 1,138 ຄົນ. ທົ່ວແຂວງມີຫົວໜ່ວຍວິສາຫະກິດທັງໝົດ 2,368 ຫົວໜ່ວຍ; ໃນນັ້ນ ຂັ້ນແຂວງຄຸ້ມຄອງມີ 401 ຫົວໜ່ວຍ ແລະ ຂັ້ນເມືອງ 1,976 ຫົວໜ່ວຍ.

ຈຸດບໍລິການຈັດຫາງານແມ່ນ ວຽກງານໜຶ່ງຂອງຂະແໜງແຮງງານ ເຄື່ອນໄຫວໃນການໃຫ້ບໍລິການແກ່ຜູ້ໃຊ້ແຮງງານ, ນາຍຈ້າງ ແລະ ຜູ້ອອກແຮງງານ, ຜູ້ຊອກວຽກ.

ຜ່ານມາການເຄື່ອນໄຫວວຽກງານ ຈັດຕັ້ງປະຕິບັດໄດ້ເກັບກຳຂໍ້ມູນກ່ຽວກັບ ຜູ້ປະລະການຮຽນ ໃນທົ່ວແຂວງ ຊັ້ນມັດທະຍົມຕອນຕົ້ນ-ມັດທະຍົມຕອນປາຍ ນັບແຕ່ປີ 2022-2026 ມີຈຳນວນທັງໝົດ 5,237 ຄົນ, ຍິງ 2,634 ຄົນ.

ກອງປະຊຸມບັນດາຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄໍາເຫັນ ເພື່ອເຮັດໃຫ້ເນື້ອໃນບົດສະຫຼຸບມີ ຄວາມສົມບູນ ແລະ ຖືກຕ້ອງກັບຄວາມເປັນຈິງ ແລະ ເພື່ອເຮັດໃຫ້ທິດທາງແຜນການໃນ 6 ເດືອນທ້າຍປີ 2026 ໃນການຈັດຕັ້ງປະຕິບັດວຽກງານຈຸດບໍລິການຈັດຫາງານພາຍໃນໄດ້ເຂົ້າເຖິງແຮງງານ ແລະ ແກ້ໄຂບັນຫາຂາດແຮງງານຂອງແຂວງອັດຕະປື.

ແຫຼ່ງທີ່ມາ: ຂ່າວສານອອນລາຍ ອັດຕະປື

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...