Homeຂ່າວພາຍ​ໃນຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ ຄົນໃໝ່ ຂອງສະຖາບັນແມ່ນ້ຳຂອງ

ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ ຄົນໃໝ່ ຂອງສະຖາບັນແມ່ນ້ຳຂອງ

Published on

ທ່ານ ດຣ. ອານຸລັກ ກິດຕິຄຸນ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນ ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ (ຜູ້ໃໝ່) ຂອງສະຖາບັນແມ່ນ້ຳຂອງ (Mekong Institute: MI), ນັບເປັນການເປີດສາກໃໝ່ໃຫ້ກັບອົງກອນລະຫວ່າງລັດຖະບານໃນການຮັບໃຊ້ພາກພື້ນລຸ່ມແມ່ນ້ຳຂອງ. ຫຼັງຈາກຜ່ານຂະບວນການແຂ່ງຂັນໃນລະດັບສາກົນ, ທ່ານ ດຣ. ອານຸລັກ ກິດຕິຄຸນ ໄດ້ກາຍເປັນຄົນລາວຜູ້ທຳອິດທີ່ໄດ້ຮັບການຄັດເລືອກໃຫ້ດຳລົງຕຳແໜ່ງດັ່ງກ່າວ.

ພິທີແຕ່ງຕັ້ງໄດ້ຖືກປະກາດຢ່າງເປັນທາງການໃນລະຫວ່າງການປະຊຸມ Mekong Forum 2026, ຈັດຂຶ້ນຢູ່ນະຄອນບາງກອກ ປະເທດໄທ ໃນວັນທີ 22–23 ກໍລະກົດ 2026 ຜ່ານມາ, ເຊິ່ງເປັນວາລະທີ່ສະຖາບັນແມ່ນ້ຳຂອງ ໄດ້ສະເຫຼີມສະຫຼອງຄົບຮອບ 30 ປີ ພ້ອມທັງເປີດຕົວແຜນຍຸດທະສາດສະບັບໃໝ່ ເພື່ອຊີ້ນຳການດຳເນີນງານດ້ານຄວາມຮ່ວມມືພາຍໃນພາກພື້ນ ແລະ ການພັດທະນາທີ່ຍືນຍົງ.

ໃນເວທີການເສວະນາແບບເປັນກັນເອງ ຂອງ ທ່ານ ດຣ. ອານຸລັກ ກິດຕິຄຸນ ຮ່ວມກັບ ທ່ານ ສຸລິຍັນ ວິຈິດເລກການ ກຳມະການບໍລິຫານ (ຜູ້ເກົ່າ) ທີ່ກຳລັງຈະໝົດວາລະ,ທ່ານ ດຣ. ອານຸລັກ ໄດ້ກ່າວວ່າ: 

“ ຂ້າພະເຈົ້າຈະສານຕໍ່ຄວາມສຳເລັດຕະຫຼອດ 3 ທົດສະວັດຂອງສະຖາບັນແມ່ນ້ຳຂອງ ຄູ່ຂະໜານໄປກັບການຂັບເຄື່ອນອົງກອນເຂົ້າສູ່ໄລຍະໃໝ່ຂອງການເຕີບໂຕ ແລະ ການສ້າງຜົນກະທົບດ້ານບວກໃນພາກພື້ນ. ແລະ ຂ້າພະເຈົ້າຈະຕໍ່ຍອດຈາກຮາກຖານອັນເຂັ້ມແຂງທີ່ໄດ້ສ້າງໄວ້ຕະຫຼອດ 30 ປີທີ່ຜ່ານມາ ແລະ ຈະນຳພາສະຖາບັນແມ່ນ້ຳຂອງກ້າວໄປສູ່ອີກລະດັບໜຶ່ງ ໂດຍການປັບປ່ຽນອົງຄວາມຮູ້ ໃຫ້ກາຍເປັນເງິນທຶນ ແລະ ການລົງມືຕົວຈິງ, ຕະຫຼອດເຖິງການສ້າງພາວະຜູ້ນຳທີ່ເຂັ້ມແຂງຍິ່ງຂຶ້ນ ທັງໃນລະດັບນະໂຍບາຍ, ລະດັບເຕັກນິກ ແລະ ລະດັບໄວໜຸ່ມ,”

ເພີ່ມເຕີມ: ທ່ານ ດຣ. ອານຸລັກ ກິດຕິຄຸນ ອະດີດຫົວໜ້າ ກອງເລຂາທິການ ຄະນະກຳມາທິການແມ່ນ້ຳຂອງສາກົນ (MRC) ແລະ ມີປະສົບການຫຼາຍກວ່າ 2 ທົດສະວັດ ໃນດ້ານການທູດລະຫວ່າງປະເທດ, ການຮ່ວມມືໃນພາກພື້ນ, ແລະ ການບໍລິຫານຈັດການຊັບພະຍາກອນນ້ຳ.

ເພິ່ນເປັນທີ່ຮູ້ຈັກຢ່າງກວ້າງຂວາງຈາກຜົນງານເມື່ອຢູ່ ສຳນັກງານເລຂາທິການຄະນະກຳມາທິການແມ່ນ້ຳຂອງ, ເພິ່ນໄດ້ນຳພາອົງກອນຜ່ານຊ່ວງເວລາຂອງການເສີມສ້າງຄວາມເຂັ້ມແຂງທາງສະຖາບັນຄັ້ງສຳຄັນ, ການສົ່ງເສີມບົດສົນທະນາລະດັບພາກພື້ນ ແລະ ຄວາມສຳເລັດທາງດ້ານເຕັກນິກທີ່ເປັນທີ່ຍອມຮັບໃນລະດັບສາກົນ.

ສະຖາບັນແມ່ນ້ຳຂອງ ສ້າງຕັ້ງຂຶ້ນໃນປີ 1996 ແລະ ໄດ້ກາຍເປັນໜຶ່ງໃນອົງກອນລະຫວ່າງລັດຖະບານ ທີ່ມຸ່ງໝັ້ນຂັບເຄື່ອນການພັດທະນາທີ່ມີສ່ວນຮ່ວມ ແລະ ຍືນຍົງ ທົ່ວພາກພື້ນລຸ່ມແມ່ນ້ຳຂອງ. ໂດຍຜ່ານການເຮັດວຽກຮ່ວມກັບພາກລັດ, ພາກທຸລະກິດ, ຫຸ້ນສ່ວນເພື່ອການພັດທະນາ, ພາກວິຊາການ, ແລະ ພາກສັງຄົມ, ສະຖາບັນແມ່ນ້ຳຂອງ ໄດ້ສົ່ງເສີມການຮ່ວມຕົວກັນໃນພາກພື້ນ, ການເຊື່ອມໂຍງທາງເສດຖະກິດ, ການພັດທະນາຊັບພະຍາກອນມະນຸດ ແລະ ນະວັດຕະກຳທາງນະໂຍບາຍ.

ບົດຄວາມຫຼ້າສຸດ

ອົງການກວດກາລັດແຂວງເຊກອງ ແລະ ນະຄອນດາໜັງ ພົບປະແລກປ່ຽນບົດຮຽນ ຕ້ານການສໍ້ລາດບັງຫຼວງ.

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງອົງການກວດກາລັດແຂວງເຊກອງ ສປປ ລາວ ແລະ ອົງການກວດກາລັດນະຄອນດາໜັງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 9 ສິງຫາ 2026 ທີ່ຫ້ອງວ່າການແຂວງເຊກອງ, ໂດຍມີທ່ານ...

ຍີ່ປຸ່ນ-ລາວ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດຮອບດ້ານ.

ໃນຕອນບ່າຍຂອງວັນທີ 5 ສິງຫາ 2026 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ (ສະບັບປັບປຸງ) ສໍາລັບໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃນການປັບປຸງສະໜາມບິນສາກົນວັດໄຕ ມູນຄ່າລວມທັງໝົດ 3,863,000,000 ເຢນ ຫຼື...

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຊັ້ນປະຖົມສຶກສາ ເພື່ອສົ່ງເສີມຄຸນນະພາບການສຶກສາ.

ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຢ່າງເປັນທາງການໃນວັນທີ 4 ສິງຫາ 2026. ກອງປະຊຸມແມ່ນພາຍໃຕ້ການເປັນປະທານຂອງ ທ່ານ ປອ...

ຈັບນັກບິນມາເລເຊຍ ພ້ອມຍຶດເຄື່ອງຂອງກາງ ຢາອີ ຫຼາຍກວ່າ 70,000 ເມັດ

ສຳນັກຂ່າວຕ່າງປະເທດລາຍງານວ່າ ນັກບິນມາເລເຊຍ ອາດຖືກໂທດປະຫານຊີວິດ ຫຼັງຖືກຈັບກຸມຢູ່ສະໜາມບິນນານາຊາດ ຊູກາໂນ-ຮັດຕາ ໃນນະຄອນຫຼວງຈາກາຕາ ພ້ອມເຄື່ອງຂອງກາງເປັນຢາອີ ຫຼາຍກວ່າ 70,000 ເມັດ ເຊື່ອງຢູ່ໃນກະເປົາເດີນທາງ ໂດຍຜົນກວດຍັງພົບວ່າ ນັກບິນມີສານເສບຕິດໃນຮ່າງກາຍ ຂະນະປະຕິບັດໜ້າທີ່ຂັບເຮືອບິນໂດຍສານ...