Homeຂ່າວພາຍ​ໃນອົງການ NASA ເປີດຮັບສະໝັກອາສາສະໝັກ ເຂົ້າຮ່ວມໂຄງການຈຳລອງການໃຊ້ຊີວິດເທິງດາວອັງຄານ ແລະ ດວງເດືອນ ເປັນເວລາ 1 ປີ.

ອົງການ NASA ເປີດຮັບສະໝັກອາສາສະໝັກ ເຂົ້າຮ່ວມໂຄງການຈຳລອງການໃຊ້ຊີວິດເທິງດາວອັງຄານ ແລະ ດວງເດືອນ ເປັນເວລາ 1 ປີ.

Published on

ເພື່ອສຶກສາຜົນກະທົບຕໍ່ຮ່າງກາຍ ແລະ ຈິດໃຈ ກ່ອນການເດີນທາງໄປອະວະກາດຈິງ ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດສະຫະລັດ ຫຼື NASA ໄດ້ປະກາດເປີດຮັບສະໝັກອາສາສະໝັກເພື່ອເຂົ້າຮ່ວມໂຄງການວິໄຈ “Moon and Mars Exploration Analog” ໂດຍຈະໃຫ້ຜູ້ທີ່ຜ່ານການຄັດເລືອກເຂົ້າໄປໃຊ້ຊີວິດ ແລະ ປະຕິບັດພາລະກິດຕັດຂາດຈາກໂລກພາຍນອກເປັນເວລາ 1 ປີເຕັມ ຢູ່ພາຍໃນສະຖານີຈຳລອງທີ່ສ້າງຂຶ້ນດ້ວຍເຕັກໂນໂລຊີການພິມ 3 ມິຕິ (3D-printed habitat) ຢູ່ທີ່ສູນອະວະກາດຈອນສັນ (Johnson Space Center) ໃນເມືອງຮິວສະຕັນ, ລັດເທັກຊັດ.

ພາລະກິດນີ້ມີກຳນົດການເລີ່ມຕົ້ນໃນຊ່ວງເດືອນສິງຫາ ປີ 2027 ໄປຈົນເຖິງປີ 2028. ເປົ້າໝາຍຫຼັກແມ່ນເພື່ອສຶກສາ ແລະ ເກັບກຳຂໍ້ມູນທາງວິທະຍາສາດກ່ຽວກັບການປ່ຽນແປງທາງດ້ານຮ່າງກາຍ, ພຶດຕິກຳ ແລະ ສຸຂະພາບຈິດຂອງມະນຸດ ເມື່ອຕ້ອງຕົກຢູ່ໃນສະພາວະກົດດັນ ແລະ ຖືກຈຳກັດພື້ນທີ່ເປັນເວລາດົນນານ ເຊິ່ງເປັນການກຽມຄວາມພ້ອມໃຫ້ກັບນັກບິນອະວະກາດກ່ອນທີ່ຈະເດີນທາງໄປປະຕິບັດພາລະກິດຈິງຢູ່ເທິງດວງເດືອນ ແລະ ດາວອັງຄານ ໃນອະນາຄົດ.

ຕະຫຼອດໄລຍະເວລາ 1 ປີ ພາຍໃນສະຖານີຈຳລອງ, ອາສາສະໝັກຈະຕ້ອງໄດ້ພົບກັບສະຖານະການຕ່າງໆ ທີ່ຄ້າຍຄືກັບການຢູ່ເທິງດາວອັງຄານແທ້ ເປັນຕົ້ນແມ່ນ:

-ການຈຳລອງສະພາບແວດລ້ອມທີ່ມີຊັບພະຍາກອນ ແລະ ອາຫານຢ່າງຈຳກັດ.

-ການຈຳລອງລະບົບອຸປະກອນ ແລະ ເຄື່ອງມືຂັດຂ້ອງ.

-ການຈຳລອງລະບົບການສື່ສານທີ່ຫຼ້າຊ້າ (Delay) ກັບໂລກພາຍນອກສູງສຸດເຖິງ 22 ນາທີ.

-ການປະຕິບັດພາລະກິດຍ່າງສຳຫຼວດອະວະກາດຈຳລອງ (Simulated Spacewalks) ເທິງຜືນຊາຍສີແດງ, ການຄວບຄຸມຫຸ່ນຍົນ.

-ການບຳລຸງຮັກສາສະຖານີ ແລະ ການທົດລອງປູກພືດເພື່ອເປັນອາຫານ.

ເຖິງຢ່າງໃດກໍຕາມ, ເງື່ອນໄຂໃນການຮັບສະໝັກຂອງ NASA ແມ່ນມີຄວາມເຂັ້ມງວດສູງຫຼາຍ ໂດຍຜູ້ສະໝັກຈະຕ້ອງເປັນພົນລະເມືອງສະຫະລັດອາເມຣິກາ ຫຼື ຜູ້ຖືບັດກຣີນກາດ (Green Card) ທີ່ມີອາຍຸລະຫວ່າງ 30-55 ປີ, ມີສຸຂະພາບຮ່າງກາຍແຂງແຮງ, ບໍ່ສູບຢາ ແລະ ຕ້ອງຈົບການສຶກສາລະດັບປະລິນຍາໂທຂຶ້ນໄປໃນສາຂາວິທະຍາສາດ, ເຕັກໂນໂລຊີ, ວິສະວະກຳສາດ ຫຼື ຄະນິດສາດ (STEM) ພ້ອມທັງມີປະສົບການເຮັດວຽກກົງສາຍ ຫຼື ມີຊົ່ວໂມງບິນໃນຖານະນັກບິນຍົນເຈັດບໍ່ຕໍ່າກວ່າ 1,000 ຊົ່ວໂມງ. ໂດຍຜູ້ທີ່ຜ່ານການຄັດເລືອກທັງໝົດຈະໄດ້ຮັບຄ່າຕອບແທນເປັນເງິນລາງວັນຕະຫຼອດການເຂົ້າຮ່ວມໂຄງການວິໄຈໃນຄັ້ງນີ້.

ອ້າງອີງຈາກ: KornKT, NASA

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...