Homeຂ່າວພາຍ​ໃນຍີ່ປຸ່ນ-ລາວ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດຮອບດ້ານ.

ຍີ່ປຸ່ນ-ລາວ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດຮອບດ້ານ.

Published on

ໃນຕອນບ່າຍຂອງວັນທີ 5 ສິງຫາ 2026 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ (ສະບັບປັບປຸງ) ສໍາລັບໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃນການປັບປຸງສະໜາມບິນສາກົນວັດໄຕ ມູນຄ່າລວມທັງໝົດ 3,863,000,000 ເຢນ ຫຼື ປະມານ 26,5 ລ້ານ ໂດລາສະຫະລັດ, ຕາງໜ້າລັດຖະບານລາວ ໃຫ້ກຽດລົງນາມໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານຍີ່ປຸ່ນ ໃຫ້ກຽດລົງນາມໂດຍ ທ່ານ ໂຄອິຊຸມິ ຊຶໂຕະມຸ (Mr. KOIZUMI Tsutomu), ເອກອັກຄະລາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ຊຶ່ງມີພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ລາວ ແລະ ຍີ່ປຸ່ນ ເຂົ້າຮ່ວມເປັນສັກຂີພິຍານ.

ການລົງນາມເອກະສານແລກປ່ຽນ (ສະບັບປັບປຸງ) ໃນຄັ້ງນີ້ ແມ່ນສືບຕໍ່ຈາກການລົງນາມເອກະສານແລກປ່ຽນ ໂຄງການປັບປຸງສະໜາມບິນສາກົນວັດໄຕ ໃນປີ 2024 ທີ່ຜ່ານມາ ຈາກເດີມ ມູນຄ່າ 2,836,000,000 ເຢນ ມາເປັນ 3,863,000,000 ເຢນ (ເພີ່ມຂຶ້ນ 1,027,000,000 ເຢນ). ການເພີ່ມມູນຄ່າການຊ່ວຍເຫຼືອລ້າດັ່ງກ່າວ ກໍແມ່ນເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໂຄງການສາມາດດໍາເນີນໄດ້ຢ່າງຕໍ່ເນື່ອງ ແລະ ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ກໍານົດໄວ້ ເນື່ອງຈາກມີຫຼາຍປັດໄຈທີ່ເຮັດໃຫ້ລາຄາການຈັດຊື້-ຈັດຈ້າງເພີ່ມຂຶ້ນ ລວມທັງຜົນກະທົບຈາກບັນຫາເງິນເຟີ້ ແລະ ອື່ນໆ.

ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ອານຸພາບ ວົງໜໍ່ແກ້ວ ໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ໄປຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜູນອັນລ້ຳຄ່າ ແລະ ທັນການແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະ ການພັດທະນາພື້ນຖານໂຄງລ່າງ ກໍຄື ຂະແໜງການຄົມມະນາຄົມຂົນສົ່ງທາງອາກາດ ພ້ອມທັງໄດ້ຢືນຢັນວ່າ ລັດຖະບານລາວ ຈະສືບຕໍ່ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃຫ້ບັນລຸຜົນສໍາເລັດ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ. ພ້ອມດຽວກັນນີ້, ກໍຍັງໄດ້ສະແດງຄວາມຫວັງວ່າ ສປປ ລາວ ຈະສືບຕໍ່ໄດ້ຮັບການສະໜັບສະໜູນຢ່າງຕໍ່ເນື່ອງຈາກ ຍີ່ປຸ່ນ ໃນຊຸມປີຕໍ່ໜ້າ.

ຄຽງຄູ່ກັນນີ້, ທ່ານ ຮອງລັດຖະມົນຕີ ອານຸພາບ ວົງໜໍ່ແກ້ວ ຍັງໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໂດຍສະເພາະຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການແຜ່ນດິນໄຫວຢ່າງຮຸນແຮງ ຢູ່ ແຂວງຄຸມະໂມໂຕ, ປະເທດຍີ່ປຸ່ນ, ໃນວັນທີ 28 ກໍລະກົດ 2026 ທີ່ຜ່ານມາ.

ໃນໂອກາດດຽວກັນນີ້, ທ່ານ ເອກອັກຄະຣາຊະທູດ ໂຄອິຊຸມິ ຊຶໂຕະມຸ ກໍໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ຍີ່ປຸ່ນ-ລາວ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ​ເພື່ອນໍາເອົາ​ຜົນ​ປະ​ໂຫຍດສູງສຸດ ມາສູ່​ປະຊາຊົນ​ສອງ​ຊາດ ຍີ່ປຸ່ນ ແລະ ລາວ ໃນຕໍ່ໜ້າ.

ແຫຼ່ງທີ່ມາ: ກະຊວງການຕ່າງປະເທດ

 

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...