Homeຂ່າວພາຍ​ໃນໂຮງໝໍມິດຕະພາບ ເປັນແຫ່ງທໍາອິດ ໃນ ສປປ ລາວ ຟອກໄຂ່ຫຼັງ) ມາຕັ້ງແຕ່ປີ 1994.

ໂຮງໝໍມິດຕະພາບ ເປັນແຫ່ງທໍາອິດ ໃນ ສປປ ລາວ ຟອກໄຂ່ຫຼັງ) ມາຕັ້ງແຕ່ປີ 1994.

Published on

ໂຮງໝໍມິດຕະພາບ ໄດ້ປະສົບຜົນສໍາເລັດໃນການຜ່າຕັດປູກຖ່າຍໄຂ່ຫຼັງໃຫ້ກັບຄົນເຈັບ ເຊິ່ງຖືເປັນບາດກ້າວໂດດເດັ່ນໃນການພັດທະນາ ແລະ ຍົກສູງຄຸນນະພາບການບໍລິການທາງດ້ານການແພດຢູ່ ສປປ ລາວ. ການສໍາເລັດການຜ່າຕັດດັ່ງກ່າວ ຊ່ວຍໃຫ້ຄົນເຈັບ ທີ່ມີຄວາມຈໍາເປັນ ແລະ ມີເງື່ອນໄຂ ສາມາດເຂົ້າເຖິງການປ່ຽນຖ່າຍໄຂ່ຫຼັງຢູ່ພາຍໃນປະເທດ ໂດຍບໍ່ຈໍາເປັນຕ້ອງເດີນທາງໄປປິ່ນປົວຢູ່ຕ່າງປະເທດອີກຕໍ່ໄປ.

ທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ ໄດ້ໃຫ້ສໍາພາດກ່ຽວກັບການຈັດຕັ້ງປະຕິບັດການປູູກຖ່າຍໄຂ່ຫຼັງ ຕໍ່ສື່ມວນຊົນໃນວັນທີ 25 ກໍລະກົດຜ່ານມາ ທີ່ໂຮງໝໍດັ່ງກ່າວວ່າ: ໂຮງໝໍມິດຕະພາບ ເປັນແຫ່ງທໍາອິດ ໃນ ສປປ ລາວ ທີ່ໄດ້ປະຕິບັດພາລະບົດບາດປິ່ນປົວຄົນເຈັບພະຍາດໄຂ່ຫຼັງຊຸດໂຊມແບບກະທັນຫັນ ແລະ ຊໍ້າເຮື້ອ ໂດຍເລີ່ມໃຫ້ບໍລິການຟອກເລືອດ (ຟອກໄຂ່ຫຼັງ) ມາຕັ້ງແຕ່ປີ 1994 ເປັນຕົ້ນມາ. ເພື່ອເປັນການຍົກລະດັບການປິ່ນປົວໃຫ້ສູງຂຶ້ນ, ກະຊວງສາທາລະນະສຸກ ໄດ້ຮັບຮອງ ແລະ ອະນຸຍາດໃຫ້ 2 ໂຮງໝໍລັດຄື: ໂຮງໝໍມິດຕະພາບ ແລະ ໂຮງໝໍສູນກາງ 103 ກອງທັບ ເປັນສະຖານທີ່ດໍາເນີນການຜ່າຕັດປູກຖ່າຍໄຂ່ຫຼັງ.

ການດໍາເນີນງານປູກຖ່າຍໄຂ່ຫຼັງ ຢູ່ໂຮງໝໍມິດຕະພາບ ແມ່ນເຕັກນິກຂັ້ນສູງສຸດ ໃນການປິ່ນປົວພະຍາດໄຂ່ຫຼັງຊຸດໂຊມ ຊໍາເຮື້ອ ໂດຍຢູ່ພາຍໃຕ້ການຮ່ວມມືທາງດ້ານວິຊາການ ແບບບໍ່ຫວັງຜົນກໍາໄລ ຮ່ວມກັບໂຮງໝໍລາມາທິບໍດີ ປະເທດໄທ ຕາມບົດບັນທຶກຄວາມເຂົ້າໃຈ (MOU) ທີ່ໄດ້ເຊັນຮ່ວມກັນໃນປີ 2023. ໂຄງການນີ້ໄດ້ເນັ້ນໃສ່ການຝຶກອົບຮົມບຸກຄະລາກອນຢ່າງເປັນລະບົບ ທັງຢູ່ສູນປູກຖ່າຍອະໄວຍະວະ ໂຮງໝໍລາມາທິບໍດີ ແລະ ຢູ່ພະແນກໄຂ່ຫຼັງ ໂຮງໝໍມິດຕະພາບ.

ພ້ອມດຽວກັນນີ້, ໂຮງໝໍມິດຕະພາບ ໄດ້ສ້າງຕັ້ງ “ທີມງານປູກຖ່າຍໄຂ່ຫຼັງ” ໂດຍມີຂໍ້ຕົກລົງຂອງຜູ້ອໍານວຍການ ແລະ ພາຍໃຕ້ການຊີ້ນໍາໂດຍກົງຈາກຄະນະອໍານວຍໂຮງໝໍ ແລະ ທີມວິຊາການປະກອບດ້ວຍ: ທີມໝໍໄຂ່ຫຼັງ, ໝໍຜ່າຕັດ, ໝໍວາງຢາສະຫຼົບ, ໝໍຫົວໃຈ, ໝໍເບົາຫວານ, ໝໍຊຶມເຊື້ອ, ການຢາ, ໝໍສຸຂະພາບຈິດ, ທີມພະຍາບານໄຂ່ຫຼັງ, ພະຍາບານສົ່ງເຄື່ອງມື ແລະ ນັກໂພຊະນາການ. ໃນດ້ານຂະບວນການ ແລະ ກົດໝາຍ, ການກະກຽມຄົນເຈັບແມ່ນໄດ້ປະຕິບັດຕາມກົດໝາຍການປິ່ນປົວຂອງກະຊວງສາທາລະນະສຸກຢ່າງເຂັ້ມງວດ, ມີການສະເໜີຂໍອະນຸມັດຜ່ານກົມປິ່ນປົວ ແລະ ຫ້ອງການກະຊວງສາທາລະນະສຸກ.

ນອກຈາກນີ້, ຍັງໄດ້ປະຕິບັດຕາມກົດໝາຍບ້ານເມືອງ (ມີໃບຢັ້ງຢືນຈາກອໍານາດການປົກຄອງບ້ານ ແລະ ເມືອງ) ເພື່ອປ້ອງກັນ ແລະ ຫຼີກລ່ຽງການຊື້-ຂາຍອະໄວຍະວະ. ຜູ້ບໍລິຈາກໄຂ່ຫຼັງຕ້ອງເປັນສາຍຍາດໂດຍຕົງ ທີ່ສະໝັກໃຈ ແລະ ສາມາດພິສູດໄດ້ທາງກົດໝາຍ ລວມທັງການພິສູດທາງວິທະຍາສາດ (DNA). ທັງນີ້, ກ່ອນການຜ່າຕັດ ທີມງານທັງສອງຝ່າຍ (ໂຮງໝໍມິດຕະພາບ ແລະ ໂຮງໝໍລາມາທິບໍດີ) ໄດ້ປະຊຸມກະກຽມຮ່ວມກັນຢ່າງໜ້ອຍ 4 ຄັ້ງ.

ທ່ານ ສອນໄຊ ລາດຊະວົງ ກ່າວຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດ, ໂຮງໝໍມິດຕະພາບ ສາມາດຜ່າຕັດປູກຖ່າຍໄຂ່ຫຼັງ ປະສົບຜົນສໍາເລັດແລ້ວ 2 ກໍລະນີຄື: ກໍລະນີທີ 1: ຜ່າຕັດສໍາເລັດໃນວັນທີ 18 ພະຈິກ 2024 (ຕິດຕາມຜົນແລ້ວ 18 ເດືອນ); ກໍລະນີທີ 2: ຜ່າຕັດສໍາເລັດໃນວັນທີ 6 ຕຸລາ 2025 (ຕິດຕາມຜົນແລ້ວ 10 ເດືອນ) ປັດຈຸບັນ, ທັງສອງກໍລະນີ ແມ່ນມີສຸຂະພາບແຂງແຮງດີ, ມີຊີວິດໃໝ່ ແລະ ສາມາດກັບຄືນມາໃຊ້ຊີວິດໄດ້ຕາມປົກກະຕິ ໂດຍໄດ້ຮັບການຕິດຕາມສຸຂະພາບຕາມນັດຢູ່ໂຮງໝໍມິດຕະພາບຢ່າງເປັນລະບົບ. ຜົນສໍາເລັດນີ້ ບໍ່ພຽງແຕ່ຊ່ວຍຫຼຸດຜ່ອນພາລະ ແລະ ຄວາມຫຍຸ້ງຍາກຂອງຄົນເຈັບໃນການເດີນທາງໄປຕ່າງປະເທດເທົ່ານັ້ນ, ແຕ່ຍັງເປັນສິ່ງຢັ້ງຢືນເຖິງສັກກະຍາພາບ, ຄວາມພ້ອມທາງດ້ານວິຊາການ ແລະ ພື້ນຖານໂຄ່ງລ່າງ ຂອງໂຮງໝໍມິດຕະພາບ ໃນການກ້າວສູ່ມາດຕະຖານໃໝ່ຂອງການບໍລິການສາທາລະນະສຸກຢູ່ ສປປ ລາວ.

ອ່ານເນື້ອໃນຕໍ່ໄດ້ທີ່ເວັບໄຊ້: 👇

ແຫຼ່ງທີ່ມາ: ປະຊາຊົນ

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...