Homeຂ່າວພາຍ​ໃນລາວ-ໄທ ຍົກລະດັບການແກ້ໄຂບັນຫາຢາເສບຕິດ, ກຸ່ມຄໍເຊັນເຕີ ແລະ ສະແກັມເມີ.

ລາວ-ໄທ ຍົກລະດັບການແກ້ໄຂບັນຫາຢາເສບຕິດ, ກຸ່ມຄໍເຊັນເຕີ ແລະ ສະແກັມເມີ.

Published on

ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານຮ່ວມໂດຍ ສະຫາຍ ພັນເອກ ສຸກສະໝອນ ສີພັນດອນ ຫົວໜ້າການທະຫານກອງບັນຊາການທະຫານແຂວງສະຫວັນນະເຂດ, ຫົວໜ້າຄະນະໜ່ວຍປະສານງານປະຈຳພື້ນທີ່ຊາຍແດນລາວ-ໄທ ແຂວງສະຫວັນນະເຂດ ສປປ ລາວ ແລະ ສະຫາຍ ພົນຕີ ມົງຄຸນ ຫໍ່ທອງ ຜູ້ບັນຊາການກອງກຳລັງສຸລະສັກມົນຕີ, ຫົວໜ້າຄະນະໜ່ວຍປະສານງານປະຈຳພື້ນທີ່ຊາຍແດນໄທ-ລາວ ແຂວງມຸກດາຫານ ຣາຊະອານາຈັກໄທ, ພ້ອມດ້ວຍຄະນະອະນຸກຳມະການຊຸດປະຕິບັດງານປະຈຳພື້ນທີ່ແຂວງສະຫວັນນະເຂດ-ມຸກດາຫານ ເຂົ້າຮ່ວມຢ່າງພ້ອມພຽງ.

ການພົບປະຄັ້ງນີ້ ປະຕິບັດຕາມຂໍ້ຕົກລົງໃນບົດບັນທຶກ ລະຫວ່າງຊຸດປະສານງານແຂວງປະຈຳພື້ນທີ່ຊາຍແດນໄທ-ລາວ, ສະຫວັນນະເຂດ-ມຸກດາຫານ ຈາກກອງປະຊຸມຄັ້ງທີ 3 ປີ 2025 ທີ່ຫ້ອງປະຊຸມສຳນັກງານເຂດເສດຖະກິດພິເສດ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ສປປ ລາວ. ໃນກອງປະຊຸມ, ສອງຝ່າຍໄດ້ພ້ອມກັນຕີລາຄາຄືນ ແລະ ແຈ້ງສະພາບການໃຫ້ກັນຊາບກ່ຽວກັບການຈັດຕັ້ງປະຕິບັດດ້ານການສະກັດກັ້ນແກ້ໄຂບັນຫາຢາເສບຕິດ ແລະ ບັນຫາອື່ນໆ ທີ່ເກີດຂຶ້ນຕາມແນວຊາຍແດນສະຫວັນນະເຂດ-ມຸກດາຫານ, ພ້ອມທັງທົບທວນຄືນການຜັດປ່ຽນກັນເປັນເຈົ້າພາບຈັດກອງປະຊຸມໃນແຕ່ລະປີ, ການປະສານງານການຮ່ວມມືດ້ານຂໍ້ມູນຂ່າວສານ, ເປົ້າໝາຍຜູ້ຄ້າຂາຍຢາເສບຕິດຢ່າງຕໍ່ເນື່ອງ, ການສົ່ງໜັງສືອວຍພອນເຊິ່ງກັນ ແລະ ກັນໃນວັນສຳຄັນຂອງສອງຊາດ ລາວ-ໄທ ແລະ ການຈັດຕັ້ງລາດຕະເວນຮ່ວມກັນຢ່າງເປັນທາງການປີລະ 1 ຄັ້ງ.

​ພາຍຫຼັງສຳເລັດການພົບປະແລກປ່ຽນ, ຄະນະຊຸດປະສານງານປະຈຳພື້ນທີ່ ສະຫວັນນະເຂດ-ມຸກດາຫານ ໄດ້ພ້ອມກັນລົງນາມເຊັນບົດບັນທຶກ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຮ່ວມກັນໃນຕໍ່ໜ້າ. ເຊິ່ງທັງສອງຝ່າຍໄດ້ເຫັນດີເປັນເອກະພາບ ກັນຍົກລະດັບການແກ້ໄຂບັນຫາຢາເສບຕິດ, ກຸ່ມຄໍເຊັນເຕີ້ (Call Center) ແລະ ສະແກັມເມີ້ (Scammer) ຮ່ວມກັນຢ່າງຮີບດ່ວນ, ພ້ອມທັງຮ່ວມມືກັນສຸດຄວາມສາມາດເພື່ອແກ້ໄຂກໍລະນີທີ່ຜິດກົດໝາຍໃຫ້ວ່ອງໄວທັນກັບສະພາບການ ແລະ ເຫັນດີຮ່ວມກັນກວດສອບຜູ້ປະກອບການແຮ່-ຊາຍ ຕາມພື້ນທີ່ຊາຍແດນ ໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງທັງສອງປະເທດ.

​ຈາກນັ້ນ, ພາຍຫຼັງສຳເລັດກອງປະຊຸມ ແລະ ການລົງນາມແລ້ວ, ຄະນະຊຸດປະຕິບັດງານສະຫວັນນະເຂດ-ມຸກດາຫານ ຍັງໄດ້ພ້ອມກັນອອກລາດຕະເວນຮ່ວມທາງນ້ຳ ເພື່ອກວດກາ ແລະ ລາດຕະເວນຄວາມເປັນລະບຽບຮຽບຮ້ອຍຕາມລຳແມ່ນ້ຳຂອງ ໃນຂອບເຂດຄວາມຮັບຜິດຊອບຂອງສອງເບື້ອງ ສະຫວັນນະເຂດ-ມຸກດາຫານ ພ້ອມທັງຕິດຕາມສະພາບປະກົດການຫຍໍ້ທໍ້ຕ່າງໆ ທີ່ອາດຈະເກີດຂຶ້ນ ເພື່ອເຮັດໃຫ້ສະພາບລຽບຕາມຊາຍແດນ ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ຄວາມສະຫງົບສຸກ.

ຂໍ້ມູນອ້າງອີງ:  ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...