Homeຂ່າວພາຍ​ໃນສານປະຊາຊົນ ແຂວງອັດຕະປື ຕັດສິນ 9 ຈຳເລີຍ ຂໍ້ຫາລະເມີດລະບຽບການຄຸ້ມຄອງເງີນຕາຕ່າງປະເທດ, ດໍາເນີນທຸລະກິດບໍຖືກຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ.

ສານປະຊາຊົນ ແຂວງອັດຕະປື ຕັດສິນ 9 ຈຳເລີຍ ຂໍ້ຫາລະເມີດລະບຽບການຄຸ້ມຄອງເງີນຕາຕ່າງປະເທດ, ດໍາເນີນທຸລະກິດບໍຖືກຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ.

Published on

ໃນວັນທີ 16 ກໍລະກົດ 2026 ຜ່ານມາ, ທີ່ຫ້ອງປະຊຸມສານຂອງສານປະຊາຊົນ ແຂວງອັດຕະປື ໄດ້ພິຈາລະນາຕັດສີນ ຄະດີອາຍາ ເລກທີ 64/ ຂຕ.ອ, ລົງວັນທີ 20 ເມສາ 2026, ຕາມຄຳຕັດສີນ ເລກທີ 89/ຂຕ.ອ, ລົງວັນທີ 16 ກໍລະກົດ 2026. ກ່ຽວກັບການກະທຳຜິດ ຂອງເຈົ້າກຳທົ່ວໄປ (ບຸກຄົນທົ່ວໄປ) ຕິດພັນກັບຈຳນວນເງີນ ຖືກເສຍຫາຍ ຈາກການກະທຳຜິດຂອງພະນັກງານທີ່ສໍ້ລາດບັງ ຫຼວງ ຢູ່ແຂວງອັດຕະປື, ເຊີ່ງມີຈຳເລີຍ ທັງໝົດ 9 ຄົນ, ຍິງ 6 ຄົນ.

ຜ່ານການຄົ້ນຄວ້າພິຈາລະນາ ຂໍ້ມູນຫຼັກຖານຕ່າງໆ ຈິ່ງໄດ້ຕັດສີນຄະດີດັ່ງກ່າວຕາມຂໍ້ມູນຫຼັກຖານ ແລະ ກົດໝາຍ, ເຊິ່ງໄດ້ພິຈາລະນາຕັດສີນ 9 ຈຳເລີຍ ມີຄວາມຜິດໃນສະຖານ ໂທສານຸໂທດ

ມາດຕາ 285: ການລະເມີດລະບຽບການຄຸ້ມຄອງເງີນຕາຕ່າງປະເທດ, ມາດຕາ 279: ການດຳເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ມາດຕາ 298: ການຄິດໄລ່ດອກເບ້ຍສູງ ຂອງປະມວນກົດໝາຍອາຍາ ປີ 2017, ລົງໂທດຕັດອິດສະລະພາບ ພວກຈຳເລີຍດັ່ງນີ້:

1) ທ້າວ ອານຸກອນ ໄຊມະນີ (ຈຳເລີຍ 1) ມີຄວາມຜິດໃນສະຖານ ໂທສານຸໂທດ ຕາມມາດຕາ 285 ແລະ 297 ຂອງປະມວນກົດໝາຍອາຍາ ປີ 2017, ລວມລົງໂທດຕັດອິດສະລະພາບ ທັງ ໝົດ 1 ປີ ໃຫ້ປະຕິບັດ ຫ້າເດືອນ ສິບເອັດວັນ, ສ່ວນເຫຼືອນັ້ນ ພາກໄວ້ ແລະ ປັບໃໝ 10,000,000 ກີບ ແລະ ໃຊ້ແທນເງິນຈຳນວນ 117,714,000 ກີບ (ຄະນະສະເພາະກິດຮັກສາໄວ້) ສົ່ງຄືນໃຫ້ແກ່ລັດ.

2) ນາງ ທິດສະໄໝ ຊາພັກດີ (ຈໍາເລີຍ2) ມີຄວາມຜິດໃນສະຖານ ໂທສານຸໂທດ ຕາມມາດຕາ 297 ແລະ 298 ຂອງປະມວນກົດໝາຍອາຍາ ປີ 2017, ລວມລົງໂທດຕັດອິດສະລະພາບ ທັງໝົດ 1 ປີ ພາກໄວ້ທັງໝົດ ແລະ ປັບໃໝ 10,000,000 ກີບ, ໃຊ້ແທນເງີນສ່ວນຕ່າງທີ່ໄດ້ຈາກການກະທຳຜິດ ຈຳນວນ 2,020,958,000 ກີບ ຄືນແກ່ລັດ.

3) ນາງ ວັນວິໄລ ໄຊເສນາ (ຈໍາເລີຍ3) ມີຄວາມຜິດໃນສະຖານ ໂທສານຸໂທດ ຕາມມາດຕາ 297 ແລະ 298 ຂອງປະມວນກົດໝາຍອາຍາ ປີ 2017, ລວມລົງໂທດຕັດອິດສະລະພາບ ທັງໝົດ 1 ປີ ພາກໄວ້ທັງໝົດ ແລະ ປັບໃໝ 10,000,000 ກີບ, ໃຊ້ແທນ ເງີນສ່ວນຕ່າງທີ່ໄດ້ຈາກການກະທຳຜິດ ຈຳນວນ 3,400,964,000 ກີບ ຄືນແກ່ລັດ.

4) ນາງ ດາວິນ ມະນີວົງ (ຈໍາເລີຍ4) ມີຄວາມຜິດໃນສະຖານ ໂທສານຸໂທດ ຕາມມາດຕາ 297 ແລະ 298 ຂອງປະມວນກົດໝາຍອາຍາ ປີ 2017, ລວມລົງໂທດຕັດອິດສະລະພາບ ທັງໝົດ 1 ປີ ໃຫ້ປະຕິບັດ ຫ້າເດືອນ ຊາວສີ່ວັນ ສ່ວນທີ່ເຫຼືອພາກໄວ້ ແລະ ປັບໃໝ 10,000,000 ກີບ. ໃຊ້ແທນ ເງີນສ່ວນຕ່າງທີ່ໄດ້ຈາກການກະທຳຜິດ ຈຳນວນ 5,054,100,000 ກີບ ຄືນແກ່ລັດ.

5) ນາງ ນ້ອຍເພັດຕາ ກິດຕິຍະລາດ (ຈໍາເລີຍ5) ມີຄວາມຜິດໃນສະຖານ ໂທສານຸໂທດ ຕາມມາດຕາ 297 ແລະ 298 ຂອງປະມວນກົດໝາຍອາຍາ ປີ 2017, ລວມລົງໂທດຕັດອິດສະລະ ທັງໝົດ 1 ປີ ໃຫ້ປະຕິບັດ ຫ້າເດືອນ ຊາວສີ່ວັນ ສ່ວນທີ່ເຫຼືອພາກໄວ້ ແລະ ປັບໃໝ 10,000,000 ກີບ.

6) ນາງ ສຸດສະໜາ ຈັນທະວີສຸກ (ຈໍາເລີຍ6) ມີຄວາມຜິດໃນສະຖານ ໂທສານຸໂທດ ຕາມມາດຕາ 297 ແລະ 298 ຂອງປະມວນກົດໝາຍອາຍາ ປີ 2017, ລວມລົງໂທດຕັດອິດສະລະພາບ ທັງໝົດ 1 ປີ ໃຫ້ປະຕິບັດ ຫ້າເດືອນ ຊາວສີ່ວັນ ສ່ວນທີ່ເຫຼືອພາກໄວ້ ແລະ ປັບໃໝ 10,000,000 ກີບ.

7) ນາງ ນ້ອຍເພັດຕາ ກິດຕິຍະລາດ (ຈໍາເລີຍ5), ນາງ ສຸດສະໜາ ຈັນທະວີສຸກ (ຈໍາເລີຍ6) ໃຊ້ແທນ ເງີນສ່ວນຕ່າງທີ່ໄດ້ຈາກການກະທຳຜິດ ຈຳນວນ 13,078,102,000 ກີບ ຄືນແກ່ລັດ.

8.ນາງ ໄພຈິດ ສິມມະລາດ (ຈໍາເລີຍ7) ມີຄວາມຜິດໃນສະຖານ ໂທສານຸໂທດ ຕາມມາດຕາ 297,298 ຂອງປະມວນກົດໝາຍອາຍາ ປີ 2017: ລວມລົງໂທດຕັດອິດສະລະພາບ ນາງ ໄພຈິດ ສິມມະລາດ (ຈໍາເລີຍ7) ທັງໝົດ ໜື່ງ ປີ ພາກໄວ້ ແລະ ປັບໃໝ 10,000,000 ກີບ. ໃຊ້ແທນ ເງີນສ່ວນຕ່າງທີ່ໄດ້ຈາກການກະທຳຜິດ ຈຳນວນ 555,523,000 ກີບ ຄືນແກ່ລັດ.

9) ທ້າວ ແອໜິງ ສະໝອນ (ຈໍາເລີຍ8) ມີຄວາມຜິດໃນສະຖານ ໂທສານຸໂທດ ຕາມມາດຕາ 297 ແລະ 298 ຂອງປະມວນກົດໝາຍອາຍາ ປີ 2017, ລວມລົງໂທດຕັດອິດສະລະພາບ ທັງໝົດ 1 ປີ ພາກໄວ້ ແລະ ປັບໃໝ 10,000,000 ກີບ, ໃຊ້ແທນ ເງີນສ່ວນຕ່າງທີ່ໄດ້ຈາກການກະທຳຜິດ ຈຳນວນ 3,282,978,600 ກີບ ຄືນແກ່ລັດ.

10) ທ້າວ ສຸລິຈັນ ບູ່ຕາວົງ (ຈໍາເລີຍ9) ມີຄວາມຜິດໃນສະຖານ ໂທສານຸໂທດ ຕາມມາດຕາ 297 ແລະ 298 ຂອງປະມວນກົດໝາຍອາຍາ ປີ 2017, ລວມລົງໂທດຕັດອິດສະລະພາບ ທັງໝົດ 1 ປີ ໃຫ້ປະຕິບັດຫົກເດືອນ ເຈັດວັນ ສ່ວນເຫຼືອນັ້ນພາກໄວ້ ແລະ ປັບໃໝ 10,000,000 ກີບ, ໃຊ້ແທນ ເງີນສ່ວນຕ່າງທີ່ໄດ້ຈາກການກະທຳຜິດ ຈຳນວນ 258,500,000 ກີບ ຄືນແກ່ລັດ.

ພ້ອມນັ້ນໃຫ້ພວກຈຳເລີຍ ຮັບຜິດຊອບ ຄ່າໃຊ້ຈ່າຍໃນການດຳເນີນຄະດີຂອງເຈົ້າໜ້າທີ່ສະເພາະກິດຂອງແຂວງ ແລະ ຮັບຜິດຊອບ ຄ່າທຳນຽມສານ.

ແຫຼ່ງທີ່ມາ:ຂ່າວສານອອນລາຍ ອັດຕະປື

 

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...