Homeຂ່າວພາຍ​ໃນບາດກ້າວໃໝ່! PTT (LAO) ຈັບມື BlueDot ເຊັນ MOU ສຶກສາຮ່ວມທຶນຂະຫຍາຍສະຖານີສາກລົດໄຟຟ້າ.

ບາດກ້າວໃໝ່! PTT (LAO) ຈັບມື BlueDot ເຊັນ MOU ສຶກສາຮ່ວມທຶນຂະຫຍາຍສະຖານີສາກລົດໄຟຟ້າ.

Published on

ວັນທີ 2 ກໍລະກົດ 2026 ບໍລິສັດ ພີທີທີ (ລາວ) ຈໍາກັດ (PTT LAO) ແລະ ບໍລິສັດ ລາວທານີ ກົນຈັກໜັກ ຈຳກັດຜູ້ດຽວ (BlueDot) ໄດ້ຮ່ວມກັນລົງນາມໃນບັນທຶກຄວາມເຂົ້າໃຈ (MOU) ພາຍໃຕ້ “ໂຄງການສຶກສາຄວາມເປັນໄປໄດ້ໃນການຮ່ວມລົງທຶນຂະຫຍາຍພື້ນທີ່ສະຖານີສາກລົດໄຟຟ້າ“ ທີ່ ບໍລິສັດ ລາວທານີ ຫຼັກ 7, ບ້ານ ສີວິໄລ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

ພິທີລົງນາມດັ່ງກ່າວ ໄດ້ຈັດຂຶ້ນຢ່າງເປັນທາງການ ໂດຍການເປັນຕົວແທນລົງນາມຂອງ ທ່ານ ພິຣະເວດ ນະ ຣະນອງ ຜູ້ອຳນວຍການ ບໍລິສັດ ພີທີທີ ລາວ ຈໍາກັດ ແລະ ທ່ານ ລັດສະສີພົນ ພິມພະຈັນ ຜູ້ອຳນວຍການ ບໍລິສັດ ລາວທານີ ກົນຈັກໜັກ ຈຳກັດຜູ້ດຽວ ພ້ອມດ້ວຍຄະນະຜູ້ບໍລິຫານຈາກທັງສອງຝ່າຍເຂົ້າຮ່ວມ.

ຈາກພັນທະມິດ ສູ່ການສຶກສາແຜນຮ່ວມທຶນລະດັບຍຸດທະສາດ

ຈາກຜ່ານມາ ທີ່ BlueDot (ລາວທານີ) ເປັນຜູ້ລົງທຶນແຕ່ພຽງຜູ້ດຽວ ໂດຍຮ່ວມມືກັບ PTT (Lao) ໃນການຕິດຕັ້ງສະຖານີສາກຕາມຈຸດຕ່າງໆໃນສະຖານີບໍລິການນ້ຳມັນ PTT ທົ່ວປະເທດ. ແຕ່ໃນປັດຈຸບັນ, ດ້ວຍການເຕີບໂຕຂອງຕະຫຼາດລົດ EV ແລະ ວິໄສທັດທີ່ສອດຄ່ອງກັນ, PTT (Lao) ໄດ້ສະແດງຄວາມສົນໃຈຢ່າງຍິ່ງທີ່ຈະເຂົ້າສູ່ບົດບາດ “ຜູ້ຮ່ວມລົງທຶນ” ໂດຍ MOU ສະບັບນີ້ ມີວັດຖຸປະສົງເພື່ອ:

  • ສຶກສາ ແລະ ປະເມີນຄວາມເປັນໄປໄດ້ໃນການສ້າງຕັ້ງ “ບໍລິສັດຮ່ວມທຶນໃໝ່” ເພື່ອດຳເນີນທຸລະກິດເຄື່ອງສາກລົດໄຟຟ້າພາຍໃຕ້ແບຣນ BlueDot.
  • ພັດທະນາຮູບແບບທຸລະກິດ (Business Model) ທີ່ຕອບໂຈດ ແລະ ເໝາະສົມກັບພຶດຕິກຳຂອງຜູ້ບໍລິໂພກໃນ ສປປ ລາວ ໃຫ້ໄດ້ປະສິດທິພາບສູງສຸດ.

👁️ ວິໄສທັດແຫ່ງອະນາຄົດ: PTT (LAO) ກັບບາດກ້າວການປ່ຽນຜ່ານສູ່ພະລັງງານສະອາດ ແລະ “Lifestyle Hub”

ການເຄື່ອນໄຫວໃນຄັ້ງນີ້ ສະທ້ອນເຖິງວິໄສທັດອັນກວ້າງໄກຂອງ PTT (Lao) ໃນການຂັບເຄື່ອນແນວຄິດ Energy Transition (ການປ່ຽນຜ່ານດ້ານພະລັງງານ) ເພື່ອຕອບໂຈດໂລກອະນາຄົດ.

ໂດຍເລັ່ງເຫັນວ່າ ພຶດຕິກຳຂອງຜູ້ໃຊ້ລົດ EV ທີ່ຕ້ອງໃຊ້ເວລາສາກໄຟ 20-30 ນາທີ ຄືໂອກາດສຳຄັນໃນການຮ່ວມສ້າງປະສົບການໃໝ່ໃຫ້ແກ່ຜູ້ບໍລິໂພກ. PTT (Lao) ຈຶ່ງມີເປົ້າໝາຍທີ່ຈະຍົກລະດັບສະຖານີບໍລິການນ້ຳມັນ PTT ທົ່ວປະເທດ ໃຫ້ກາຍເປັນ “Lifestyle Hub” ຫຼື ພື້ນທີ່ແຫ່ງການໃຊ້ຊີວິດ ທີ່ສາມາດຕອບໂຈດທຸກຄວາມຕ້ອງການ ໂດຍການເຊື່ອມໂຍງລູກຄ້າເຂົ້າສູ່ທຸລະກິດ Non-Oil ເຊັ່ນ: ຮ້ານກາແຟ Café Amazon, ຮ້ານສະດວກຊື້ ແລະ ບໍລິການອື່ນໆ ພາຍໃນສະຖານີບໍລິການນ້ຳມັນ PTT ໄດ້ຢ່າງສົມບູນແບບ.

🔵 ຕອບໂຈດລະດັບຊາດ: ເນັ້ນສາຍທາງຂົນສົ່ງຫຼັກ 13 ເໜືອ – 13 ໃຕ້ ແລະ ຈາກ Border to Border

ໜຶ່ງໃນໄຮໄລ້ສຳຄັນຂອງການຮ່ວມມືໃນຄັ້ງນີ້ຄື BlueDot ມຸ່ງເນັ້ນການຂະຫຍາຍເຄືອຂ່າຍສະຖານີສາກ ເພື່ອຮອງຮັບ ລົດບັນທຸກໄຟຟ້າຂະໜາດໃຫຍ່ (EV Trucks) ຕາມເສັ້ນທາງຫຼັກ 13 ເໜືອ – 13 ໃຕ້ ແລະ ເຊື່ອມຕໍ່ແບບ “Border to Border” (ຈາກຊາຍແດນຫາຊາຍແດນ).

ການເຄື່ອນໄຫວນີ້ ແມ່ນການຂັບເຄື່ອນເພື່ອຈັດຕັ້ງປະຕິບັດຕາມ ຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 40/ນຍ (ລົງວັນທີ 13 ມີນາ 2026) ໂດຍກົງ ເພື່ອເລັ່ງຫາທາງອອກ ແລະ ຫຼຸດຜ່ອນການນຳເຂົ້ານ້ຳມັນເຊື້ອໄຟທີ່ມີລາຄາເໜັງຕີງສູງ, ເຊິ່ງເປັນສາເຫດຫຼັກທີ່ສົ່ງຜົນກະທົບຕໍ່ອັດຕາເງິນເຟີ້, ລະບົບເສດຖະກິດ ແລະ ຄັງສຳຮອງເງິນຕາຕ່າງປະເທດຂອງຊາດ.

ເຕັກໂນໂລຊີລະດັບສາກົນ ຕອບໂຈດທຸກ Lifestyle

ສະຖານີສາກ BlueDot ພ້ອມຍົກລະດັບປະສົບການຜູ້ໃຊ້ງານດ້ວຍເຕັກໂນໂລຊີທີ່ທັນສະໄໝ:

  • ຄວາມແຮງຫຼາກຫຼາຍ ຄວບຄຸມທຸກຄວາມໄວ: ມີຕູ້ສາກຕັ້ງແຕ່ຄວາມແຮງ 40kW, 120kW, 180kW ຈົນຮອດ 400kW ຮອງຮັບທຸກ Lifestyle ຂອງຜູ້ໃຊ້ລົດສ່ວນຕົວ ແລະ ລົດຂົນສົ່ງຂະໜາດໃຫຍ່.
  • Smart Ecosystem: ເຊື່ອມຕໍ່ຜ່ານ ແອັບພິເຄຊັນ ແລະ ບັດສາກ ທີ່ຊ່ວຍໃຫ້ການບໍລິຫານຈັດການ ແລະ ການຊຳລະເງິນເປັນໄປຢ່າງງ່າຍດາຍ.
  • ຄວາມປອດໄພອັນດັບ 1: ມາດຕະຖານການຕິດຕັ້ງລະດັບສາກົນ ທີ່ເນັ້ນຄວາມປອດໄພຂອງຜູ້ຊົມໃຊ້ເປັນຫຼັກ.

ການລົງນາມ MOU ລະຫວ່າງ PTT (Lao) ແລະ BlueDot ໃນຄັ້ງນີ້ ຈຶ່ງບໍ່ພຽງແຕ່ເປັນການຮ່ວມມືທາງທຸລະກິດທຳມະດາ, ແຕ່ເປັນການວາງຮາກຖານ “Seamless Mobility Ecosystem” ຫຼື ລະບົບນິເວດການເດີນທາງແບບໄຮ້ຮອຍຕໍ່ ທີ່ຈະພັດທະນາໃຫ້ທັງສອງແບຣນເຕີບໂຕຢ່າງຍືນຍົງ ໄປພ້ອມກັບການຂັບເຄື່ອນເສດຖະກິດສີຂຽວໃນ ສປປ ລາວ ຢ່າງແທ້ຈິງ.

 

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...