Homeຂ່າວພາຍ​ໃນປ່ອຍຄືນສູ່ທຳມະຊາດ ຄະນະໂຄສະນາອົບຮົມເມືອງນອງ ປ່ອຍສັດປ່າທີ່ຫວງຫ້າມຄືນສູ່ທຳມະຊາດ ປະເພດລິ່ນ ຈຳນວນ 3 ໂຕ ລວມນ້ຳໜັກ 6 ກິໂລກຣາມ

ປ່ອຍຄືນສູ່ທຳມະຊາດ ຄະນະໂຄສະນາອົບຮົມເມືອງນອງ ປ່ອຍສັດປ່າທີ່ຫວງຫ້າມຄືນສູ່ທຳມະຊາດ ປະເພດລິ່ນ ຈຳນວນ 3 ໂຕ ລວມນ້ຳໜັກ 6 ກິໂລກຣາມ

Published on

ເມືອງນອງ ແຂວງສະຫວັນນະເຂດ ໄດ້ເຮັດພິທີທາງສາສະໜາ ກ່ອນຈະປ່ອຍສັດປ່າທີ່ຫວງຫ້າມຄືນສູ່ທຳມະຊາດ ໃນຕອນເຊົ້າຂອງວັນທີ 21 ພຶດສະພາ 2026 ນີ້ ນຳໂດຍ ທ່ານ ບົວລົມ ອິນທີທະວົງ ປະທານຄະນະກຳມະການປົກຄອງເມືອງນອງ, ທ່ານ ສາຄຳ ກຽດຕະວົງສາ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ອຳນາດການປົກ ຄອງ, ເຖົ້າແກ່ແນວໂຮມບ້ານ, ພ້ອມພາກສ່ວນກ່ຽວຂ້ອງ ແລະ ໜ່ວຍງານກວດກາປ່າໄມ້ເຂົ້າຮ່ວມເປັນສັກຂີພະຍານ.

ກ່ອນຈະປ່ອຍສັດປ່າຄືນສູ່ທຳມະຊາດນັ້ນທາງການນຳຂອງເມືອງ ແລະ ພົນລະເມືອງດີ ແມ່ນໄດ້ນຳເອົາລິ່ນ ຈຳ ນວນ 3 ໂຕ ເຂົ້າວັດເພື່ອເຮັດພິທີທາງສາສະໜາ ແລ້ວຈຶ່ງນຳເອົາໄປປ່ອຍ, ສັດດັ່ງກ່າວເປັນ ປະເພດລິ່ນ ຈຳນວນ 3 ໂຕ, ໃນນັ້ນ ລິ່ນຈຳນວນ 2 ໂຕ ມີນ້ຳໜັກໂຕລະ 2 ໂລກວ່າ ແລະ ລູກລິ່ນນ້ຳໜັກ 7 ກຳປາຍ ລວມນ້ຳໜັກທັງໝົດ 6 ກິໂລປາຍ ສັດດັ່ງກ່າວໄດ້ມາຈາກພົນລະເມືອງດີໄຖ່ເອົານໍາປະຊາຊົນທີ່ໄດ້ມາຈາກການໄປຊອກຢູ່ຫາກິນຕາມທໍາມະຊາດ ແລ້ວມາມອບໃຫ້ພາກສ່ວນທາງການທີ່ກ່ຽວຂ້ອງ ເພື່ອນໍາໄປປ່ອຍຄືນສູ່ທຳມະຊາດ ເພາະເປັນສັດທີ່ໃກ້ສູນພັນ ແລະ ເປັນປະເພດສັນທີ່ຫວງຫ້າມ, ເປັນສັດທີ່ສະຫງວນ ການປ່ອຍສັດປ່າຄືນສູ່ທຳມະຊາດແມ່ນການຊ່ວຍເຫຼືອສິ່ງແວດ ລ້ອມທີ່ດີ, ແຕ່ຕ້ອງເຮັດຢ່າງຖືກວິທີເພື່ອຄວາມປອດໄພຂອງສັດ ແລະ ລະບົບນິເວດ.ພ້ອມດຽວກັນນັ້ນ ທ່ານ ບົວລົມ ອິນທີທະວົງ ປະທານຄະນະກຳມະການປົກຄອງ ເມືອງນອງ ຍັງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ອຳນາດການປົກຄອງທຸກພາກສ່ວນຈົ່ງເປັນເຈົ້າການໃນການຄຸ້ມຄອງ ສັດນ້ຳ – ສັດປ່າ ທີ່ໃກ້ຈະສູນພັນ, ໃຫ້ທຸກພາກສ່ວນໃນສັງຄົມ ຫັນມາເອົາໃຈໃສ່ ປົກປັກຮັກສາຊີວະນາໆພັນ ທີ່ກຳລັງຖືກທຳລາຍ. ການຄຸ້ມຄອງສັດນ້ຳ ແລະ ສັດປ່າ ບໍ່ພຽງແຕ່ເປັນໜ້າທີ່ຂອງເຈົ້າໜ້າທີ່ເທົ່ານັ້ນ ແຕ່ຕ້ອງອາໄສຄວາມຮ່ວມມືຈາກປະຊາຊົນທຸກຄົນຄື: ຢຸດຕິການລ່າເນື້ອ ແລະ ການຄ້າຂາຍສັດປ່າທີ່ຜິດກົດໝາຍ ,ປ່ຽນຄ່ານິຍົມໃນການບໍລິໂພກ, ຮັກສາຖິ່ນທີ່ຢູ່ອາໄສຂອງສັດ ແລະ ມີສ່ວນຮ່ວມໃນການເປັນຫູເປັນຕາຊ່ວຍກັນ.

ແຫຼ່ງຂໍ້ມູນ: ຄະນະໂຄສະນາອົບຮົມເມືອງນອງ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...