Homeຂ່າວພາຍ​ໃນຊີ້ແຈງເພີ່ມຕື່ມ ເລື່ອງຄໍາຕັດສິນຂອງສານ ຄະດີການສໍ້ລາດບັງຫຼວງ ແລະ ຄະດີທີ່ຕິດພັນກັບຈຳນວນເງິນທີ່ຖືກເສຍ ຫາຍຈາກການກະທຳຜິດຂອງພະນັກງານທີ່ສໍ້ລາດບັງຫຼວງ ຢູ່ແຂວງອັດຕະປື.

ຊີ້ແຈງເພີ່ມຕື່ມ ເລື່ອງຄໍາຕັດສິນຂອງສານ ຄະດີການສໍ້ລາດບັງຫຼວງ ແລະ ຄະດີທີ່ຕິດພັນກັບຈຳນວນເງິນທີ່ຖືກເສຍ ຫາຍຈາກການກະທຳຜິດຂອງພະນັກງານທີ່ສໍ້ລາດບັງຫຼວງ ຢູ່ແຂວງອັດຕະປື.

Published on

ໂດຍອີງຕາມການໃຫ້ຂໍ້ມູນ​ ຂອງ ສານປະຊາຊົນແຂວງອັດຕະປື ໃນຄັ້ງວັນທີ 3 ສິງຫາ 2026 ນີ້ວ່າ: ເພຶ່ອເປັນການຊີ້ແຈ້ງກ່ຽວກັບຄະດີ 2 ເລື່ອງ ທີ່ສານປະຊາຊົນແຂວງອັດຕະປື ໄດ້ຕັດສິນແລ້ວນັ້ນ ປັດຈຸ ບັນ ເຫັນໄດ້ວ່າສື່ສັງຄົມອອນລາຍໄດ້ລົງຂ່າວໄປ ໃນທາງທີ່ບິດເບືອນຄວາມເປັນຈິງ ເຮັດໃຫ້ສັງຄົມກໍາລັງໃຫ້ຄວາມສົມໃຈ ແລະ ເຂົ້າໃຈໄປໃນທາງທີ່ຜິດ ຕໍ່ຄໍາຕັດສິນຂອງສານ ລະຫວ່າງ ຄະດີກ່ຽວກັບການກະທຳ​ຜິດ ຂອງເຈົ້າກຳທົ່ວໄປ (ບຸກຄົນທົ່ວໄປ) ຕິດພັນກັບຈຳນວນເງິນຖືກເສຍຫາຍ.

ຈາກການກະທຳຜິດຂອງພະນັກງານທີ່ສໍ້ລາດບັງຫຼວງ ຢູ່ແຂວງອັດຕະປື ທີ່ສານໄດ້ເປີດປະ​ຊຸມສານ ໃນຄັ້ງວັນທີ 16 ກໍລະກົດ 2026, ຄະດີອາຍາ ເລກທີ 64/ ຂຕ.ອ, ລົງວັນທີ 20 ເມສາ 2026, ຕາມຄຳຕັດສິນ ເລກທີ 89/ ຂຕ.ອ, ລົງວັນທີ 16 ກໍລະກົດ 2026. ໃນນີ້ ມີຈຳເລີຍ ທັງໝົດ 9 ຄົນ, ຍິງ 6 ຄົນ ແລະ ຄະດີອາຍາ ເລກທີ 59/ ຂຕ.ອ​, ລົງວັນທີ 17 ມີນາ 2026, ຕາມຄຳຕັດສິນ ເລກທີ 90/ ຂຕ.ອ, ລົງວັນ​ທີ 30 ກໍລະກົດ 2026. ກ່ຽວກັບ ການກະທຳຜິດ ຂອງພະນັກງານຢູ່ແຂວງອັດຕະປື ໃນຂໍ້ຫາ ສໍ້ລາດບັງຫຼວງ,​ ໃນນີ້ ມີຈຳເລີຍ ທັງໝົດ 15 ຄົນ, ຍິງ 4.

ດັ່ງນັ້ນ ຈຶ່ງຢາກໃຫ້ຜູ້ຮັບຂໍ້ມູນຂ່າວ​ສານ ທາງສື່ສັງຄົມອອນລາຍ ຈົ່ງໃຊ້ວິຈາລະນະຍານໃນການຕິດຕາມຂໍ້​ມູນທີ່ເປັນທາງການໃຫ້ຖືກຕ້ອງ,​ ສະນັ້ນ ເພື່ອເຮັດໃຫ້ສັງຄົມເຂົ້າໃຈຢ່າງຖືກຕ້ອງ ຈຶ່ງໄດ້ຊີ້ແຈ້ງກ່ຽວກັບການກະທຳຜິດ ຂອງນາງ ດາວິນ ມະນີວົງ ແລະ ນາງ ພຸດທິດາວັນ ໄກສອນເສນາ ດັ່ງນີ້:

ຄະດີ ຂອງນາງ ດາວິນ ມະນີວົງ ແມ່ນຄະດີອາຍາ ເລກທີ 64/ ຂຕ.ອ​, ລົງວັນທີ 20 ເມສາ 2026, ຕາມຄຳຕັດສິນ ເລກທີ 89/ ຂຕ.ອ, ລົງວັນທີ 16 ກໍລະກົດ 2026 ເຊິ່ງສານໄດ້ຕັດສິນໃຫ້ຜູ້ກ່ຽວ ມີຄວາມຜິດໃນສະຖານໂທສານຸໂທດ ຕາມມາດ​ຕາ 297​ ແລະ​ ມາດຕາ​ 298 ການດຳເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ ຕາມປະມວນກົດ​ໝາຍອາຍາ ປີ 2017. ເຊິ່ງສານໄດ້ຕັດສິນ ລົງໂທດ ນາງ ດາວິນ ມະນີວົງ (ຈໍາເລີຍ4) ໃນຂໍ້ຫາການດໍາເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ກຳນົດຫົກເດືອນ ແລະ ປັບໃໝ 5,000,000 ກີບ,​ ລົງໂທດ ນາງ ດາວິນ ມະນີວົງ (ຈໍາເລີຍ4) ໃນຂໍ້ຫາ ການຄິດໄລ່ດອກເບ້ຍສູງ ກຳ​ນົດ ຫົກເດືອນ ແລະ ປັບໃໝ 5,000,000 ກີບ,​ ລວມລົງໂທດຕັດອິດສະລະພາບຈຳເລີຍ ທັງໝົດ 1 ປີ ໃຫ້ປະຕິບັດ 5 ເດືອນ ກັບ 24 ວັນ.

ສ່ວນທີ່ເຫຼືອພາກໄວ້ ແລະ ປັບໃໝ 10,000,000 ກີບ​ ແລະ ໃຫ້ໃຊ້ແທນເງິນສ່ວນຕ່າງທີ່ໄດ້ຈາກການກະທຳ​ຜິດ ຈຳນວນ 5,054,100,000 ກີບ ຄືນແກ່ລັດ ເຊິ່ງເງິນຈຳນວນດັ່ງກ່າວນີ້ ຜູ້ກ່ຽວໄດ້ມາຈາກການກະທຳຜິດໃນຂໍ້ຫາ ການດຳເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ, ການກະທຳ​ຜິດຂອງ ນາງ ດາວີນ ມະນີວົງ ຜູ້ກ່ຽວບໍ່ໄດ້ກະທຳຜິດ ໃນຂໍ້ຫາການສໍ້ລາດບັງຫຼວງ.

ສ່ວນຄະດີ ຂອງນາງ ພຸດທິດາວັນ ໄກສອນເສນາ ແມ່ນຄະດີອາຍາ ເລກທີ 59/ ຂຕ.ອ, ລົງວັນທີ 17 ມີນາ 2026, ຕາມຄຳຕັດສິນ ເລກທີ 90/ ຂຕ.ອ, ລົງວັນທີ 30 ກໍລະກົດ 2026. ຜູ້ກ່ຽວໄດ້ກະທຳຜິດທີ່ເປັນການ ການສໍ້ລາດບັງຫຼວງ ໃນຂໍ້ຫາ ການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການດໍາເນີນທຸລະກິດໂດຍບໍ່ຖືກ​ຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ, ຕາມມາດຕາ 354, 355, 297 ແລະ 298 ຂອງປະມວນກົດໝາຍອາຍາ, ເຊິ່ງສານໄດ້ຕັດສິນ ໃຫ້ຜູ້ກ່ຽວຖືກລົງໂທດຕາມແຕ່ລະຂໍ້ຫາຄື: ລົງໂທດຕັດອິດສະລະພາບ ໃນຂໍ້ຫາການດໍາເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ກໍານົດ ຫົກເດືອນ ແລະ ປັບໃໝ 5,​000,000 ກີບ, ລົງໂທດຕັດອິດສະລະພາບ ໃນຂໍ້ຫາການຄິດໄລ່ດອກເບ້ຍສູງກໍານົດ 6 ເດືອນ ແລະ ປັບໃໝ 5,​000,000 ກີບ.

– ໃນຂໍ້ຫາການຍັກຍອກຊັບ ຂອງລັດ ຫຼື ລວມໝູ່ ຕະຫຼອດຊີວິດ ແລະ ປັບໃໝ ໜຶ່ງສ່ວນຮ້ອຍ (1%) ຂອງມູນຄ່າຄວາມເສຍຫາຍ​ ຄື: ເງິນຈຳນວນ 10,000,000,000 ກີບ X 1% ເທົ່າ 100,000,000 ກີບ,​ ລວມລົງ​ໂທດ ນາງ ພຸດທິດາວັນ ໄກສອນເສ ນາ (ຈໍາເລີຍ 15) ຕັດອິດສະລະພາບຕະຫຼອດຊີວິດ ແລະ ປັບໃໝ ທັງ​ໝົດ ຈຳນວນ 110,000,000 ກີບ.

ສ່ວນເງິນ ຈຳນວນ 22,000,000 ກີບ ທີ່ສານໃຫ້ຜູ້ກ່ຽວສົ່ງຄືນແກ່ລັດນັ້ນແມ່ນເງິນທີ່ ນາງ ພຸດທິດາວັນ ໄກສອນເສນາ ໄດ້ຈາກການກະທຳ​ຜິດ ໃນຂໍ້ຫາການດໍາເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ (ມາດຕາ 297,298) ພ້ອມນັ້ນ,​ ກໍຍັງໃຫ້ຮັບ​ຜິດຊອບ ໃຊ້ແທນເງິນຂອງລັດທີ່ຖືກເສຍຫາຍ ຕາມບ້ວງເງິນທີ່ຜູ້ກ່ຽວໄດ້ຮ່ວມກະທຳຜິດ.

ອ້າງອີງຂໍ້ມູນຈາກ: ຂ່າວສານອອນລາຍ ອັດຕະປື

 

 

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...