Homeຂ່າວພາຍ​ໃນສຸມໃສ່ແກ້ໄຂໜີ້ສິນສາທາລະນະ ແລະ ເກັບກູ້ໜີ້ສິນຈາກວິສາຫະກິດ.

ສຸມໃສ່ແກ້ໄຂໜີ້ສິນສາທາລະນະ ແລະ ເກັບກູ້ໜີ້ສິນຈາກວິສາຫະກິດ.

Published on

ລັດຖະບານຈະດຳເນີນ 5 ມາດຕະການ ເພື່ອບັນລຸເປົ້າໝາຍຈະເລີນເຕີບໂຕທາງດ້ານເສດຖະກິດ.

ເພື່ອຮັບປະກັນໃຫ້ບັນລຸເປົ້າໝາຍຈະເລີນເຕີບໂຕທາງດ້ານເສດຖະກິດ ແລະ ບັນດາຄາດໝາຍທາງດ້ານມະຫາພາກທີ່ສະພາແຫ່ງຊາດໄດ້ຮັບຮອງ, ລັດຖະບານ ຈະສືບຕໍ່ປະຕິບັດຕາມ 6 ທິດທາງ, 4 ມາດຕະການຈັດຕັ້ງພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, 14 ມາດຕະການເພີ່ມເຕີມ, ໃນຂະນະດຽວກັນ ຈະປະຕິບັດ 5 ມາດຕະການບຸລິມະສິດ.

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຊີ້ແຈງຕໍ່ຄຳເຫັນຂອງຄະນະປະຈຳສະພາແຫ່ງຊາດ ແລະ ບັນດາສະມາຊິກສະພາແຫ່ງຊາດໃນກອງປະຊຸມສະໄໝວິສາມັນ ເທື່ອທີ I ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ກໍລະກົດ, ທີ່ສະພາແຫ່ງຊາດ, ໂດຍການເປັນປະທານຂອງສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ສະຫາຍ ນາຍົກລັດຖະມົນຕີ ໄດ້ຊີ້ແຈງວ່າ: ເພື່ອຮັບປະກັນໃຫ້ບັນລຸເປົ້າໝາຍຈະເລີນເຕີບໂຕທາງດ້ານເສດຖະກິດ ແລະ ບັນດາຄາດໝາຍທາງດ້ານມະຫາພາກ ທີ່ສະພາແຫ່ງຊາດໄດ້ຮັບຮອງແລ້ວ ຕາມມະຕິ 177/ສພຊ, ເຊິ່ງລັດຖະບານຈະສືບຕໍ່ປະຕິບັດຕາມ 6 ທິດທາງ ແລະ 4 ມາດຕະການຈັດຕັ້ງພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2026 ແລະ 14 ມາດຕະການເພີ່ມເຕີມທີ່ສະພາແຫ່ງຊາດໄດ້ກຳນົດໃນມະຕິ 117/ສພຊ ໃຫ້ຕັ້ງໜ້າ, ແຂງແຮງ ແລະ ມີໝາກຜົນຕົວຈິງກວ່າເກົ່າ.

ພ້ອມນັ້ນ ຈະປະຕິບັດ 5 ມາດຕະການບຸລິມະສິດ ຄື: ຄຸ້ມຄອງເງິນເຟີ້ດ້ວຍການປະຕິບັດນະໂຍບາຍ ແລະ ລະບຽບການເງິນຕາ ເຊັ່ນ: ຮັກສາຄ່າເງິນກີບບໍ່ໃຫ້ມີການເໜັງຕີງຫຼາຍ, ປະຕິບັດອັດຕາດອກເບ້ຍທີ່ຍືດຍຸ່ນ ແລະ ເໝາະສົມ, ເພີ່ມຄັງສຳຮອງເງິນຕາໃຫ້ຫຼາຍຂຶ້ນ ໂດຍການລະດົມທຸກແຫຼ່ງລາຍຮັບເງິນຕາທີ່ມີ; ປະຕິບັດລະບຽບການ ການເງິນ ເພື່ອບັນລຸຄາດໝາຍລາຍຮັບຕາມແຜນ ແລະ ລື່ນແຜນຈາກພາສີ-ອາກອນ, ຫຼຸດຜ່ອນລາຍຈ່າຍທີ່ບໍ່ຈຳເປັນທີ່ເປັນການອຸດໜູນເກີນຂອບເຂດ; ເລັ່ງການຜະລິດສົ່ງອອກ ເຊັ່ນ: ໄຟຟ້າ, ແຮ່ທາດ, ກະສິກຳສັດ ແລະ ແປຮູບ, ທ່ອງທ່ຽວ, ການຂົນສົ່ງໂລຈິສຕິກ, ການບໍລິການຢູ່ດ່ານຊາຍແດນ, ທ່າບົກຕ່າງໆ ເຮັດໃຫ້ການຄ້າ, ການບໍລິການມີຄວາມສະດວກໂລ່ງລ່ຽນ ແລະ ປອດໄພ; ສຸມໃສ່ແກ້ໄຂໜີ້ສິນສາທາລະນະ ແລະ ເກັບກູ້ໜີ້ສິນຈາກວິສາຫະກິດ ເພື່ອບໍ່ໃຫ້ຄວາມສ່ຽງໜີ້ກາຍມາເປັນສິ່ງກົດດັນຄ່າເງິນກີບ ແລະ ອັດຕາເງິນເຟີ້; ສ້າງກົນໄກພົວພັນປະສານງານການບັນຊາບໍລິຫານທີ່ໂລ່ງລ່ຽນ, ໂປ່ງໃສ ແລະ ທັນສະໄໝ ໂດຍມອບໃຫ້ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງຮັບຜິດຊອບຢ່າງຈະແຈ້ງ ແລະ ມີກົນໄກຕິດຕາມການກວດກາ ປະເມີນຜົນການປະຕິບັດຕົວຈິງແຕ່ລະໄລຍະ.

ໃນນັ້ນ, ໃນການຈຳກັດການນໍາເຂົ້າສິນຄ້າຟຸມເຟືອຍ ແລະ ສິນຄ້າທີ່ພາຍໃນສາມາດຜະລິດໄດ້ແລ້ວຕໍ່ບັນຫານີ້, ປັດຈຸບັນລັດຖະບານໄດ້ສຸມໃສ່ບັນດາສິນຄ້າຟຸມເຟືອຍ ທີ່ພາໃຫ້ເກີດການໄຫຼອອກຂອງເງິນຕາຕ່າງປະເທດ ໄດ້ແກ່ສິນຄ້າໝວດພາຫະນະທີ່ມີມູນຄ່າສູງ, ເຫຼັກ ແລະ ຊີມັງ, ຜະລິດຕະພັນເຫຼົ້າ ແລະ ຢາສູບທຸກຊະນິດ, ທົບທວນການຈັດຕັ້ງປະຕິບັດມະຕິ 06/ລບ ແລະ ແຈ້ງການ ສະບັບເລກທີ 602/ຫສນຍ ວ່າດ້ວຍການໂຈະຊົ່ວຄາວການນໍາເຂົ້າລົດນໍ້າມັນເຊື້ອໄຟ, ລົດທີ່ບໍ່ມີຕົວແທນຈໍາໜ່າຍທາງການ ແລະ ການວາງມາດຕະການແກ້ໄຂຜົນກະ ທົບໃນຕໍ່ໜ້າ, ກະກຽມອອກຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງນໍາເຂົ້າ ແລະ ສົ່ງອອກວັດຖຸມີຄ່າ.

ກະກຽມອອກແຈ້ງການກ່ຽວກັບມາດຕະການຄຸ້ມຄອງ ການນໍາເຂົ້າສິນຄ້າເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ຢາສູບທຸກຊະນິດ, ວຽກງານດັດສົມວິສາຫະກິດນໍາເຂົ້າຍານພະຫານະ ແລະ ປັດຈຸບັນ ໄດ້ຄົ້ນຄວ້າ ພິຈາລະນາອອກແຈ້ງການດັດສົມວິສາຫະກິດນໍາເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ໂດຍມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງກຳນົດແຜນດັດສົມ ແລະ ຈັດຕັ້ງປະຕິບັດຕາມພາລະບົດບາດ ພາກສ່ວນໃດຄຸ້ມຄອງທຸລະກິດໃດ ແມ່ນມອບໃຫ້ພາກສ່ວນນັ້ນເປັນເຈົ້າການດັດສົມ, ທຸລະກິດທີ່ບໍ່ມີພາກສ່ວນໃດຮັບຜິດຊອບ ແມ່ນມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າເປັນເຈົ້າການດັດສົມ.

ແຫຼ່ງທີ່ມາ: ວາລະສານປ້ອງກັນຊາດ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...