Homeສະແກມເມີມ້າງແກ້ງສະແກມເມີຈີນ ເຈົ້າໜ້າເມືອງໄຊທານີ ເຂົ້າມ້າງແກ້ງສະແກມເມີ ກັກຕົວຜູ້ກະທຳຜິດ 24 ຄົນ ບ້ານຂຸດສາມບາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ມ້າງແກ້ງສະແກມເມີຈີນ ເຈົ້າໜ້າເມືອງໄຊທານີ ເຂົ້າມ້າງແກ້ງສະແກມເມີ ກັກຕົວຜູ້ກະທຳຜິດ 24 ຄົນ ບ້ານຂຸດສາມບາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ

Published on

ໂດຍປະຕິບັດຕາມທິດຊີ້ນໍາຂອງທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ ແລະ ເດັດຂາດ ໃນການສຸມໃສ່ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາອາຊະຍາກຳທາງໂທລະຄົມ ຫຼື ອາຊະຍາກຳທາງລະບົບຄອມພິວເຕີ ກໍຄື ການປາບປາມພວກສໍ້ໂກງຊັບທາງໂທລະຄົມ ຫຼື ແກ້ງສະແກມເມີ.

ຄຽງຄູ່ກັນນັ້ນ, ເຈົ້າໜ້າທີ່ກົມຕຳຫຼວດເສດຖະກິດ ກໍໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ມີກຸ່ມຄົນຕ່າງປະເທດໄດ້ເຊົ່າເຮືອນວິນລາໜຶ່ງຫຼັງ ແລະ ໃຫ້ຮູ້ອີກວ່າ: ພາຍໃນເຮືອນແມ່ນມີການເຄື່ອນໄຫວຕະຫຼອດ 24 ຊົ່ວໂມງ. ມາຮອດໃນວັນທີ 3 ມິຖຸນາ 2026 ເຈົ້າໜ້າທີ່ກົມຕຳຫຼວດເສດຖະກິດ ຈຶ່ງໄດ້ສົມທົບກັບເຈົ້າໜ້າທີ່ວິຊາສະເພາະກອງບັນຊາການປ້ອງກັນເຄື່ອນທີ່ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າກວດຄົ້ນເຮືອນທີ່ເປັນເປົ້າໝາຍ ໃນເຂດ ບ້ານຂຸດສາມບາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນນີ້ສາມາດຈັບຕົວພວກເຄື່ອນໄຫວສໍ້ໂກງຊັບທາງໂທລະຄົມ ຫຼື ແກ້ງສະແກມເມີ ເປັນຄົນສັນຊາດຈີນ ທັງໝົດຈໍານວນ 24 ຄົນ ແລະ ພົບເຫັນອຸປະກອນ ຄອມພິວເຕີ ຕັ້ງໂຕະ ແລະ ໂທລະສັບມືຖືຈໍານວນຫຼາຍເຄື່ອງ ທີ່ນໍາໃຊ້ເຂົ້າໃນການກະທຳຜິດ.

ປັດຈຸບັນ, ເຈົ້າໜ້າທີ່ພວມສືບສວນ-ສອບສວນ ຂະຫຍາຍຜົນຫາກຸ່ມແກ້ງຮ່ວມຂະບວນການ ແລະ ບຸກຄົນທີ່ມີສ່ວນກ່ຽວພົວພັນມາດໍາເນີນຕາມຂັ້ນຕອນຂອງກົດໝາຍ.

ຕໍ່ກັບເຫດການຄັ້ງນີ້, ກະຊວງປ້ອງກັນຄວາມສະຫງົບ ກໍຄືກົມໃຫຍ່ຕຳຫຼວດ ກົມຕຳຫຼວດເສດຖະກິດ ຮຽກຮ້ອງມາຍັງເຈົ້າຂອງເຄຫະສະຖານ ທີ່ໃຫ້ກຸ່ມຄົນບໍ່ຫວັງດີພັກເຊົາ ແລະ ທຸກຄົນໃນທົ່ວສັງຄົມ ຈົ່ງມີສະຕິ ແລະ ຍົກສູງຄວາມເປັນເຈົ້າການໃນການປາບປາມບັນຫາອາຊະຍາກຳຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ແລະ ຝາກເຖິງພໍ່-ແມ່ປະຊາຊົນ, ພໍ່ຄ້າ-ຊາວຂາຍ ນັບເຖິງພະນັກງານທຸກຄົນຫາກພົບເຫັນບຸກຄົນ ຫຼື ກຸ່ມຄົນທີ່ໜ້າສົງໄສ ແມ່ນໃຫ້ ແຈ້ງຕໍ່ກັບເຈົ້າໜ້າທີ່ຢ່າງຮີບດ່ວນ ຫຼື ສາມາດແຈ້ງມາຍັງເພຈ໌ເຟກບຸກ ກົມຕໍາຫຼວດເສດຖະກິດ ຂອງພວກເຮົາໄດ້ ເພື່ອປະກອບສ່ວນສະກັດກັ້ນ ປະກົດການຫຍໍ້ທໍ້ໃນສັງຄົມໃຫ້ນັບມື້ຫຼຸດໜ້ອຍຖອຍລົງ.

ແຫຼ່ງຂໍ້ມູນ: ຄວາມສະຫງົບ Lao Security News

 

 

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...