Homeຂ່າວພາຍ​ໃນບຸກມ້າງກຸ່ມແກ້ງສະແກມເມີ ແຂວງຈໍາປາສັກ ບຸກມ້າງແກ້ງສະແກມເມີ ກັກຕົວຜູ້ຕ້ອງສົງໃສໄດ້ທັງໝົດ 50 ຄົນ ສັນຊາດຈີນ 48 ຄົນ ແລະ ສັນຊາດລາວ 02...

ບຸກມ້າງກຸ່ມແກ້ງສະແກມເມີ ແຂວງຈໍາປາສັກ ບຸກມ້າງແກ້ງສະແກມເມີ ກັກຕົວຜູ້ຕ້ອງສົງໃສໄດ້ທັງໝົດ 50 ຄົນ ສັນຊາດຈີນ 48 ຄົນ ແລະ ສັນຊາດລາວ 02 ຄົນ

Published on

ເຈົ້າໜ້າທີ່ຕຳຫຼວດແຂວງຈຳປາສັກ ເປີດປະຕິບັດການຈູ່ໂຈມ ທະລາຍຮັງກຸ່ມແກ້ງສະແກມເມີ (Scammer) ທີ່ລັກລອບເຄື່ອນໄຫວອາດຊະຍາກຳທາງເທັກໂນໂລຢີ ສາມາດກັກຕົວຜູ້ຕ້ອງສົງໃສໄດ້ທັງໝົດ 50 ຄົນ ພ້ອມຂອງກາງເຄື່ອງຄອມພິວເຕີ ແລະ ໂທລະສັບມືຖືເປັນຈຳນວນຫຼວງຫຼາຍ.

ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 11 ມິຖຸນາ 2026 ເວລາ 09:30 ນາທີ, ພາຍຫຼັງທີ່ ພະແນກຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ຫ້ອງສັນຕິບານ ປກສ ແຂວງຈຳປາສັກ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ມີກຸ່ມຄົນຕ້ອງສົງໃສມີພຶດຕິກຳກໍ່ອາດຊະຍາກຳຜ່ານລະບົບຄອມພິວເຕີ (Cybercrime) ຢູ່ເຂດບ້ານຫົວແຊ, ເມືອງບາຈຽງຈະເລີນສຸກ.

ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ຂໍທິດຊີ້ນຳຈາກຂັ້ນເທິງ ແລະ ຮີບຮ້ອນປະສານສົມທົບກັບ ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ, ປກສ ຕາແສງສະໜາມໄຊ ແລະ ອຳນາດການປົກຄອງທ້ອງຖິ່ນ ເຂົ້າກວດກາເປົ້າໝາຍຢ່າງຮີບດ່ວນ ຢູ່ເຮືອນພັກແຫ່ງໜຶ່ງໃນເຂດດັ່ງກ່າວ.

ຜ່ານການປະຕິບັດການ ເຈົ້າໜ້າທີ່ສາມາດຄວບຄຸມຕົວຜູ້ຕ້ອງສົງໃສ ແລະ ຢຶດອຸປະກອນທີ່ໃຊ້ໃນການກະທຳຜິດໄດ້ດັ່ງນີ້:
ຜູ້ຕ້ອງສົງໃສທັງໝົດ: 50 ຄົນ
ສັນຊາດຈີນ: 48 ຄົນ
ສັນຊາດລາວ: 02 ຄົນ
ຂອງກາງທີ່ຢຶດໄດ້:
ຄອມພິວເຕີຕັ້ງໂຕະ: 32 ໜ່ວຍ
ໂທລະສັບມືຖື: 152 ເຄື່ອງ
ອຸປະກອນຮັບໃຊ້ອື່ນໆອີກຈຳນວນໜຶ່ງ

ປັດຈຸບັນ, ຜູ້ຕ້ອງສົງໃສພ້ອມຂອງກາງທັງໝົດ ແມ່ນຖືກຄວບຄຸມຕົວໄວ້ ເພື່ອດຳເນີນການສືບສວນ-ສອບສວນ ຢ່າງລະອຽດ ຈາກເຈົ້າໜ້າທີ່ວິຊາສະເພາະ ເພື່ອຂະຫຍາຍຜົນ ແລະ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...