Homeໄພພິບັດວາງແຜນຮັບມືໄພນໍ້າຖ້ວມ ຄຄນຊ ກຽມພ້ອມການຄຸ້ມຄອງບໍລິຫານຈັດການນໍ້າ ເພື່ອຮັບປະກັນການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບຈາກໄພນໍ້າຖ້ວມໃນປີ 2026

ວາງແຜນຮັບມືໄພນໍ້າຖ້ວມ ຄຄນຊ ກຽມພ້ອມການຄຸ້ມຄອງບໍລິຫານຈັດການນໍ້າ ເພື່ອຮັບປະກັນການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບຈາກໄພນໍ້າຖ້ວມໃນປີ 2026

Published on

ກອງປະຊຸມຄະນະກຳມະການຄຸ້ມຄອງນໍ້າແຫ່ງຊາດ (ຄຄນຊ) ຄັ້ງທີ II ຈັດຂຶ້ນໃນວັນທີ 11 ມິຖຸນາ 2026 ຜ່ານມາ, ຢູ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທັງເປັນຮອງປະທານຜູ້ປະຈຳການ ຄຄນຊ, ມີຮອງລັດຖະມົນຕີ, ຮອງປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ (ຜ່ານກອງປະຊຸມທາງໄກ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ເພື່ອສະເໜີແຜນຮັບມືໄພນໍ້າຖ້ວມໃນລະດູຝົນ ແລະ ແຜນການເຄື່ອນ ໄຫວ ຂອງ ຄຄນຊ ປະຈຳປີ 2026 ແລະ ເພື່ອລາຍງານການກຽມພ້ອມຄຸ້ມຄອງບໍລິຫານຈັດການນໍ້າ, ອ່າງເກັບນໍ້າ ເພື່ອຮັບມືໃນລະດູຝົນ ຂອງພາກສ່ວນກ່ຽວຂ້ອງ.

ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທັງເປັນຫົວໜ້າກອງເລຂາ ຄຄນຊ ໄດ້ລາຍງານຄວາມຄືບໜ້າທີ່ພົ້ນເດັ່ນ ເປັນຕົ້ນ ການເຜີຍແຜ່ດຳລັດ 19/ນຍ ໃຫ້ແກ່ຜູ້ພັດທະນາເຂື່ອນໄຟຟ້າທົ່ວປະເທດ, ການເອກະພາບ 7 ຂັ້ນຕອນການເຮັດວຽກໃນການສ້າງແຜນຄຸ້ມຄອງໄພນໍ້າຖ້ວມ, ການແຕ່ງຕັ້ງຜູ້ປະສານງານຂັ້ນທ້ອງຖິ່ນປະຈຳການຢູ່ເຂື່ອນໄຟຟ້າໃນໄລຍະລະດູຝົນ ແລະ ການທົບທວນບັນຊີໂຄງການເຂື່ອນໄຟຟ້າ 90 ໂຄງການ. ນອກຈາກນີ້, ຍັງໄດ້ມີການຮັບຟັງການຄາດຄະເນ ສະພາບອຸຕຸນິຍົມ ແລະ ອຸທົກກະສາດ-ການພະຍາກອນໄລຍະສັ້ນ, ກາງ ແລະ ໄລຍະຍາວ, ການໃຊ້ຕົວແບບຈຳລອງນ້ຳຖ້ວມ ໃນອ່າງແມ່ນ້ຳຂອງ-ແມ່ນ້ຳສາຂາ ແລະ ເຂດສ່ຽງໄພນ້ຳຖ້ວມ, ການກະກຽມລະບົບ ຫລື ແພລດຟອມ (Platform) ແລະ ເຄື່ອງມືຕິດຕາມນ້ຳຖ້ວມ, ການຄຸ້ມຄອງບໍລິຫານຈັດການນ້ຳຂອງເຄື່ອນໄຟຟ້າ, ການຄຸ້ມຄອງບໍລິຫານຈັດການນ້ຳຊົນລະປະທານ ແລະ ແຜນການແກ້ໄຂບັນຫານ້ຳຖ້ວມຂັງໃນຕົວເມືອງ ລວມທັງການປັບປຸງນິຕິກຳທີ່ຕິດພັນ ແລະ ປະເດັນ ອື່ນໆ ທີ່ຕິດພັນກັບວຽກງານຄຸ້ມຄອງນ້ຳ.

ໂອກາດນີ້, ທ່ານ ລິນຄຳ ດວງສະຫວັນ ໄດ້ມີຄໍາເຫັນໂດຍເນັ້ນໃຫ້ທຸກຂະແໜງການ ເລັ່ງສ້າງແຜນບໍລິຫານຈັດການນໍ້າ ຂອງເຂື່ອນໄຟຟ້າ (Rule Curve) ໃຫ້ມີຄວາມຢຶດຢຸ່ນ, ຊຸກຍູ້ການແລກ ປ່ຽນຂໍ້ມູນຜ່ານລະບົບຖານຂໍ້ມູນຂ່າວສານນໍ້າແຫ່ງຊາດ ແລະ ເພີ່ມທະວີການປະສານງານກັບທ້ອງຖິ່ນຢ່າງເປັນລະບົບ ເພື່ອຮັບປະກັນການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບຈາກໄພນໍ້າຖ້ວມໃນປີ 2026 ໃຫ້ມີປະສິດທິຜົນສູງສຸດ.

ຂໍ້ມູນ: ຂ່າວສານກະສິກຳ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...