Homeຂ່າວພາຍ​ໃນກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

Published on

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5 ຫຼັກການ 3 ທິດນໍາຂອງພັກຢ່າງຕັ້ງໜ້າ ໂດຍຕິດພັນກັບການກ່ໍສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ທີ່ຄະນະພັກກະຊວງວາງອອກຢ່າງເຂັ້ມງວດ ແລະ ຜ່ານການຕີລາຄາຈັດແບ່ງປະເພດ ສາມາດກ່ໍສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ສະຫາຍ ພັອ ວັນນະເລດ ບຸດຕະວົງ ຄະນະພັກກົມໃຫຍ່ ເລຂາໜ່ວຍພັກຮາກຖານ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ໄດ້ລາຍງານຕໍ່ກອງປະຊຸມຊຸກຍູ້ການກ່ໍສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນວັນທີ 28 ກໍລະກົດ 2026 ໂດຍການເປັນປະທານຂອງ ສະ ຫາຍ ພົຈວ ປອ ຫຸມພັນ ຜິວເຂັມພອນ ຄະນະພັກກະຊວງ ຮອງເລຂາຄະນະພັກ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ໃຫ້ຮູ້ວ່າ:

ປັດຈຸບັນ, ອົງຄະນະພັກກົມໃຫຍ່ການເມືອງ ປກສ ມີຄະນະບໍລິຫານງານພັກ ທັງໝົດ 15 ສະ ຫາຍ ຍິງ 1 ສະຫາຍ, ມີ 80 ຮາກຖານພັກຂຶ້ນກັບ ແລະ ໃນນັ້ນ, ມີ 7 ຄະນະພັກຮາກຖານ, 12 ໜ່ວຍພັກຮາກຖານ ແລະ 61 ໜ່ວຍພັກຮາກຖານຂຶ້ນກັບຄະນະພັກຮາກຖານ, ມີສະມາຊິກພັກ ທັງໝົດ 1.930 ສະຫາຍ ຍິງ 496 ສະ ຫາຍ; ພິເສດ ມີ 4 ວິທະຍາໄລຂຶ້ນກັບ, ມີສະມາຊິກພັກທັງໝົດ 1.158 ສະຫາຍ ຍິງ 185 ສະຫາຍ ແລະ ຜ່ານການຕີລາຄາປະເພດຂອງສະມາຊິກພັກ ແລະ ຮາກຖານພັກສາມາດສະຫຼຸບໄດ້ ຄື: ປະເພດຂອງສະມາຊິກພັກ ໄດ້ປະເພດແຂງ ຈໍານວນ 1.234 ສະຫາຍ ຍິງ 349 ສະຫາຍ ກວມເອົາ 91,27%, ປະເພດກາງ 113 ສະຫາຍ ຍິງ 16 ສະຫາຍ ກວມເອົາ 8,35% ແລະ ບໍ່ໄດ້ຄັດເລືອກແບ່ງປະ ເພດ 500 ສະຫາຍ ຍິງ 89 ສະຫາຍ ( ເຫດຜົນຍົກຍ້າຍມາໃໝ່ ແລະ ພັກປິ່ນປົວ). ຕີລາຄາປະເພດຮາກຖານພັກເປັນໜ່ວຍພັກປອດໃສ,ເຂັ້ມແຂງ ໜັກແໜ້ນ ໄດ້ຈຳນວນ 47 ໜ່ວຍພັກ ກວມເອົາ 77,05%, ໜ່ວຍພັກກາງ 14 ໜ່ວຍ ກວມເອົາ 22,95% ແລະ ບ່ໍໄດ້ຈັດປະເພດ 9 ໜ່ວຍ.

ໂອກາດນີ້, ສະຫາຍ ພົຈວ ປອ ຫຸມພັນ ຜິວເຂັ້ມພອນ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນທີ່ຂຶ້ນກັບກົມໃຫຍ່ການເມືອງຕ້ອງຍົກສູງຄຸນນະພາບການດໍາເນີນຊີວິດການເມືອງ ຂອງຄະນະພັກແຕ່ລະຂັ້ນ, ກວດກາ ແລະ ປະເມີນຜົນການນໍາພາປະຕິບັດໜ້າທີ່ການເມືອງຂອງຄະນະພັກ, ສະມາຊິກພັກ ໂດຍສະເພາະກວດກາຄວາມຮັບ ຜິດຊອບດ້ານຕັ້ງໜ້າ ແລະ ຄວາມເດັດຂາດໃນການແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງຂອງໜ່ວຍພັກ, ຍູ້ແຮງປະຕິບັດຫຼັກ ການຕຳນິຕິຊົມຕົນເອງ ແລະ ຕິຊົມກັນຢ່າງແຂງແຮງ, ມີຄວາມສ້າງສັນ, ພ້ອມນັ້ນກໍຕ້ອງດໍາເນີນຢ່າງເປັນປົກກະຕິ ຕິດພັນກັບການປັບປຸງເນື້ອໃນ ການເຄື່ອນໄຫວໃນແຕ່ລະໄລຍະຢ່າງມີຈຸດສຸມ ເພື່ອສ້າງບາດກ້າວຫັນປ່ຽນຢ່າງຕັ້ງໜ້າ ແລະ ແກ້ໄຂບັນຫາຫຍໍ້ທໍ້ຕ່າງໆ ຂອງບັນດາຮາກຖານພັກໃຫ້ລຸດລົງຢ່າງຈະແຈ້ງ, ສືບຕໍ່ດໍາເນີນຮ່ວມຊີວິດພັກໃນແຕ່ລະເດືອນ ແລະ ຖືເອົາການຮ່ວມຊີວິດພັກປະຈຳເດືອນເປັນການກວດກາ, ຕີລາຄາ, ປະເມີນຜົນ ເພື່ອເປັນບ່ອນອີງພື້ນຖານໃນການຈັດຕັ້ງນຳພາກໍ່ສ້າງໜ່ວຍພັກຂອງບັນດາຮາກຖານພັກ ໃຫ້ມີຄຸນນະພາບນັບມື້ສູງຂຶ້ນ.

ແຫຼ່ງທີ່ມາ: ຄວາມສະຫງົບ Lao Security News

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...