Homeຂ່າວພາຍ​ໃນສົ່ງ-ມອບຜູ້ຖືກຫາສະແກມເມີ 174 ຄົນໃຫ້ເຈົ້າໜ້າທີ່ຕຳຫຼວດຈີນ.

ສົ່ງ-ມອບຜູ້ຖືກຫາສະແກມເມີ 174 ຄົນໃຫ້ເຈົ້າໜ້າທີ່ຕຳຫຼວດຈີນ.

Published on

ກັນຄວາມສະຫງົບ ສປປ ລາວ ສົມທົບກັບ ຄະນະສູນຮ່ວມມືວຽກງານຕຳຫຼວດ ລາວ-ຈີນ ໄດ້ດຳເນີນການນຳສົ່ງຜູ້ຖືກຫາສັນຊາດຈີນ ຈຳນວນ 174 ຄົນ ຍິງ 4 ຄົນ ໃຫ້ເຈົ້າໜ້າທີ່ຕຳຫຼວດ ສປ ຈີນ ເພື່ອສືບຕໍ່ດຳເນີນການສືບສວນ-ສອບ ສວນ ໂດຍຜ່ານດ່ານສາກົນບໍ່ເຕນ ແຂວງຫຼວງນ້ຳທາ.

ຜູ້ຖືກຫາຈຳນວນດັ່ງກ່າວຖືກກັກຕົວໄດ້ຫຼັງຈາກເຈົ້າໜ້າທີ່ວິຊາສະເພາະກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ຕິດຕາມ ກວດກາ ແລະ ແກ້ໄຂເປົ້າໝາຍສົງໄສວ່າ ກຸ່ມຄົນດັ່ງກ່າວມີການເຄື່ອນໄຫວລະເມີດຕໍ່ກົດໝາຍວ່າດ້ວຍການເຂົ້າ-ອອກ ແລະ ຄຸ້ມຄອງຄົນຕ່າງປະເທດຢູ່ ສປປ ລາວ ຕາມຂໍ້ກ່າວຫາບໍ່ເຂົ້າ-ອອກຕາມດ່ານທີ່ທາງການກຳນົດ, ເຮັດວຽກບໍ່ຖືກເປົ້າໝາຍ, ດຳເນີນທຸລະກິດ, ປະກອບອາຊີບໂດຍບໍ່ໄດ້ຮັບອະນຸຍາດ, ລັກລີ້ຊ່ອນຢູ່ ສປປ ລາວ ແລະ ເຄື່ອນໄຫວກໍ່ອາຊະຍາກຳສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ (ສະແກມເມີ) ໂດຍຖືກຈັດສົ່ງມາຈາກຫຼາຍພາກສ່ວນເຊັ່ນ: ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ປກສ ແຂວງ ຄໍາມ່ວນ, ປກສ ແຂວງ ວຽງຈັນ ພ້ອມທັງສົ່ງມອບເຄື່ອງຂອງກາງການກະທຳຜິດຈຳນວນຫຼາຍເປັນຕົ້ນແມ່ນ: ຄອມພິວເຕີ້ ແລະ ໂທລະສັບມືຖື ເພື່ອເປັນຂໍ້ມູນຫຼັກຖານ ໃຫ້ແກ່ການສືບຕໍ່ດຳເນີນການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫຼວດ ສປ ຈີນ.

ພິທີມອບ-ຮັບຕົວຜູ້ຖືກຫາຄັ້ງນີ້ ຕາງໜ້າຝ່າຍລາວເຊັນບົດບັນທຶກມອບ-ຮັບ ໂດຍ ພັອ ຟອງສາລີ ຈັນທະວົງສາ ຮອງຫົວໜ້າກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ, ຝ່າຍຈີນເຊັນຮັບໂດຍ ພັທ ຈ່າງ ສຽນ ຫົວໜ້າໜ່ວຍງານ ຕມ ເມືອງເມິງຫຼ້າ ກິ່ງ ແຂວງສິບສອງພັນນາ ແຂວງຢຸນໜານ ສປ ຈີນ.

ໃນໂອກາດນີ້, ຈຶ່ງຂໍຮຽກຮ້ອງມາຍັງປະຊາຊົນບັນດາເຜົ່າ ທຸກຊັ້ນຄົນໃນສັງຄົມໃຫ້ມີສະຕິຕໍ່ກົນອຸບາຍ ຂອງພວກກຸ່ມຄົນບໍ່ດີປະຈຸບັນນີ້ບັນຫາອາຊະຍາກຳ ທາງໂທລະຄົມ ແລະ ການສື່ສານ ຫຼື ອາຊະຍາກໍາທາງລະບົບຄອມພິວເຕີ ( ສະແກມເມີ ) ແມ່ນມີຮູບແບບການຫຼອກລວງທີ່ຫຼາກຫຼາຍ, ສະນັ້ນຕ້ອງມີວິທີປ້ອງກັນຕົນເອງ, ພ້ອມນີ້ ນັກທຸລະກິດ ແລະ ຊາວຄ້າຂາຍ ຫຼື ຜູ້ປະກອບການເຮືອນໃຫ້ເຊົ່າ, ໂຮງແຮມ, ອະພາດເມັນ, ຫ້ອງແຖວ ຕ້ອງມີ ສ່ວນຮ່ວມ ແລະ ໃຫ້ການຮ່ວມກັບເຈົ້າໜ້າທີ່, ບໍ່ໃຫ້ກຸ່ມຄົນບໍ່ດີມາສວຍໃຊ້ສະຖານທີ່ຂອງຕົນໃນການກະທຳທີ່ຜິດກົດໝາຍ; ຕ້ອງມີມາດຕະການທີ່ເຂັ້ມງວດຕໍ່ຜູ້ ໃຊ້ບໍລິການ ຖ້າຫາກພົບເຫັນມີການເຄື່ອນໄຫວທີບໍ່ຖືກຕ້ອງຕາມກົດໝາຍຕ້ອງໄດ້ລາຍງານຕໍ່ເຈົ້າໜ້າທີ່ຢ່າງຮີບດ່ວນ.

ແຫຼ່ງທີ່ມາ: ຄວາມສະຫງົບ Lao Security News

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...