Homeຂ່າວພາຍ​ໃນປັດຈຸບັນ EDL ມີແຫຼ່ງຜະລິດໄຟຟ້າທີ່ສົ່ງເຂົ້າລະບົບ 110 ແຫ່ງ ລວມກຳລັງຕິດຕັ້ງ 5,075 MW ແລະ ກຳລັງຜະລິດຕົວຈິງສູງສຸດ 2,674 MW.

ປັດຈຸບັນ EDL ມີແຫຼ່ງຜະລິດໄຟຟ້າທີ່ສົ່ງເຂົ້າລະບົບ 110 ແຫ່ງ ລວມກຳລັງຕິດຕັ້ງ 5,075 MW ແລະ ກຳລັງຜະລິດຕົວຈິງສູງສຸດ 2,674 MW.

Published on

ການດຳເນີນທຸລະກິດ 6 ເດືອນຕົ້ນປີ 2026 ຂອງໄຟຟ້າລາວ ມີທ່າອ່ຽງດີຂຶ້ນ ໂດຍລາຍຮັບເຕີບໂຕ 9.4% ທຽບກັບໄລຍະດຽວກັນຂອງປີ 2025 ຈາກການປັບປຸງໂຄງສ້າງລາຄາໄຟຟ້າ, ການຫຼຸດບັນຫາໄຟຕົກ-ໄຟມອດ ແລະ ການຄວບຄຸມລາຍຈ່າຍບໍລິຫານ.

ກອງປະຊຸມສະຫຼຸບການດໍາເນີນທຸລະກິດ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງ ລັດວິສາຫະກິດໄຟຟ້າລາວ ຈັດຂຶ້ນໃນວັນທີ 10-11 ສິງຫາ 2026 ທີ່ສຳນັກງານໃຫຍ່ລັດວິສາຫະກິດ ໄຟຟ້າລາວ (EDL) ໂດຍການເຂົ້າຮ່ວມໂອ້ລົມຂອງ ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ.

ທ່ານ ປອ ອາຄົມເດດ ວົງໄຊ ປະທານສະພາບໍລິຫານ ລັດວິສາຫະກິດໄຟຟ້າລາວ ໄດ້ລາຍງານໂດຍຫຍໍ້ຜົນງານ 6 ເດືອນຕົ້ນປີວ່າ: ໃນປັດຈຸບັນ EDL ມີແຫຼ່ງຜະລິດໄຟຟ້າທີ່ສົ່ງເຂົ້າລະບົບ 110 ແຫ່ງ ລວມກຳລັງຕິດຕັ້ງ 5,075 MW ແລະ ກຳລັງຜະລິດຕົວຈິງສູງສຸດ 2,674 MW. ມີສະຖານີໄຟຟ້າແຮງສູງ 86 ແຫ່ງ ແລະ ລະບົບສາຍສົ່ງ-ຈຳໜ່າຍລວມ 76,474 ກິໂລແມັດ/ວົງຈອນ ມີຈໍານວນໝໍ້ນັບໄຟ ຫຼື ລູກຄ້າ 1,860,889 ໜ່ວຍ ເພີ່ມຂຶ້ນ 1.36% ຈາກທ້າຍປີ 2025.

ຮັບຊື້ໄຟ 9,089 GWh ແລະ ຈຳໜ່າຍ 8,246 GWh:

ໃນ 6 ເດືອນຕົ້ນປີ 2026, EDL ຮັບຊື້ພະລັງງານລວມທັງການນຳເຂົ້າ ແລະ ການຜະລິດເອງ 9,089 GWh, ບັນລຸ 106.62% ຂອງແຜນການ.

ຂະນະທີ່ ສາມາດຈຳໜ່າຍໄຟຟ້າທັງພາຍໃນປະເທດ ແລະ ສົ່ງອອກ ລວມ 8,246 GWh ບັນລຸ 102.90% ຂອງແຜນການ. ພ້ອມກັນນີ້ EDL ຍັງມອບພັນທະໃຫ້ລັດຖະບານລວມ 832 ຕື້ກີບ ໃນໄລຍະ 6 ເດືອນ.

ເລັ່ງໂຄງການ “ນ້ຳງື່ມ 3” ກຳລັງ 480 MW:

ໜຶ່ງໃນໂຄງການສຳຄັນທີ່ EDL ເລັ່ງດຳເນີນການແມ່ນ ເຂື່ອນໄຟຟ້ານ້ຳງື່ມ 3 ກຳລັງຕິດຕັ້ງ 480 MW ເຊິ່ງມີຄວາມຄືບໜ້າ 96.56% ແລ້ວ.

ຕາມແຜນການ ຈະທົດລອງແລ່ນເຄື່ອງຈັກ 1 ໜ່ວຍໃນເດືອນພະຈິກ 2026 ແລະ ຄາດວ່າຈະເລີ່ມຜະລິດໄຟຟ້າເປັນທາງການ (COD) ໃນປີ 2027.

ນອກຈາກນັ້ນ EDL ຍັງມີໂຄງການນ້ຳຫີນບູນ ກຳລັງ 30 MW ທີ່ຢູ່ໃນຂັ້ນຕອນຄັດເລືອກທີ່ປຶກສາ ແລະ ຊອກຫາຜູ້ພັດທະນາລາຍໃໝ່.

ໄດ້ສືບຕໍ່ດໍາເນີນໂຄງການກໍ່ສ້າງສາຍສົ່ງ-ສະຖານີໄຟຟ້າ ທັງໝົດ 4 ໂຄງການ ໃນນັ້ນ ໂຄງການ 500/230 kV ອ້ອມນະຄອນຫຼວງ ມາຮອດປັດຈຸບັນຄືບໜ້າ 92% ໂດຍໄດ້ສໍາເລັດໜ້າວຽກກໍ່ສ້າງສາຍສົ່ງຊ່ວງວຽງແກ້ວ-ໂຄກສະອາດ, ນາຊາຍທອງ-ວຽງແກ້ວ. ປັດຈຸບັນພວມເລັ່ງດໍາເນີນແຜນກໍ່ສ້າງຊ່ວງໂຄກສະອາດ-ດົງໂພສີ ໃຫ້ສໍາເລັດໃນທ້າຍປີ 2026 ເພື່ອເພີ່ມຂີດຄວາມສາມາດໃນການຮັບພະລັງງານຈາກແຫຼ່ງຜະລິດທາງພາກເໜືອ ມາສະໜອງໄຟໃນເຂດນະຄອນຫຼວງວຽງຈັນ ໃຫ້ມີຄວາມຮັບປະກັນຂຶ້ນ.

ຊຸກຍູ້ Solar ແກ້ໄຂບັນຫາໄຟຟ້າບໍ່ພໍ:

ສຳລັບແຜນງານໃນ 6 ເດືອນທ້າຍປີ, EDL ຈະເລັ່ງຊຸກຍູ້ໂຄງການພະລັງງານແສງຕາເວັນທັງຂະໜາດໃຫຍ່ ແລະ ຂະໜາດນ້ອຍ ທີ່ໄດ້ຮັບອະນຸມັດແລ້ວ 140 ໂຄງການ ລວມກຳລັງຕິດຕັ້ງ 1,736 MW. ໃນນັ້ນ 27 ໂຄງການ ກຳລັງລວມ 260 MW ໄດ້ກໍ່ສ້າງ ແລະ ເລີ່ມຜະລິດໄຟຟ້າແລ້ວ

ພ້ອມກັນນີ້ ຍັງມີແຜນສົ່ງເສີມ Solar Rooftop ສຳລັບຄົວເຮືອນ ເພື່ອໃຫ້ປະຊາຊົນສາມາດຜະລິດໄຟໃຊ້ເອງ ແລະ ສົ່ງໄຟຟ້າສ່ວນເກີນກັບຄືນເຂົ້າລະບົບ.

ອ້າງອີງຈາກ: ຂ່າວເສດຖະກິດ-ການຄ້າ

 

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...