Homeຂ່າວພາຍ​ໃນທ່ານ ນາຍົກລັດຖະມົນຕີ ລົງຕິດຕາມພື້ນທີ່ນໍ້າຖ້ວມ ແລະ ມອບການຊ່ວຍເຫຼືອປະຊາຊົນ ຢູ່ເມືອງຄົງເຊໂດນ.

ທ່ານ ນາຍົກລັດຖະມົນຕີ ລົງຕິດຕາມພື້ນທີ່ນໍ້າຖ້ວມ ແລະ ມອບການຊ່ວຍເຫຼືອປະຊາຊົນ ຢູ່ເມືອງຄົງເຊໂດນ.

Published on

ໃນຕອນບ່າຍ ວັນທີ 22 ສິງຫາ 2026 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາເບິ່ງສະພາບພື້ນທີ່ນໍ້າຖ້ວມ ແລະ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ປະຊາຊົນ ທີ່ຖືກຜົນກະທົບ ຢູ່ເມືອງຄົງເຊໂດນ, ແຂວງສາລະວັນ ໂດຍມີທ່ານ ດາວວົງ ພອນແກ້ວ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ພ້ອມດ້ວຍຄະນະນຳຂອງ ແຂວງ, ເມືອງ ແລະ ປະຊາຊົນທີ່ຖືກຜົນກະທົບ ໃຫ້ການຕ້ອນຮັບ.

ທ່ານ ສີວິໄລ ສີລາດວງໃຈ, ເລຂາພັກເມືອງ ໄດ້ລາຍງານໃຫ້ຊາບ ກ່ຽວກັບຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ເມືອງຄົງເຊໂດນ ໃນໄລຍະວັນທີ 18-22 ສິງຫາ 2026 ເຫັນວ່າ ມີບ້ານຖືກຜົນກະທົບ 54 ບ້ານ, 4,100 ກວ່າຄອບຄົວ, 18 ພັນກວ່າຄົນ, ເນື້ອທີ່ນາ 4,600 ກວ່າເຮັກຕາ, ສັດໃຫຍ່ 1,900 ກວ່າໂຕ, ສັດປີ 2,600 ກວ່າໂຕ, ໂຮງຮຽນ 7 ແຫ່ງ, ສຳນັກງານຫ້ອງການລັດ 2 ແຫ່ງ, ເສັ້ນທາງ 15 ເສັ້ນ ມີຄວາມຍາວລວມ 43 ກິໂລແມັດ, ເຊິ່ງເມື່ອເກີດສະພາບຄວາມສ່ຽງເກີດນໍ້າຖ້ວມ ທາງອົງການປົກຄອງແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງ ໄດ້ສຸມກຳລັງ, ພາຫະນະ, ຢາປິ່ນປົວພະຍາດ ແລະ ເຄື່ອງໃຊ້ທີ່ຈຳເປັນ ເຂົ້າຊ່ວຍເຫຼືອປະຊາຊົນ ໂດຍສະເພາະ ແມ່ນການຍົກຍ້າຍປະຊາຊົນ, ສັດລ້ຽງ ແລະ ເຄື່ອງຂອງທີ່ຈຳເປັນ ໄປໄວ້ບ່ອນທີ່ປອດໄພ ໄດ້ຢ່າງທັນການ. ປັດຈຸບັນ ລະດັບນໍ້າ ແມ່ນໄດ້ຫຼຸດລົງຈາກມື້ທີ່ຜ່ານມາຫຼາຍສົມຄວນແລ້ວ.

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນຳຂອງແຂວງ, ເມືອງ ແລະ ປະຊາຊົນທີ່ຖືກຜົນກະທົບ ໂດຍໄດ້ສະແດງຄວາມເຫັນອົກເຫັນໃຈ ແລະ ເປັນຫ່ວງເປັນໄຍ ຕໍ່ສະພາບທີ່ເກີດຂຶ້ນ ໂດຍສະເພາະ ຊີວິດການເປັນຢູ່ຂອງປະຊາຊົນ, ພ້ອມທັງ ເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບາງດ້ານ ເປັນຕົ້ນ ໃຫ້ຈັດຕັ້ງເວນຍາມ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ມ້ຽນວັດຖຸສິ່ງຂອງຕ່າງໆໃຫ້ດີ ເພື່ອບໍ່ໃຫ້ມີຜູ້ສວຍໂອກາດມາລັກລອບ; ໃຫ້ກະກຽມແນວພັນພືດ ແລະ ສິ່ງທີ່ຕິດພັນ ເພື່ອທຳການຜະລິດທົດແທນ ໃນໄລຍະທີ່ບໍ່ມີຄວາມສ່ຽງເກີດນໍ້າຖ້ວມອີກ; ພ້ອມກັນຮັກສາສຸຂະອານາໄມ ແລະ ຕິດຕາມສຸຂະພາບຂອງປະຊາຊົນ ຢ່າງໃກ້ຊິດ; ສືບຕໍ່ຕິດຕາມ ແລະ ໃຫ້ການຊ່ວຍເຫຼືອແກ້ໄຂຄວາມຫຍຸ້ງຍາກຕ່າງໆ ຂອງປະຊາຊົນ; ຕິດຕາມສະພາບດິນຟ້າອາກາດ ກໍ່ຄືລະດັບນໍ້າ ຢ່າງໃກ້ຊິດ, ເມື່ອນໍ້າບົກແຫ້ງລົງ ແລະ ເຫັນວ່າ ບໍ່ມີຄວາມສ່ຽງແລ້ວ ຈຶ່ງພາກັນກັບສູ່ບ້ານເຮືອນຂອງຕົນເອງ; ເອົາໃຈໃສ່ຕິດຕາມຊ່ວຍເຫຼືອໃນໄລຍະນໍ້າກຳລັງຖ້ວມ ແລະ ການຟື້ນຟູ ພາຍຫຼັງນໍ້າຖ້ວມ ໃຫ້ໄດ້ຮັບຜົນດີ. ສໍາລັບການການແກ້ໄຂ ໃນໄລຍະຍາວ ແມ່ນໃຫ້ແຂວງ ແລະ ເມືອງ ສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າຈັດສັນທີ່ຢູ່ອາໃສໃຫ້ແກ່ປະຊາຊົນ ທີ່ຢູ່ເຂດຕໍ່າ ແລະ ຖືກນໍ້າຖ້ວມຢ່າງຕໍ່ເນື່ອງ ຄືນໃໝ່ ເພື່ອໃຫ້ມີທີ່ຢູ່ໝັ້ນຄົງຖາວອນ ແລະ ປອດໄພດີ.

ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ມອບເງິນ, ເຄື່ອງອຸປະໂພກ-ບໍລິໂພກ, ຢາ ແລະ ອຸປະກອນການແພດຈຳນວນໜຶ່ງ ໃຫ້ແກ່ອົງການປົກຄອງ ແຂວງສາລະວັນ ແລະ ເມືອງຄົງເຊໂດນ ເພື່ອນຳໄປຊ່ວຍເຫຼືອປະຊາຊົນ ແລະ ແກ້ໄຂຜົນກະທົບ ຈາກໄພພິບັດນໍ້າຖ້ວມ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ພ້ອມກັນນັ້ນ ກໍ່ໄດ້ໄປຕິດຕາມເບິ່ງຄວາມຄືບໜ້າ ໂຄງການກໍ່ສ້າງຂົວຂ້າມນໍ້າເຊໂດນ ແຫ່ງທີ 4 ຕື່ມອີກ.

ອ້າງອີງຈາກ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

 

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...