Homeຂ່າວພາຍ​ໃນປະເທດລາວ ຈີນ ຍີ່ປຸ່ນ ແລະ ສ.ເກົາຫຼີ ເພີ່ມທະວີການຮ່ວມມື ການຕ້ານອາຊະຍາກໍາຂ້າມຊາດ ພ້ອມຟື້ນຟູໄພພິບັດ ແລະ ພັດທະນາຊັບພະຍາກອນມະນຸດ.

ປະເທດລາວ ຈີນ ຍີ່ປຸ່ນ ແລະ ສ.ເກົາຫຼີ ເພີ່ມທະວີການຮ່ວມມື ການຕ້ານອາຊະຍາກໍາຂ້າມຊາດ ພ້ອມຟື້ນຟູໄພພິບັດ ແລະ ພັດທະນາຊັບພະຍາກອນມະນຸດ.

Published on

​ໃນວັນທີ 23 ກໍລະກົດ 2026 ທີ່ ມະນີລາ, ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ ຄັ້ງທີ 27, ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 33 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັສ) ຄັ້ງທີ 16.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ (ສປ. ຈີນ, ຍີ່ປຸ່ນ ແລະ ສ. ເກົາຫຼີ) ຄັ້ງທີ 27 ໄດ້ທົບ ການຮ່ວມມື ພາຍໃຕ້ຂອບອາຊຽນບວກສາມ ໃນໄລຍະຜ່ານມາ ໂດຍສະເພາະແມ່ນຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນວຽກການຮ່ວມມືອາຊຽນບວກສາມ ສໍາລັບໄລຍະ 2023-2027. ພ້ອມນີ້, ກອງປະຊຸມ ໄດ້ເຫັນດີໃຫ້ສືບຕໍ່ຮັດແໜ້ນການຮ່ວມມືດ້ານເສດຖະກິດ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ ໃນທ່າມກາງຄວາມ ບໍ່ແນ່ນອນຂອງພູມສາດການເມືອງ ແລະ ພູມສາດເສດຖະກິດທົ່ວໂລກ, ຮັດແໜ້ນການຮ່ວມມືເພື່ອແກ້ໄຂບັນຫາອາຊະຍາກຳຂ້າມຊາດ ເປັນຕົ້ນແມ່ນ ການຫຼອກລວງທາງອອນລາຍ, ການຟອກເງິນ ແລະ ອື່ນໆ. ກອງປະຊຸມຍັງໄດ້ສະແດງ ຄວາມຍິນດີຕໍ່ການຮັບຮອງແຜນງານການຮ່ວມມືດ້ານການທ່ອງທ່ຽວ ອາຊຽນບວກສາມ 2026-2030 ເພື່ອສົ່ງເສີມການໄປມາຫາສູ່ລະຫວ່າງປະຊາຊົນໃນພາກພື້ນ ແລະ ໄດ້ປຶກສາຫາລືເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ບວກສາມ ຄັ້ງທີ 29 ໃນເດືອນພະຈິກ 2026.

ກອງປະຊຸມລັດຖະມົນຕີຕ່າງປະເທດເວທີພາກພື້ນອາຊຽນ ຄັ້ງທີ 33 ໄດ້ທົບທວນຄືນບັນດາກິດຈະກໍາທີ່ໄດ້ຈັດຕັ້ງປະຕິບັດໃນຂອບກອງປະຊຸມເວທີພາກພື້ນອາຊຽນ ໃນສົກປີຜ່ານມາ ແລະ ໄດ້ເຫັນດີຮັບຮອງເອົາບັນດາກິດຈະກຳ ສຳລັບສົກປີ 2026-2027. ພ້ອມນີ້, ໄດ້ຮັບຮອງເອົາ ປື້ມວິໄສທັດຄວາມໝັ້ນຄົງເວທີພາກພື້ນອາຊຽນ ປະຈຳປີ 2026. ກອງປະຊຸມໄດ້ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ແລະ ເຫັນດີຮັບຮອງເອົາ ແຜນປະຕິບັດງານ ມະນິລາ 2026-2036, ຊຶ່ງຈະເປັນເອກະສານທີ່ສຳຄັນໃນການຮ່ວມມືໃນຂອບ ກອງປະຊຸມເວທີພາກພື້ນອາຊຽນ ໃນ 10 ປີຕໍ່ໜ້າ.

ນອກນັ້ນ, ບັນດາປະເທດສະມາຊິກເວທີພາກພື້ນອາຊຽນ ໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບບັນຫາທີ່ພົ້ນເດັ່ນໃນ ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ ສະພາບການໃນຕາເວັນອອກກາງ ທີ່ໄດ້ສົ່ງຜົນກະທົບ ຕໍ່ເສດຖະກິດ, ຄວາມໝັ້ນຄົງດ້ານພະລັງງານຂອງພາກພື້ນ ແລະ ໃນໂລກ, ການຕ້ານອາຊະຍາກຳຂ້າມຊາດ ໂດຍສະເພາະ ການຫຼອກລວງທາງອອນລາຍ, ການປ່ຽນແປງດິນຟ້າອາກາດ, ແລະ ອື່ນໆ. ກອງປະຊຸມ ຍັງໄດ້ຮັບຮອງເອົາ ອັງກິດ ເຂົ້າເປັນສະມາຊິກໃໝ່ ອັນດັບທີ 28 ຂອງເວທີພາກພື້ນອາຊຽນ.

ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັສ) ຄັ້ງທີ 16 ໄດ້ປຶກສາຫາລື ແລະ ທົບທວນຄືນ ຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາກິດຈະກໍາພາຍໃຕ້ ແຜນປະຕິບັດງານ ອີເອເອັສ ສົກປີ 2024-2028. ກອງປະຊຸມ ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດ ການຕ້ານອາຊະຍາກໍາຂ້າມຊາດ, ການເຊື່ອມຈອດ ແລະ ການຫັນປ່ຽນ ສູ່ພະລັງງານສະອາດ, ສາທາລະນະສຸກ, ການຟື້ນຟູໄພພິບັດ ແລະ ການພັດທະນາຊັບພະຍາກອນມະນຸດ, ແລະ ການສ້າງຄວາມອາດສາມາດດ້ານດິຈິຕອນ ແລະ ການສຶກສຶກສາລະດັບສູງ. ພ້ອມນີ້, ກອງປະຊຸມ ໄດ້ປຶກສາຫາລື ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອີເອເອັສ ຄັ້ງທີ 21 ທີ່ຈະຈັດຂຶ້ນໃນເດືອນພະຈິກ 2026, ລວມທັງການສະເໜີບັນດາເອກະສານຜົນກອງປະຊຸມສຸດຍອດດັ່ງກ່າວ.

ແຫຼ່ງທີ່ມາ: ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

 

 

 

 

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວາງທິດທາງໃນຕໍ່ໜ້າ ເພື່ອກ້າວໄປສູ່ການລຶບລ້າງອາວຸດ (ລະເບີດ) ໃຫ້ໝົດສິ້ນຢ່າງຖາວອນ

ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of the Convention on Cluster Munitions) ໄດ້ໄຂຂຶ້ນຢ່າງເປັນທາງການ...

ໂຄງການເກັບກູ້ລະເບີດແຫ່ງຊາດ ຕ້ອນຮັບການມາຢ້ຽມຢາມຂອງບັນດາຄະນະຜູ້ແທນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ.

ໂຄງການເກັບກູ້ລະເບີດແຫ່ງຊາດ ຕ້ອນຮັບການມາຢ້ຽມຢາມຂອງບັນດາຄະນະຜູ້ແທນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ເຂົ້າສູ່ສະໜາມປະຕິບັດງານພາກສະໜາມ ຂອງ ຄກລ ຢູ່ທີ່ບ້ານພິກໃຫຍ່, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ...

ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ມອບ-ຮັບ ອາຄານໂຮງຮຽນ ບ້ານມົກກົກນ້ອຍ ເມືອງສໍາພັນ ແຂວງຜົ້ງສາລີ

ຕອນເຊົ້າວັນທີ 10 ກັນຍາ 2026 ນີ້ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະທີມງານຂັ້ນສູນກາງ...

ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ກອງປະຊຸມສ້າງຕັ້ງພັນທະມິດສາກົນ ເພື່ອແກ້ໄຂອາຊະຍາກໍາສໍ້ໂກງທາງໂທລະຄົມ

ໃນລະຫວ່າງວັນທີ 9-10 ກັນຍາ 2026, ທ່ານ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ເຂົ້າຮ່ວມ...