Homeຂ່າວພາຍ​ໃນເສີນຫຼົງ ແລະ ໄຖ້ຊື່ຫຍິງ ຄວ້າແຊ່ມ ແບດມິນຕັນ ຊູປເປີຣ໌ຊີລີ່ໄຟນອລ໌

ເສີນຫຼົງ ແລະ ໄຖ້ຊື່ຫຍິງ ຄວ້າແຊ່ມ ແບດມິນຕັນ ຊູປເປີຣ໌ຊີລີ່ໄຟນອລ໌

Published on

long

ເສີນຫຼົງ ຄວ້າແຊ່ມ  ຊາຍດ່ຽວ ແບດມິນຕັນ ຊູປເປີຣ໌ຊີລີ່ໄຟນອລ໌   ຫຼັງຈາກການເອົາຊະນະ  ຮ້ານສ໌ ຄຣິສຕຽນຍ໌ ວິດຕິງຮຸສ ຈາກປະເທດເດນມາກ ຂະນະທີ່ ຍິງດ່ຽວ ໄດ້ແກ່ ໄຖ້ຊື່ຫຍິງ ຄວ້າແຊ່ມໄປຄອງ

ແບັດມິນຕັນ ບີດັບເບີນຢູເອຟ ດູໄບ ເວີລດ໌ຊູປເປີຣ໌ ຊີລີ່ໄຟນອລ໌ 2014 ທີ່ສະຫະລັດເອມິເຣດສ໌ ປະເພດຊາຍດ່ຽວ ຮອບ ຊີງຊະນະເລີດ ເສີນ ຫຼົງ ນັກຕີດອກປີກໄກ່

ອັນດັບ 2 ຂອງໂລກຈາກຈີນເອົາຊະນະ ຮານສ໌ຄຣິສຕຽນ ວິດຕິງຮຸສ ນັກຕີດອກປີກໄກ່ອັນດັບ 11 ຂອງໂລກຈາກປະເທດເດນມາກ 2 ເກັມລວດ 21-16 ແລະ 21-10 ຄວ້າແຊ່ມໄປຄອງ

ສ່ວນປະເພດຍິງດ່ຽວໄດ້ແກ່ ໄຖ້ ຊື່ຫຍິງ ນັກຕີດອກປີກໄກ່ສາວອັນດັບ 9 ຂອງໂລກຈາກໄຕ້ຫວັນຕີເອົາຊະນະ ຊຸງ ຈີຮຸນ ມືອັນດັບ 5 ຂອງໂລກຈາກເກົາຫຼີໃຕ້ 2 ​ເກັມລວດ 21-17 ແລະ 21-12​ຄວ້າແຊ່ມຍິງດ່ຽວໄປຄອງໄດ້ສໍາເລັດ

ຂະນະທີ່ປະເພດຊາຍຄູ່ ແຊ່ມເປັນຂອງ ອີ ຍອງ ແດ ແລະ ຍູ ຍອງ ຊອງ ຄູ່ມືອັນດັບ 1​ຂອງໂລກ ຈາກເກົາຫຼີໃຕ້, ດ້ານຍິງຄູ່ ແຊ່ມເປັນຂອງ ມິຊາກິ ມັຕສຸໂຕໂມະ ແລະ ອາຍາ ກະ ທາກາຮາຊິ ຈາກຍີ່ປຸ້ນ ສ່ວນຄູ່ປະສົມຍິ່ງ-ຊາຍ ໄດ້ແກ່ ສາງ ໜານ ແລະ ເສົາ ຫຍຸ່ນຫຼຽຍ ຈາກຈີນ ຄວ້າແຊ່ມໄປຄອງ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...