Homeຂ່າວພາຍ​ໃນປະກາດສ້າງຕັ້ງ ສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ ເພື່ອອະນຸລັກມໍລະດົກຊາດ ແລະ ພັດທະນາສູ່ Soft Power.

ປະກາດສ້າງຕັ້ງ ສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ ເພື່ອອະນຸລັກມໍລະດົກຊາດ ແລະ ພັດທະນາສູ່ Soft Power.

Published on

ກອງປະຊຸມປະກາດສ້າງຕັ້ງ “ສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ” (ສຄວລ) ຫຼື Lao Cultural Values Promotion Association (LCVPA) ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 16 ກໍລະກົດ 2026 ທີ່ນະຄອນຫຼວງວຽງຈັນ ຕາມຂໍ້ຕົກລົງຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 824/ຄຈສພ, ລົງວັນທີ 23 ມິຖຸນາ 2026 ແລະ ເຄື່ອນໄຫວພາຍໃຕ້ດໍາລັດ 536/ລບ ວ່າດ້ວຍສະມາຄົມ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ທ່ານ ຄຳມະນີ ອິນທິລາດ ປະທານທີ່ປຶກສາສະມາຄົມ, ທ່ານ ພູວົງ ພະມີສິດ ຮອງປະທານສູນກາງແນວລາວສ້າງຊາດ (ຜູ້ບໍ່ປະຈໍາການ) ປະທານກິດຕິມະສັກຂອງສະມາຄົມ, ພ້ອມດ້ວຍຜູ້ຊົງຄຸນວຸດທິ, ຜູ້ປະກອບການວັດທະນະທຳ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ ໄດ້ຂຶ້ນຜ່ານບົດລາຍງານ ໂດຍໄດ້ຍົກໃຫ້ເຫັນເຖິງປະຫວັດສາດ ແລະ ຄວາມເປັນມາອັນຍາວນານຂອງຄວາມສາມັກຄີລະຫວ່າງປະຊາຊົນບັນດາເຜົ່າ ເຊິ່ງເປັນວັດທະນະທຳອັນຍອດຍິ່ງຂອງຊາດ. ທ່ານໄດ້ເນັ້ນໜັກວ່າ ນັບຕັ້ງແຕ່ໄລຍະຕໍ່ສູ້ປົດປ່ອຍຊາດ ຈົນເຖິງຍຸກປ່ຽນແປງໃໝ່ໃນປີ 1986, ພັກ-ລັດ ໄດ້ມີນະໂຍບາຍສົ່ງເສີມວັດທະນະທຳໃຫ້ຊຶມເລິກເຂົ້າສູ່ມວນຊົນ ແລະ ຫັນວັດທະນະທຳມາເປັນທ່າແຮງປາຍແຫຼມໃນການດຶງດູດການທ່ອງທ່ຽວ ຕິດພັນກັບການຜະລິດ ແລະ ບໍລິການດ້ານວັດທະນະທຳ ທີ່ສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາ ສປປ ລາວ ໄດ້ເຖິງ 4-5 ລ້ານຄົນໃນຊຸມປີທີ່ຜ່ານມາ.

ຈາກທ່າແຮງດັ່ງກ່າວ, ຄະນະຂົນຂວາຍຈຶ່ງໄດ້ເຕົ້າໂຮມກັນສ້າງຕັ້ງສະມາຄົມນີ້ຂຶ້ນ ເພື່ອເປັນຕົວແທນປິ່ນອ້ອມໃຫ້ແກ່ຜູ້ປະກອບການ ບົນວິໄສທັດການຍູ້ແຮງວັດທະນະທຳລາວໃຫ້ກາຍເປັນ “ເສດຖະກິດວັດທະນະທຳ” (Culture Economy) ຫຼື “ເສດຖະກິດສ້າງສັນ” (Creative Economy) ແລະ ຫັນເປັນ Soft Power ເພື່ອສ້າງລາຍຮັບໃຫ້ແກ່ປະຊາຊົນ ແລະ ເສດຖະກິດຂອງຊາດ. ນອກນັ້ນ, ໃນຖານະທີ່ ສປປ ລາວ ເປັນສະມາຄົມຂອງອົງການ UNESCO, ສະມາຄົມຈະສຸມໃສ່ການປົກປັກຮັກສາມໍລະດົກວັດທະນະທຳ ຄວບຄູ່ກັບການຍາດແຍ່ງທຶນຮອນ ແລະ ໂຄງການສະໜັບສະໜູນຈາກສາກົນ ເພື່ອຂັບເຄື່ອນວຽກງານວັດທະນະທຳໃຫ້ຕິດພັນກັບການພັດທະນາຍືນຍົງສີຂຽວ ແລະ ເປັນມິດກັບສິ່ງແວດລ້ອມ ພ້ອມທັງຮຽກຮ້ອງທຸກພາກສ່ວນຮ່ວມກັນອຸ້ມຊູສະໜັບສະໜູນ.

ຈາກນັ້ນ, ທ່ານ ຄຳມະນີ ອິນທິລາດ ປະທານທີ່ປຶກສາສະມາຄົມ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ໂດຍໄດ້ຍົກໃຫ້ເຫັນວ່າ: ວັດທະນະທຳຄືມໍລະດົກລ້ຳຄ່າ ທີ່ຕ້ອງໄດ້ຮັບການອະນຸລັກຮັກສາໃຫ້ຢືນຍົງຄົງຢູ່ກັບວິຖີຊີວິດສັງຄົມລາວ ແລະ ປະເທດຊາດຂອງພວກເຮົາຕະຫຼອດໄປ. ຊຶ່ງສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ ທີ່ໄດ້ສ້າງຕັ້ງຂຶ້ນນີ້ ຈະເປັນທ່າແຮງໃຫ້ແກ່ຂະບວນການຜັນຂະຫຍາຍແນວທາງ, ນະໂຍບາຍຂອງພັກ ແລະ ລັດ ເພື່ອປົກປ້ອງ ສິດຜົນປະໂຫຍດອັນຊອບທຳທາງດ້ານວັດທະນະທຳຂອງພົນລະເມືອງລາວ, ກາຍເປັນອົງກອນໜຶ່ງທີ່ສຳຄັນໃນການເຮັດບົດບາດ ແລະ ໜ້າທີ່ ສົ່ງເສີມຄຸນຄ່າວັດທະນະທຳຢູ່ໃນຊຸມຊົນ ແລະ ໃນທົ່ວສັງຄົມ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສົ່ງເສີມວັດທະນະທຳລາວ ໃຫ້ ກາຍເປັນທ່າແຮງໜຶ່ງໃນການສ້າງລາຍຮັບແກ່ປະຊາຊົນບັນດາເຜົ່າ. ບົນພື້ນຖານການ ຮັບປະກັນ 3 ຜົນ ປະໂຫຍດໃຫ້ຖາວອນຄື: ຜົນປະໂຫຍດຊາດ, ປະຊາຊົນ ແລະ ຜູ້ປະກອບການ.

ໃນຕອນທ້າຍ, ກອງປະຊຸມໄດ້ຮັບຟັງທິດຊີ້ນຳອັນມີຄຸນຄ່າຈາກ ທ່ານຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໂດຍທ່ານໄດ້ສະແດງຄວາມເຊື່ອໝັ້ນຕໍ່ຄະນະບໍລິຫານງານສະມາຄົມ ແລະ ເນັ້ນໜັກໃຫ້ຄະນະບໍລິຫານງານ ເລັ່ງແບ່ງງານກັນຢ່າງລະອຽດ, ຫັນແຜນການໃຫ້ກາຍເປັນແຜນງານໂຄງການດຳເນີນງານຕົວຈິງ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ນັກປະພັນ, ນັກແຕ່ງ ແລະ ນັກສະແດງ ເສີມຂະຫຍາຍສະຕິປັນຍາ ນຳເອົາແນວທາງນະໂຍບາຍຂອງພັກ ສອດແຊກເຂົ້າໃນວຽກງານວັດທະນະທຳ, ກະວີ, ກາບກອນ ແລະ ບົດເພງ ເພື່ອໃຫ້ເຂົ້າເຖິງຈິດໃຈຂອງປະຊາຊົນຢ່າງເລິກເຊິ່ງ. ທັງນີ້, ທ່ານຍັງໄດ້ຊີ້ນໍາໃຫ້ສະມາຄົມສ້າງຍຸດທະສາດທີ່ຈະແຈ້ງໃນການຂະຫຍາຍວັດທະນະທຳລາວອັນມີຄຸນຄ່າອອກສູ່ສາກົນ ຄວບຄູ່ກັບການຕໍ່ສູ້ຕ້ານທານກັບວັດທະນະທຳທີ່ສອດກະຈ້າ ທີ່ຈະມາກືນກິນວັດທະນະທຳອັນດີງາມຂອງຊາດ ດັ່ງຄຳເວົ້າທີ່ວ່າ “ຮັກວັດທະນະທຳ ຄືຮັກຊາດ; ເສຍວັດທະນະທຳ ກໍຄືເສຍຊາດ” ແລະ ຫວັງຢ່າງຍິ່ງວ່າສະມາຄົມຈະສ້າງຜົນງານອັນໂດດເດັ່ນ ເພື່ອເປັນໃບໜ້າໃໝ່ໃຫ້ແກ່ປະເທດຊາດໃນຕໍ່ໜ້າ.

ສຳລັບຄະນະບໍລິຫານງານສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ ຊຸດປະຖົມມະລຶກ ປະກອບມີ: ທ່ານ ສະຫວັນຄອນ ຣາຊມຸນຕຣີ ເປັນປະທານສະມາຄົມ; ທ່ານ ຄຳໝັ້ນ ໄຊຍະແສງ ແລະ ທ່ານ ນ. ບຸນມີ ຂັນຕິວົງ ເປັນຮອງປະທານ; ທ່ານ ຂັນທະວົງ ດາລາວົງ ເປັນກຳມະການບໍລິຫານ ທັງເປັນຜູ້ອຳນວຍການ ແລະ ທ່ານ ກໍວິເສດ ພະໄຊສົມບັດ ເປັນກຳມະການບໍລິຫານ.

ຂ່າວ: ສາວລາວໃຕ້

 

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເລຂາທິການໃຫຍ່ ອົງການຮ່ວມມືຊຽງໄຮ້ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ບວກຄູ່ຮ່ວມເຈລະຈາ

ໃນຕອນບ່າຍວັນທີ 31 ສິງຫາ 2026 ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ນູຣລານ...

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນໄຂສົກຮຽນໃໝ່

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2026 -2027 - ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ,...

ເຈົ້າໜ້າທີ່ມ້າງແກ້ງອາຊະຍາກໍາທາງອິນເຕີເນັດ ຢູ່ 2 ຈຸດ ກັກຕົວໄດ້ 139 ຄົນ.

ໃນທ້າຍອາທິດຜ່ານມາ ເຈົ້າໜ້າທີ່ໜ່ວຍສະເພາະກິດກະຊວງປ້ອງກັນຄວາມສະຫງົບ ໄດ້ເຂົ້າມ້າງກຸ່ມແກ້ງອາຊະຍາກໍາທາງອິນເຕີເນັດ, ເວບພະນັນທາງອອນລາຍ ຢູ່ 2 ຈຸດຄື: ໂຮງແຮມ ແມັງ ໂກຣຟ ແລະ ອາພາດເມັ້ນ ກໍລໍລີ່ ຕັ້ງຢູ່ບ້ານຝາຍ...

ເຈົ້າໜ້າທີ່ສະເພາະກິດກະຊວງ ປກສ ມ້າງແກ້ງອາຊະຍາກໍາທາງອິນເຕີເນັດ 2 ຈຸດ ກັກຕົວໄດ້ 68 ຄົນ.

ໃນເວລາ 10:00 ໂມງ ຂອງວັນທີ 27 ສິງຫາ 2026 ເຈົ້າໜ້າທີ່ໜ່ວຍສະເພາະກິດກະຊວງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບກອງບັນຊາການປ້ອງກັນເຄື່ອນທີ່, ກົມໃຫຍ່ສັນຕິບານ ແລະ ກອງບັນຊາການປ້ອງກັນທີຕັ້ງ ໄດ້ເຂົ້າ ມ້າງກຸ່ມແກ້ງອາຊະຍາກໍາທາງອິນເຕີເນັດ,...