Homeກໍ່ສ້າງເສັ້ນທາງເປີດໃຊ້ຢ່າງເປັນທາງການທາງຫຼວງ 101 ສາຍໃໝ່ ດ່ານສາກົນຫ້ວຍໂກ໋ນ-ນ້ຳເງິນ ເຊື່ອມ 3 ແຂວງໃນລາວ

ເປີດໃຊ້ຢ່າງເປັນທາງການທາງຫຼວງ 101 ສາຍໃໝ່ ດ່ານສາກົນຫ້ວຍໂກ໋ນ-ນ້ຳເງິນ ເຊື່ອມ 3 ແຂວງໃນລາວ

Published on

ກົມທາງຫຼວງໄທ ເປີດໃຊ້ທາງຫຼວງ 101 ສາຍໃໝ່ (ນ່ານ-ສະເຫຼີມພຣະກຽດ) ເສັ້ນທາງງາມ ດ່ານສາກົນຫ້ວຍໂກ໋ນ-ນ້ຳເງິນ ເຊື່ອມ 3 ແຂວງພາກເໜືອຂອງລາວ ໄຊຍະບູລີ, ຫຼວງພະບາງ ແລະ ອຸດົມໄຊ.

ເສັ້ນທາງນີ້ມີໄລຍະທາງລວມ 33.8 ກິໂລແມັດ, ໂດຍໄດ້ຮັບການປັບປຸງຂະຫຍາຍຈາລະຈອນ ແລະ ເພີ່ມຄວາມປອດໄພໃນຊ່ວງທີ່ເປັນທາງຄົດຄ້ຽວຕາມເທິງພູ.

ເສັ້ນທາງຍຸດທະສາດນີ້ ເຊື່ອມຕໍ່ໂດຍກົງກັບ ຈຸດຜ່ານແດນຖາວອນບ້ານຫ້ວຍໂກ໋ນ (ຝັ່ງໄທ) ແລະ ດ່ານສາກົນນ້ຳເງິນ (ຝັ່ງລາວ) ທີ່ເມືອງເງິນ ແຂວງໄຊຍະບູລີ.

 

ປະຊາຊົນ ແລະ ນັກທ່ອງທ່ຽວສາມາດເດີນທາງ ເຊື່ອມຕໍ່ໄປຍັງແຂວງຕ່າງໆຂອງ ສປປ ລາວ ໄດ້ຢ່າງສະດວກສະບາຍ ດັ່ງນີ້:

– ແຂວງໄຊຍະບູລີ: ເປັນແຂວງທຳອິດທີ່ຢູ່ຕິດກັບດ່ານຊາຍແດນ ສາມາດເດີນທາງເຂົ້າສູ່ຕົວເມືອງ ແລະ ແຫຼ່ງທ່ອງທ່ຽວທຳມະຊາດໄດ້ຢ່າງວ່ອງໄວ.

– ແຂວງຫຼວງພະບາງ: ຊ່ວຍຍົກລະດັບການທ່ອງທ່ຽວ, ເຮັດໃຫ້ນັກທ່ອງທ່ຽວ ສາມາດຂັບລົດຈາກພາກເໜືອຂອງໄທ (ນ່ານ) ໄປທ່ຽວຊົມເມືອງມໍລະດົກໂລກ ຫຼວງພະບາງໄດ້ສະດວກຂຶ້ນ.

– ແຂວງອຸດົມໄຊ: ເປັນສູນກາງການຄົມນາຄົມທາງພາກເໜືອ ຊ່ວຍໃຫ້ການຂົນສົ່ງສິນຄ້າ ແລະ ການເດີນທາງໄປສູ່ແຂວງອື່ນໆ ພາກເໜືອຂອງລາວມີຄວາມສະດວກສະບາຍຂຶ້ນ.

ເສັ້ນທາງນີ້ໄດ້ຮັບການຂະຫຍາຍ ແລະ ປັບປຸງໃຫ້ເດີນທາງໄດ້ຢ່າງປອດໄພ ເໝາະແກ່ການຂັບລົດທ່ອງທ່ຽວຊົມວິວພູຜາ ປ່າໄມ້ ທີ່ອຸດົມສົມບູນ ແລະ ໃຊ້ເປັນເສັ້ນທາງຂົນສົ່ງສິນຄ້າຫຼັກ ລະຫວ່າງໄທ ແລະ ລາວ ຜ່ານດ່ານຫ້ວຍໂກ໋ນ.

ຂໍ້ມູນ: Thairath Online/MGR Online

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...