Homeຂ່າວພາຍ​ໃນອົງການກວດກາລັດແຂວງເຊກອງ ແລະ ນະຄອນດາໜັງ ພົບປະແລກປ່ຽນບົດຮຽນ ຕ້ານການສໍ້ລາດບັງຫຼວງ.

ອົງການກວດກາລັດແຂວງເຊກອງ ແລະ ນະຄອນດາໜັງ ພົບປະແລກປ່ຽນບົດຮຽນ ຕ້ານການສໍ້ລາດບັງຫຼວງ.

Published on

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງອົງການກວດກາລັດແຂວງເຊກອງ ສປປ ລາວ ແລະ ອົງການກວດກາລັດນະຄອນດາໜັງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 9 ສິງຫາ 2026 ທີ່ຫ້ອງວ່າການແຂວງເຊກອງ, ໂດຍມີທ່ານ ສາກົນ ພອນປະເສີດ ປະທານອົງການກວດກາລັດແຂວງເຊກອງ, ທ່ານ ຮິ່ງຢຸຍ ພຸກ ຮອງປະທານອົງການກວດກາລັດນະຄອນດາໜັງ ພ້ອມຄະນະທັງສອງຝ່າຍເຂົ້າຮ່ວມ.

ການພົບປະໃນຄັ້ງນີ້, ສອງຝ່າຍໄດ້ລາຍງານການເຄື່ອນໄຫວວຽກງານກວດກາລັດ ໃນໄລຍະຜ່ານມາ ແລະ ແລກປ່ຽນຂໍ້ມູນບົດຮຽນການກວດກາພາຍໃນອົງການ, ການກວດກາຖານລາຍຮັບຫົວໜ່ວຍທຸລະກິດພາຍໃນ ແລະ ຕ່າງປະເທດ ແລະ ລາຍຮັບວິຊາການ ຂອງການບໍລິຫານລັດ, ການນໍາໃຊ້ງົບປະມານ ແລະ ຊັບສິນຂອງລັດ, ກວດກາການປະຕິບັດນະໂຍບາຍ, ກົດໝາຍ ແລະ ລະບຽບການຕ່າງໆ, ການສະຫຼຸບຜົນ ແລະ ການແກ້ໄຂບັນຫາ, ການຕິດຕາມພຶດຕິກໍາ, ສິ່ງທ້າທາຍຕໍ່ການແກ້ໄຂບັນຫາການສໍ້ລາດບັງຫຼວງ ຂອງພະນັກງານ-ເຈົ້າໜ້າທີ່ລັດ ແລະ ວິທີການແກ້ໄຂຄໍາຮ້ອງ-ຄໍາສະເໜີ ຂອງປະຊາຊົນທີ່ຕິດພັນກັບຫຼາຍພາກສ່ວນ.

ພ້ອມນີ້, ສອງຝ່າຍຍັງໄດ້ຕີລາຄາຕໍ່ການພົບປະໃນຄັ້ງນີ້ ເຊິ່ງເປັນການປະກອບເຂົ້າໃນການສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ກໍຄື ແຂວງເຊກອງ ກັບ ນະຄອນດາໜັງ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ສອງຝ່າຍຈະນໍາເອົາຜົນສໍາເລັດກອງປະຊຸມໃນຄັ້ງນີ້ ສືບຕໍ່ນໍາສະເໜີຕໍ່ການນໍາແຂວງຕົນ ເພື່ອເປັນບ່ອນອີງໃຫ້ແກ່ການຮ່ວມມື, ປະສານງານ ແລະ ແລກປ່ຽນບົດຮຽນຮ່ວມກັນໃນຕໍ່ໜ້າ ແນໃສ່ຍົກສູງຄຸນນະພາບການເຄື່ອນໄຫວວຽກງານກວດກາລັດສອງແຂວງໃຫ້ເຂັ້ມແຂງ.

ອ້າງອີງຈາກ: Media Laos

 

 

ບົດຄວາມຫຼ້າສຸດ

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ແລະ ທິດທາງແຜນໃນຕໍ່ໜ້າ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ປິດລົງດ້ວຍຜົນສຳເລັດ ໃນວັນທີ 23 ກັນຍາ 2026 ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນ...

ອັດຕະປືພົບຄວາມຜິດດ່ຽງດ້ານເອກະສານລາຍຮັບ-ລາຍຈ່າຍ ຫຼາຍກວ່າ 21,85 ຕື້ກີບ ໃນການກວດກາການຊົດເຊີຍ ເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວແຂວງອັດຕະປື ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2026...

ຮອງນາຍົກລັດຖະມົນຕີພ້ອມດ້ວຍຄະນະ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81

ໃນວັນທີ 22 ກັນຍາ 2026, ທີ່ ນະຄອນ ນິວຢອກ, ສ.ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງຂອງ...

ຈັດກອງປະຊຸມປຶກສາຫາລືເພື່ອແກ້ໄຂບັນຫາສູນປະຕິບັດທໍາ ຫຼັກ 38 ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມນ້ອຍ 207 ຂອງສູນກາງແນວລາວສ້າງຊາດ ໄດ້ຈັດ ກອງປະຊຸມປຶກສາຫາລືເພື່ອແກ້ໄຂ ບັນຫາສູນປະຕິບັດທໍາ ຫຼັກ 38 ຕັ້ງຢູ່ບ້ານສ້າງໄຜ່ ເມືອງປາກງື່ມ...