Homeສຸຂະພາບ ແລະ ສີ່ງແວດລ້ອມສະກຸດຊີ່ທີ່ບໍ່ໄດ້ມາດຕະຖານ ສ່ຽງເປັນອັນຕະລາຍຕໍ່ສຸຂະພາບໄດ້

ສະກຸດຊີ່ທີ່ບໍ່ໄດ້ມາດຕະຖານ ສ່ຽງເປັນອັນຕະລາຍຕໍ່ສຸຂະພາບໄດ້

Published on

ສະກຸດຊີ່ (Squishy) ແມ່ນເຄື່ອງຫຼິ້ນທີ່ມີສຳຜັດນຸ້ມ ເຮັດມາຈາກໂຟມໂພລີຍູຣີເທນ (Polyurethane) ມີຄຸນສົມບັດພິເສດຄືເມື່ອບີບແລ້ວ ຈະຄ່ອຍໆຄືນຮູບກັບມາຢ່າງຊ້າໆ. ໂດຍສະກຸດຊີ່ສ່ວນຫຼາຍຈະມີຮູບຮ່າງຮຽນແບບເຂົ້າໜົມ ຫຼື ໝາກໄມ້ ແລະ ມີກິ່ນຫອມ ເຊິ່ງກຳລັງເປັນເຄື່ອງຫຼິ້ນທີ່ໄດ້ຮັບຄວາມນິຍົມໃນຊ່ວງນີ້. 

ພ້ອມດຽວກັນນັ້ນ, ກໍໄດ້ມີຜູ້ປົກຄອງອອກມາເວົ້າກ່ຽວກັບ ລູກຫຼານຂອງຕົນໄດ້ເກີດອາການຜິວໜັງອັກເສບ ຫຼັງຫຼິ້ນສະກຸດຊີ່. ນອກຈາກນີ້, ບາງຮ້ານຄ້າກໍໄດ້ຄຳນຶງເຖິງຄວາມສ່ຽງບໍ່ປອດໄພຕໍ່ເດັກນ້ອຍ ຈຶ່ງໄດ້ເລີ່ມງົດຂາຍສະກຸດຊີແລ້ວ.

ສະກຸດຊີ່ ທີ່ບໍ່ໄດ້ມາດຕະຖານສາມາດກະຕຸ້ນໃຫ້ເດັກນ້ອຍເກີດອາການແພ້ທາງຜິວໜັງ, ຜິວໜັງອັກເສບ ແລະ ລະບົບທາງເດີນຫາຍໃຈໄດ້.

ສະກຸດຊີ່ ເຮັດໃຫ້ເກີດອາການແພ້ ແລະ ຜິວໜັງອັກເສບໃນເດັກໄດ້ແນວໃດ?

  • ນໍ້າຫອມສັງເຄາະ: ການໃສ່ກິ່ນຫອມ ຫຼື ກິ່ນໝາກໄມ້ເພື່ອປົກປິດກິ່ນສານເຄມີ ເຊິ່ງນໍ້າຫອມສັງເຄາະແມ່ນໜຶ່ງໃນສານກໍ່ອາການແພ້ຕໍ່ຜິວໜັງທີ່ພົບເຫັນໄດ້ເລື້ອຍໆໃນເດັກນ້ອຍ ເຮັດໃຫ້ເກີດມີຜື່ນແດງ ແລະ ຄັນ.
  • ສີທາ ແລະ ສານລະລາຍຕົກຄ້າງ: ສີ ຫຼື ສານເຄມີເຄືອບທີ່ຍັງບໍ່ແຫ້ງດີ ສາມາດຍ່ອຍສະຫຼາຍໄດ້ ເມື່ອຖືກເຫື່ອ ແລະ ນໍ້າມັນຈາກຜິວໜັງ ເຮັດໃຫ້ເກີດຜິວໜັງອັກເສບຢູ່ບໍລິເວນມືໄດ້.
  • ການລະຄາຍເຄືອງລະບົບທາງເດີນຫາຍໃຈ: ສະກຸດຊີ່ໃໝ່ແກະກ່ອງ ຈະປ່ອຍສານເຄມີລະເຫີຍງ່າຍ (VOCs) ອອກມາ ເຊິ່ງເປັນເອກະລັກສະເພາະຂອງ “ກິ່ນເຄື່ອງຫຼິ້ນໃໝ່”.
  • ຄວາມໄວຕໍ່ການລະຄາຍເຄືອງຂອງທາງເດີນຫາຍໃຈ: ການສູບດົມສານເຄມີ VOCs ໃນປະລິມານຫຼາຍ ໂດຍສະເພາະໃນຫ້ອງອາກາດປິດ ຫຼື ເວລາເດັກນອນຫຼັບຂ້າງໆສະກຸດຊີ່ ອາດກະຕຸ້ນໃຫ້ເກີດການລະຄາຍເຄືອງຢູ່ຄໍ, ເຮັດໃຫ້ໄອ, ເຈັບຫົວ ຫຼື ສົ່ງຜົນໃຫ້ມີອາການຫອບຫືດ.

ຄໍາແນະນໍາເພື່ອຄວາມປອດໄພສໍາລັບການຫຼິ້ນສະກຸດຊີ່

  • ແກະອອກມາຕາກອາກາດກ່ອນຫຼິ້ນ: ແກະສະກຸດຊີ່ອອກ ແລະ ນຳມາຕາກໄວ້ໃນບ່ອນທີ່ມີອາກາດຖ່າຍເທດີ ປະມານ 2-3 ມື້ ກ່ອນໃຫ້ເດັກນ້ອຍຫຼິ້ນ ເພື່ອຫຼຸດຜ່ອນກິ່ນສານເຄມີ
  • ຫ້າມເອົາໄວ້ໃກ້ຕອນນອນ: ບໍ່ຄວນໃຫ້ເດັກນ້ອຍເອົາ ສະກຸດຊີ່ ໄປນອນກອດ ຫຼື ໄວ້ໃກ້ໝອນ ເພາະຈະເຮັດໃຫ້ສູດດົມສານລະເຫີຍເຂົ້າໄປຕະຫຼອດຄືນ.
  • ເລືອກຊື້ແບຣນທີ່ມີມາດຕະຖານ: ເລືອກຊື້ຈາກແບຣນທີ່ໄວ້ໃຈໄດ້ ແລະ ມີເຄື່ອງໝາຍຮັບຮອງຄວາມປອດໄພ ເຊັ່ນ: CE, ASTM F963.
  • ຫ້າມໃຫ້ຖືກຄວາມຮ້ອນ: ເຕືອນບໍ່ໃຫ້ເດັກນ້ອຍເອົາ ສະກຸດຊີ່ ເຂົ້າໄມໂຄຣເວບ ຫຼື ສະຖານທີ່ຮ້ອນເອົ້າ ເພາະຄວາມຮ້ອນຈະຍ່ອຍສະຫຼາຍພລາສຕິກ ແລະ ປ່ອຍອາຍເຄມີອັນຕະລາຍອອກມາ.

ແຫຼ່ງທີ່ມາ: ສະມາຄົມປົກປ້ອງຜູ້ຊົມໃຊ້

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...