Homeຂ່າວສດຖະກິດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ແລະ ເປົ້າໝາຍການພັດທະນາທີ່ຍືນຍົງ.

ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ແລະ ເປົ້າໝາຍການພັດທະນາທີ່ຍືນຍົງ.

Published on

 

ສົົ່ງເສີມ ແລະ ນໍາໃຊ້ໂທລະຄົມມະນາຄົມ, ເຕັກໂນໂລຊີ ການສື່ສານຂໍ້ມູນຂ່າວສານ (ໄອຊີທີ), ປັນຍາປະດິດ ແລະ ດີຈິຕອນທີ່ທັນສະໄໝ, ມີຄວາມປອດໄພສູງ ເຂົ້າໃນທຸກຂະແໜງການເສດຖະກິດ-ສັງຄົມ ແຕ່ສູນກາງລົງຮອດທ້ອງຖິ່ນ ເພື່ອຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ເຂົ້າສູ່ຍຸກອຸດສາຫະກໍາ 4.0, ຫັນເປັນລັດຖະບານດີຈິຕອນ ແລະ ສ້າງເສດຖະກິດ-ສັງຄົມດີຈິຕອນ; ສືບຕໍ່ຜັນຂະຫຍາຍ 8 ຍຸດທະສາດ ແລະ 14 ແຜນງານ ທີ່ໄດ້ກໍານົດໃນແຜນພັດທະນາເສດຖະກິດດີຈິຕອນ ຍຸດທະສາດ ພັດທະນາໂທລະຄົມມະນາຄົມ ແລະ ອິນເຕີເນັດແຫ່ງຊາດໄລຍະປີ 2026-2040 ໃຫ້ປະກົດຜົນເປັນຈິງ.

ຂໍ້ມູນດັ່ງກ່າວ ໄດ້ຮັບການງານໃນໂອກາດທີ່ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະ ຊວງເຕັກໂນໂລຊີ ແລະ ການສື່ສານ ມີຄໍເຫັນໃນໂອກາດວັນໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານສາກົນ ຄົບຮອບ 161 ປີ(17/5/1865-17/5/2026). ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງມາຍັງທຸກພາກ ສ່ວນ, ທັງພາກລັດ, ພາກເອກະຊົນ, ຜູ້ປະກອບການ, ຜູ້ໃຊ້ບໍລິການ ແລະ ປະຊາຊົນທຸກຖ້ວນໜ້າ ຈົ່ງຮ່ວມກັນສົ່ງເສີມການນຳໃຊ້ເຕັກໂນໂລຊີດີຈິຕອນດ້ວຍຄວາມຮັບຜິດຊອບ, ຍົກສູງສະຕິຕໍ່ການຫລອກລວງທາງອອນລາຍ ແລະ ສະໜັບສະໜູນການພັດທະນາທັກສະດີຈິຕອນ. ພ້ອມນັ້ນ, ຂໍໃຫ້ຮ່ວມກັນຊຸກຍູ້ນະວັດຕະກຳດີຈິຕອນ, ສ້າງແພລດຟອມດີຈິຕອນ ທີ່ຮອງຮັບທຸກຄົນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຕາມທິດສີຂຽວ ແລະ ຍືນຍົງ.

ໂອກາດນີ້, ທ່ານ ສັນຕິສຸກ ສິມມາລາວົງ ຍັງໄດ້ໃຫ້ຄຳໝັ້ນສັນຍາວ່າ: ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈະສືບຕໍ່ຮ່ວມມືກັບສະຫະພາບໂທລະຄົມມະນາຄົມສາກົນ, ອົງການສາກົນ ແລະ ພາກສ່ວນຕ່າງໆພາຍໃນປະເທດ ເພື່ອຊຸກຍູ້ການຫັນເປັນດີຈິຕອນ ທີ່ຮອງຮັບສຳລັບທຸກຄົນ ແລະ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ແລະ ເປົ້າໝາຍການພັດທະນາທີ່ຍືນຍົງ.

ແຫຼ່ງທີ່ມາ: ປະເທດລາວ 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...