ວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026 ໃຫ້ຮູ້ວ່າ:
ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 27-28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າ ເຂົ້າຮ່ວມແບບເຊິ່ງໜ້າ; ບັນດາປະທານ, ຮອງປະທານ ຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກໍລະກົດ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນສິງຫາ 2026.

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ ໃນ 04 ວາລະສໍາຄັນ ຄື:
ວາລະທີ 1: ການປະຕິບັດວຽກຈຸດສຸມພົ້ນເດັ່ນ ປະຈໍາເດືອນກໍລະກົດ ແລະ ທິດທາງແຜນການ ປະຈຳເດືອນສິງຫາ 2026 ຂອງລັດຖະບານ, ໃນນັ້ນ: ວຽກງານພົ້ນເດັ່ນປະຈໍາເດືອນກໍລະກົດ 2026 ເຫັນວ່າ: ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ໄດ້ເອົາໃຈໃສ່ ເກັບກູ້ອາວຸດ, ວັດຖຸລະເບີດ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ແກ້ງສະແກມເມີ, ການລັກລອບຂຸດຄົ້ນແຮ່ທາດ, ການລັກລອບຄົນເຂົ້າ-ອອກເມືອງ, ການນໍາເຂົ້າ ແລະ ນໍາໃຊ້ພາຫະນະບໍ່ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ; ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 64% ຂອງແຜນການປີ, ປະຕິບັດແຜນລາຍຈ່າຍງົບປະມານໄດ້ 42% ຂອງແຜນການປີ, ສະສົມຄັງສໍາຮອງເງິນຕາຕ່າງປະເທດກຸ້ມການນໍາເຂົ້າບໍ່ຫຼຸດ 5 ເດືອນ, ຄວບຄຸມອັດຕາເງິນເຟີ້ ສະເລ່ຍຢູ່ໃນລະດັບ 7.6%. ພ້ອມກັນນັ້ນ, ການກໍ່ສ້າງ-ປັບປຸງໂຄງລ່າງພື້ນຖານເສັ້ນທາງ-ຂົວ, ການຜະລິດສິນຄ້າ ຮັບໃຊ້ພາຍໃນ ແລະ ສົ່ງອອກ, ການພັດທະນາວຽກງານການສຶກສາ, ສາທາລະນະສຸກ, ພະລັງງານໄຟຟ້າ, ການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ການອອກໃບຕາດິນ, ການຄຸ້ມຄອງ-ພັດທະນາສີມືແຮງງານ, ການພັດທະນາພື້ນຖານໂຄງລ່າງການທ່ອງທ່ຽວ, ການສ້າງ ແລະ ປັບປຸງກົດໝາຍ, ການແກ້ໄຂບັນຫານໍ້າມັນເຊື້ອໄຟ, ການຫັນເປັນດີຈີຕອນ ແລະ ທັນສະໄໝ, ການປະຕິບັດຄຳຕັດສີນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ, ການເຄື່ອນໄຫວວຽກງານການຕ່າງປະເທດ, ການປັບປຸງການຈັດຕັ້ງແຕ່ລະຂັ້ນ, ການປະກາດສ້າງຕັ້ງຕາແສງ ແລະ ອື່ນໆ ລ້ວນແຕ່ສືບຕໍ່ມີຄວາມຄືບໜ້າເປັນກ້າວໆ.

ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍ່ຍັງມີວຽກງານຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນຕົ້ນ ບັນຫາສະແກມເມີ, ບັນຫາຢາເສບຕິດ, ອຸປະຕິເຫດຕາມທ້ອງຖະໜົນ, ອັກຄີໄພ, ຂີ້ລັກງັດແງະ ແລະ ການສ້າງຄວາມບໍ່ສະຫງົບຢູ່ພາຍໃນສັງຄົມ; ບັນຫາໄຟຟ້າຕົກ, ການສະໜອງນໍ້າປະປາບໍ່ທັນພຽງພໍ; ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ, ການລັກລອບຄົນເຂົ້າ-ອອກເມືອງ, ບັນຫາຂີ້ລັກ-ປຸ້ນຈີ້ຊີງຊັບ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ; ການຄຸ້ມຄອງລາຄາສິນຄ້າ; ຄວາມຕື່ນຕົວເປັນເຈົ້າ ໃນການຈັດຕັ້ງປະຕິບັດ ທິດຊີ້ນໍາຂອງລັດຖະບານ; ການພັດທະນາ-ປັບປຸງໂຄງລ່າງພື້ນຖານເສັ້ນທາງ ແລະ ອື່ນໆ.
ສໍາລັບວາລະທີ 2: ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາ ຜົນການຄົ້ນຄວ້າປັບປຸງບັນຊີກິດຈະ ການຄວບຄຸມ ຕາມກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ໂດຍຫຼຸດລົງຈາກ 44 ລາຍການ ເປັນ 20 ລາຍການ ເພື່ອໃຫ້ສອດຄ່ອງກັບທ່າອ່ຽງການພັດທະນາເສດຖະກິດ-ສັງຄົມ ກໍ່ຄືກົດໝາຍທີ່ກ່ຽວຂ້ອງ.
ວາລະທີ 3: ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາບັນດາຮ່າງກົດໝາຍ ທີ່ຈະນຳເຂົ້າຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 02 ຂອງສະພາແຫ່ງຊາດ ຊຸດທີ X ຈຳນວນ 16 ສະບັບ, ໃນນັ້ນ ມີກົດໝາຍສ້າງໃໝ່ 02 ສະບັບ ແລະ ປັບປຸງ 14 ສະບັບ. ກອງປະຊຸມ ໄດ້ຊີ້ນໍາກະຊວງ-ອົງການ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ນຳເອົາຮ່າງກົດໝາຍ ທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງການຕົນ ໄປປັບປຸງຕື່ມບາງຈຸດ ໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນກວ່າເກົ່າ.
ວາລະທີ 4: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງນິຕິກໍາ ຈໍານວນ 04 ສະບັບຄື: (1) ຮ່າງມະຕິ ວ່າດ້ວຍການພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນນະພາບ ຕອບສະໜອງການພັດທະນາ ໃນເງື່ອນໄຂໃໝ່; (2) ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ; (3) ຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ; ແລະ (4) ຮ່າງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ. ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ນໍາເອົາບັນດາຮ່າງນິຕິກໍາດັ່ງກ່າວ ໄປປັບປຸງໃຫ້ມີເນື້ອໃນຄົບຖ້ວນສົມບູນ, ລະອຽດ-ຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບທິດທາງການພັດທະນາເສດຖະກິດ-ສັງຄົມ ໃນຕໍ່ໜ້າ ເພື່ອນຳສະເໜີ ຕໍ່ກອງປະຊຸມສະພາແຫ່ງຊາດ ພິຈາລະນາຮັບຮອງ.
ສໍາລັບແຜນວຽກຈຸດສຸມ ໃນເດືອນສິງຫາ 2026: ລັດຖະບານ ຈະໄດ້ສືບຕໍ່ເອົາໃຈໃສ່ປະຕິບັດວຽກຈຸດສຸມ ທີ່ສໍາຄັນຈໍານວນໜຶ່ງ ດັ່ງນີ້:
- ສືບຕໍ່ສຸມໃສ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ ໃຫ້ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໃນຂອບເຂດທົ່ວປະເທດ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ເຂັ້ມງວດ ແລະ ເດັດຂາດກວ່າເກົ່າ; ຕິດຕາມ ແລະ ຕອບໂຕ້ ບັນດາຂ່າວບິດເບືອນ ແລະ ໃສ່ຮ້າຍປ້າຍສີຕ່າງໆ; ກະກຽມຄວາມພ້ອມຮອບດ້ານ ໃນການຮັບມືກັບໄພນໍ້າຖ້ວມ ເພື່ອຊ່ວຍເຫຼືອປະຊາຊົນເຂດນ້ຳຖ້ວມ ໃຫ້ທັນການ ແລະ ປອດໄພ.
- ສຸມໃສ່ການເກັບລາຍຮັບງົບປະມານ ຈາກແຫຼ່ງລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ, ເລັ່ງທວງໜີ້ຕ້ອງຮັບ ທີ່ຍັງຄ້າງຊຳລະ, ໜີ້ສິນຄ່າບິນຜ່ານນ່ານຟ້າ ແລະ ອື່ນໆ, ລວມເຖິງການເກັບຄ່າທຳນຽມ ແລະ ຄ່າບໍລິການຕ່າງໆ ຢູ່ບັນດາຂະແໜງການ ແລະ ດ່ານສາກົນ; ຮີບຮ້ອນຄົ້ນຄວ້ານະໂຍບາຍ, ກົນໄກການຄຸ້ມຄອງຮ້ານຄ້າ-ປອດພາສີໃນຕົວເມືອງ ເພື່ອກະຕຸ້ນກຳລັງຊື້ ຂອງນັກທ່ອງທ່ຽວ; ສືບຕໍ່ຄົ້ນຄວ້ານະໂຍບາຍພິເສດ ສຳລັບການພັດທະນາແຂວງຫົວພັນ ແລະ ຜົ້ງສາລີ ໃຫ້ສຳເລັດພາຍໃນເດືອນສິງຫາ 2026.
- ຕິດຕາມລາຄານໍ້າມັນໃນຕະຫຼາດໂລກຢ່າງໃກ້ຊິດ ແລະ ກຽມພ້ອມຮັບມື ຕໍ່ຄວາມສ່ຽງ ໃນການຂາດແຄນ ແລະ ເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟ ເພື່ອຮັບປະກັນການສະໜອງນໍ້າມັນໃຫ້ພຽງພໍ, ປ້ອງກັນ ແລະ ແກ້ໄຂການກັກຕູນ ແລະ ປັບໂຄງສ້າງລາຄາໃຫ້ແທດເໝາະກັບສະພາບຕົວຈິງ; ຮີບຮ້ອນຄົ້ນຄວ້າກໍານົດທາງເລືອກ ໃນການລົງທຶນກໍ່ສ້າງທໍ່ສົ່ງນໍ້າມັນ ຈາກ ສສ ຫວຽດນາມ ມາ ສປປ ລາວ ແລ້ວລາຍງານລັດຖະ ບານ ໃນເດືອນສິງຫາ 2026; ສືບຕໍ່ຊຸກຍູ້ການປະຕິບັດນະໂຍບາຍສົ່ງເສີມການນໍາໃຊ້ລົດໄຟຟ້າ ແລະ ພະລັງງານທົດແທນ ໃຫ້ແຂງແຮງ ເພື່ອຫຼຸດຜ່ອນການນຳໃຊ້ນໍ້າມັນເຊື້ອໄຟ; ເອົາໃຈໃສ່ຕິດຕາມກວດກາ ຄວາມປອດໄພຂອງເຂື່ອນ ແລະ ບໍລິຫານຈັດການນໍ້າໃນເຂື່ອນ, ສ້າງແຜນຮັບມື ຕໍ່ກັບບັນຫາໄຟຟ້າຕົກ-ໄຟຟ້າດັບ ທີ່ອາດຈະເກີດຂຶ້ນ; ປັບປຸງແກ້ໄຂ ບັນຫາສາຍໄຟຟ້າ, ໝໍ້ແປງ, ສາຍເຄເບິນ ທີ່ມີອາຍຸການໃຊ້ງານຫຼາຍປີ ເພື່ອປ້ອງກັນການເກີດອັກຄີໄພ.
- ສືບຕໍ່ສຸມໃສ່ສ້ອມແປງບັນດາເສັ້ນທາງຫຼວງແຫ່ງຊາດ ແລະ ເສັ້ນທາງຫຼວງທ້ອງຖິ່ນ ທີ່ອາດໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ເດັດຂາດບໍ່ໃຫ້ການສັນຈອນຖືກຕັດຂາດ ແລະ ກໍ່ສ້າງບັນດາເສັ້ນທາງ ທີ່ກຳນົດໃນແຜນແລ້ວ ໃຫ້ມີຄວາມຄືບໜ້າໄວ.
- ສືບຕໍ່ສຸມໃສ່ຊຸກຍູ້ການຜະລິດລະດູຝົນ, ຕິດຕາມເຝົ້າລະວັງ ແລະ ແຈ້ງໃຫ້ຊາວກະສິກອນກະກຽມຮັບມື ກ່ຽວກັບສະພາບການປ່ຽນແປງດິນຟ້າອາກາດ, ພະຍາດພືດ-ສັດ ທີ່ອາດຈະກະທົບຕໍ່ການຜະລິດຂອງປະຊາຊົນ.
- ສືບຕໍ່ກະກຽມຈັດການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ໃນສົກສຶກສາ 2026-2027 ແລະ ປຸກລະດົມ, ສ້າງເງື່ອນໄຂທີ່ເອື້ອອໍານວຍ ໃຫ້ລູກຫຼານສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ກະກຽມເປີດສົກຮຽນໃໝ່ໃນທຸກຊັ້ນຮຽນ, ພ້ອມທັງ ແກ້ໄຂບັນຫາການປະລະການຮຽນ ແລະ ສົ່ງເສີມວຽກງານກິລາ ໃຫ້ມີຄວາມເຂັ້ມແຂງ ເພື່ອກຽມຄວາມພ້ອມການເຂົ້າຮ່ວມການແຂ່ງຂັນລະດັບຕ່າງໆ.
- ສືບຕໍ່ພັດທະນາສີມືແຮງງານໃຫ້ມີຄຸນນະພາບ, ສະໜອງແຮງງານ ໃຫ້ພຽງພໍກັບຄວາມຕ້ອງການ, ຄຸ້ມຄອງການເຄື່ອນຍ້າຍແຮງງານເຂົ້າ-ອອກ ຕາມດ່ານຕ່າງໆ ໃນຂອບເຂດທົ່ວປະເທດ.
- ສືບຕໍ່ໍຊຸກຍູ້ສົ່ງເສີມ ແລະ ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ, ຕິດຕາມກວດກາການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂະໜາດໃຫຍ່ ທີ່ໄດ້ຮັບອະນຸຍາດສໍາປະທານ ໃຫ້ດຳເນີນໄປຕາມກົດໝາຍ, ລະບຽບການ ແລະ ສັນຍາກຳນົດໄວ້.
- ສືບຕໍ່ຕິດຕາມເຝົ້າລະວັງ, ປ້ອງກັນ ແລະ ແກ້ໄຂ ການລະບາດຂອງພະຍາດຕາມລະດູການ ທີ່ຈະກະທົບຕໍ່ສຸຂະພາບ, ຊີວິດການເປັນຢູ່ຂອງປະຊາຊົນ; ສືບຕໍ່ປັບປຸງຍົກລະດັບຄຸນນະພາບການບໍລິການ, ການຫັນເປັນທັນສະໄໝ ແລະ ການຄຸ້ມຄອງການບໍລິການຂອງໂຮງໝໍເອກະຊົນ ໃຫ້ຮັດກຸມ.
- ສືບຕໍ່ສຸມໃສ່ແກ້ໄຂບັນຫາທີ່ຕິດພັນກັບຂົງເຂດວັດທະນະທໍາ ແລະ ການທ່ອງທ່ຽວ ໃຫ້ເຂັ້ມງວດກວ່າເກົ່າ ເປັນຕົ້ນ ບັນຫາປ້າຍໂຄສະນາ, ບັນຫາສຽງເນືອງນັນເກີນຂອບເຂດ ແລະ ປະກົດການຫຍໍ້ທໍ້ຕ່າງໆ ທີ່ມັກເກີດຂຶ້ນ.
- ໃຫ້ແຕ່ລະກະຊວງ-ອົງການທຽບເທົ່າ ເປັນເຈົ້າການລົງຮາກຖານຊ່ວຍແຂວງ ຕາມຂໍ້ຕົກລົງເລກທີ 27/ນຍ, ລົງວັນທີ 20 ເມສາ 2026.
- ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນບັນດາກອງປະຊຸມ, ຜົນການເຄື່ອນໄຫວວຽກງານຕ່າງປະເທດຂອງການນຳພັກ-ລັດ, ຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ເປັນຮູບປະທຳຫຼາຍຂຶ້ນ; ກະກຽມຮອບດ້ານ ໃຫ້ແກ່ການເຄື່ອນໄຫວຕ່າງປະເທດຂອງການນຳຂັ້ນສູງ ແລະ ການຕ້ອນຮັບຄະນະຜູ້ແທນຕ່າງປະເທດຕ່າງໆ ທີ່ຈະມາຢ້ຽມຢາມ ສປປ ລາວ.
- ໃຫ້ບັນດາກະຊວງ-ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ສັງລວມກ່ຽວກັບການຈັດຕັ້ງປະຕິບັດທິດຊີ້ນຳຂອງລັດຖະບານ ຕາມມະຕິ, ຄຳສັ່ງ, ແຈ້ງການຕ່າງໆ ໃນໄລຍະເດືອນ ມິຖຸນາ ຫາເດືອນກໍລະກົດ 2026 ແລ້ວລາຍງານໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອ ສັງລວມລາຍງານທ່ານ ນາຍົກລັດຖະມົນຕີ, ບັນດາທ່ານຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳ ໄດ້ຮັບຊາບ ແລະ ມີທິດຊີ້ນຳ.
- ສຸມໃສ່ກະກຽມຮ່າງກົດໝາຍຕ່າງໆ ທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃຫ້ຮັບປະກັນທາງດ້ານເນື້ອໃນ ແລະ ທ່ວງທັນເວລາ.
- ໃຫ້ກະຊວງກ່ຽວຂ້ອງ ສືບຕໍ່ກະກຽມ ແລະ ປັບປຸງເອກະສານ ທີ່ຈະລາຍງານຕໍ່ກອງປະຊຸມກົມການເມືອງສູນກາງພັກ ໃນຕົ້ນເດືອນສິງຫາ 2026 ນີ້.

ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະ ບານ ຈົ່ງນໍາເອົາແຜນວຽກຈຸດສຸມ ປະຈຳເດືອນສິງຫາ 2026 ທີ່ກອງປະຊຸມໄດ້ເອກະພາບກັນ ໄປປັບ ປຸງເຂົ້າໃນແຜນວຽກຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບ ໃຫ້ການຈັດ ຕັ້ງ, ບຸກຄະລາກອນແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງ ຂອງແຕ່ລະຂະແໜງການ.
ແຫຼ່ງທີ່ມາ: Lao National Radio

