Homeຂ່າວພາຍ​ໃນລາວ-ຣັດເຊຍ ສືບຕໍ່ຮ່ວມື ໃຫ້ປະກົດຜົນເປັນຮູບປະທຳຍິ່ງຂຶ້ນ ເປັນຕົ້ນແມ່ນ ດ້ານເສດຖະກິດ-ການຄ້າ.

ລາວ-ຣັດເຊຍ ສືບຕໍ່ຮ່ວມື ໃຫ້ປະກົດຜົນເປັນຮູບປະທຳຍິ່ງຂຶ້ນ ເປັນຕົ້ນແມ່ນ ດ້ານເສດຖະກິດ-ການຄ້າ.

Published on

ໃນວັນທີ 21 ກໍລະກົດ2026, ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມປີ່ນອ້ອມ ທີ່ ນະຄອນຫຼວງມະນິລາ, ສາທາລະນະລັດ ຟິລິບປິນ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ເຊຣເກ ລາວະຣົບ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ.

ໃນການພົບປະ, ສອງຝ່າຍໄດ້ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງຕໍ່ການພົບປະກັນຢ່າງເປັນປະຈຳໃນໂອກາດເຂົ້າຮ່ວມກອງປະຊຸມພາກພື້ນ ແລະ ສາກົນ, ເຊິ່ງໄດ້ກາຍເປັນປະເພນີປະຕິບັດທີ່ສຳຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ຄວາມເຊື່ອອົກເຊື່ອໃຈ ແລະ ການເພີ່ມທະວີການຮ່ວມມື ບົນພື້ນຖານຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສປປ ລາວ ແລະ ສະຫະພັນ ຣັດເຊຍ.

ພ້ອມດຽວກັນນີ້, ທັງສອງຝ່າຍ ໄດ້ທົບທວນຄືນ ແລະ ສະແດງຄວາມພຶງພໍໃຈ ຕໍ່ໝາກຜົນການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃນໄລຍະຜ່ານມາ ທີ່ໄດ້ຮັບການເພີ່ມທະວີຢ່າງຕໍ່ເນື່ອງ, ພ້ອມທັງເຫັນດີ ເປັນເອກະພາບ ທີ່ຈະສືບຕໍ່ຊຸກຍູ້ການຮ່ວມມື ໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ໃຫ້ປະກົດຜົນເປັນຮູບປະທຳຍິ່ງຂຶ້ນ ເປັນຕົ້ນແມ່ນ ດ້ານເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຂົງເຂດອື່ນໆ ເພື່ອຜົນປະໂຫຍດຮ່ວມກັນ ຂອງ ປະຊາຊົນສອງຊາດ ລາວ-ຣັດເຊຍ.

ນອກຈາກນີ້, ສອງຝ່າຍຍັງໄດ້ແລກປ່ຽນທັດສະນະຢ່າງກົງໄປກົງມາ ກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍໃຫ້ຄວາມສົນໃຈຮ່ວມກັນ, ພ້ອມທັງຢືນຢັນຄືນ ຈະສືບຕໍ່ສະໜັບສະໜູນ ແລະ ຮ່ວມມືກັນຢ່າງໃກ້ຊິດ ໃນເວທີພາກພື້ນ ແລະ ສາກົນ ເພື່ອປະກອບສ່ວນເຂົ້າ ໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ໃນທົ່ວໂລກ. ຄຽຄູ່ກັນນີ້, ສອງຝ່າຍຍັງໄດ້ ຕີລາຄາສູງຕໍ່ໝາກຜົນການຮ່ວມມື ໃນຂອບອາຊຽນ-ຣັດເຊຍ ໃນໄລຍະຜ່ານມາ.

ແຫຼ່ງທີ່ມາ: ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

 

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...