Homeຂ່າວພາຍ​ໃນຊົມເຊີຍ ທັບນັກກິລາກະຕໍ້ແຂວງຈຳປາສັກ ມາແຮງຄອງແຊ້ມ 2 ລາຍການ.

ຊົມເຊີຍ ທັບນັກກິລາກະຕໍ້ແຂວງຈຳປາສັກ ມາແຮງຄອງແຊ້ມ 2 ລາຍການ.

Published on

ການແຂ່ງຂັນໃນຄັ້ງນີ້ ມີນັກກິລາເຂົ້າຮ່ວມທັງໝົດ 185 ຄົນ ຈາກ 22 ພາກສ່ວນ ທົ່ວປະເທດ, ໂດຍແບ່ງການແຂ່ງຂັນອອກເປັນ 4 ລາຍການ ຄື: ທີມດ່ຽວຊາຍ ຮຸ່ນທົ່ວໄປ, ທີມດ່ຽວຊາຍ ຮຸ່ນອາຍຸບໍ່ເກີນ 16 ປີ (U16), ທີມຄູ່ຍິງ ຮຸ່ນທົ່ວໄປ ແລະ ທີມ 4 ຄົນຊາຍ ຮຸ່ນທົ່ວໄປ.

ຜ່ານການແຂ່ງຂັນເປັນເວລາ 3 ວັນ ຜົນປະກົດວ່າ: ປະເພດທີມດ່ຽວຊາຍ ຮຸ່ນອາຍຸບໍ່ເກີນ 16 ປີ (U16) ຊະນະເລີດ ສະໂມສອນ ຄລີນິກປົວແຂ້ວ ພັດທະນາ ໄດ້ຮັບຂັນ 1 ໜ່ວຍ, ຫຼຽນຄໍາ ພ້ອມເງິນສົດ 5.000.000 ກີບ; ຮອງຊະນະເລີດ ສະໂມສອນ ນ້ອງເຈນນ້າ ໄດ້ຮັບຫຼຽນເງິນ ພ້ອມເງິນສົດ 3.000.000 ກີບ; ອັນດັບ 3 ຮ່ວມ ແຂວງຈໍາປາສັກ ແລະ ໂຮງຮຽນ ມສ ອານຸສິນ ໄດ້ຮັບຫຼຽນທອງ ພ້ອມເງິນສົດ ທີມລະ 2.000.000 ກີບ.

ປະເພດ ທີມດ່ຽວຊາຍ ຮຸ່ນທົ່ວໄປ ຊະນະເລີດ ແຂວງຈໍາປາສັກ ໄດ້ຮັບຂັນ 1 ໜ່ວຍ, ຫຼຽນຄໍາ ພ້ອມເງິນສົດ 10.000.000 ກີບ; ຮອງຊະນະເລີດ ສະໂມສອນ ພິທີພີ ເພັດພະຈັນ ປະເສີດ ຈຳກັດຜູ້ດຽວ ໄດ້ຮັບຫຼຽນເງິນ ພ້ອມເງິນສົດ 5.000.000 ກີບ; ອັນດັບ 3 ຮ່ວມ ສະໂມສອນ ຊ້າງບິນ ແລະ ສະໂມສອນ ຄຸນນະພາບ ໄດ້ຮັບຫຼຽນທອງ ພ້ອມເງິນສົດ ທີມລະ 3.000.000 ກີບ.

ປະເພດ ທີມຄູ່ຍິງ ຮຸ່ນທົ່ວໄປ ຊະນະເລີດ ສະໂມສອນ ບໍລິສັດ ຊາຍຄຸນຄໍາ ພັດທະນາກໍ່ສ້າງ ໄດ້ຮັບຂັນ 1 ໜ່ວຍ, ຫຼຽນຄໍາ ພ້ອມເງິນສົດ 10.000.000 ກີບ; ຮອງຊະນະເລີດ ສະໂມສອນ ຄລີນິກປົວແຂ້ວ ພັດທະນາ ໄດ້ຮັບຫຼຽນເງິນ ພ້ອມເງິນສົດ 5.000.000 ກີບ; ອັນດັບ 3 ຮ່ວມ ສະໂມສອນ ນ້ອງເຈນນ້າ ແລະ ແຂວງວຽງຈັນ ໄດ້ຮັບຫຼຽນທອງ ພ້ອມເງິນສົດ ທີມລະ 3.000.000 ກີບ.

ປະເພດ ທິມ 4 ຄົນຊາຍ ຮຸ່ນທົ່ວໄປ ຊະນະເລີດ ແຂວງຈໍາປາສັກ ໄດ້ຮັບຂັນ 1 ໜ່ວຍ, ຫຼຽນຄໍາ ພ້ອມເງິນສົດ 15.000.000 ກີບ; ຮອງຊະນະເລີດ ກະຊວງປ້ອງກັນປະເທດ ໄດ້ຮັບຫຼຽນເງິນ ພ້ອມເງິນສົດ 10.000.000 ກີບ; ອັນດັບ 3 ຮ່ວມ ສະໂມສອນ ຊ້າງບິນ ແລະ ສະໂມສອນ ພິທີພີ ເພັດພະຈັນ ປະເສີດ ຈຳກັດຜູ້ດຽວ ໄດ້ຮັບຫຼຽນທອງ ພ້ອມເງິນສົດ ທີມລະ 5.000.000 ກີບ.

ແຫຼ່ງທີ່ມາ: Lao Sports Media

 

 

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...