ກອງປະຊຸມໃນຄັ້ງນີ້ ຈະໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳ ຕໍ່ບັນຫາເນື້ອໃນສໍາຄັນ ດັ່ງນີ້:
ຜົນການນໍາພາ-ຊີ້ນໍາ ຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ປະຈໍາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026.
ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026.
ຮ່າງບົດສະຫຼຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ວຽກງານສາມສ້າງ ຂອງຄະນະບໍລິຫານງານສູນກາງພັກ ໃນນັ້ນຈະຍົກລະດັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນເປັນວາລະແຫ່ງຊາດ.
ຮ່າງມະຕິ ວ່າດ້ວຍການຕ້ານ, ສະກັດກັ້ນ, ປ້ອງກັນ ແລະ ແກ້ໄຂພະຍາດອາຍາສິດ, ການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ແລະ ການຟຸມເຟືອຍໃນກົງຈັກການຈັດຕັ້ງ ແລະ ໃນສັງຄົມ.
ນອກຈາກນັ້ນ, ກອງປະຊຸມຍັງຈະໄດ້ຮັບຟັງການເຜີຍແຜ່ເອກະສານສຳຄັນຂອງສູນກາງພັກ ຈຳນວນໜຶ່ງເປັນຕົ້ນ: ຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 11/ຄລສພ, ລົງວັນທີ 07 ພຶດສະພາ 2026 ວ່າດ້ວຍການເພີ່ມທະວີການຊີ້ນໍາ ຂອງຄະນະພັກ ຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ການແກ້ໄຂບັນຫາຫຍໍ້ທໍ້ດ້ານຊັບພະຍາກອນທຳມະຊາດ.

ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນວ່າ: ເມື່ອທົບທວນຄືນ ທັດສະນະ, ແນວທາງ, ແຜນນະໂຍບາຍ ຂອງພັກເຮົາໃນຫຼາຍສິບປີຜ່ານມາ, ພວກເຮົາ ເຫັນໄດ້ຢ່າງຊັດເຈນວ່າ ການນໍາພາພັດທະນາປະເທດຊາດ ໃຫ້ຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາ, ຍົກລະດັບຄຸນະພາບຊີວິດ ຂອງປະຊາຊົນ ໃຫ້ສູງຂຶ້ນ ແລະ ບືນຕົວກ້າວຂຶ້ນເປັນປະເທດກໍາລັງພັດທະນາ ແມ່ນພາລະກໍາປະຫວັດສາດ ແຫ່ງການນໍາພາ ຂອງພັກ ຍຸກໃໝ່.
ພັກເຮົາ ເວລາໃດກໍຢືນຢັນຢ່າງໜັກແໜ້ນວ່າ ການພັດທະນາ ແມ່ນຄວາມຈຳເປັນແຖວໜ້າ ຫຼືຄວາມຈຳເປັນອັນດັບໜຶ່ງ ແລະ ເປັນໜ້າທີ່ປະຫວັດສາດໃນຍຸກໃໝ່ ຂອງພັກ, ທັງເປັນ ຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ຂອງປະຊາຊົນເຮົາ. ການນໍາພາພັດທະນາ ຂອງພັກເຮົາ ຕ້ອງບັນລຸເຖິງການແກ້ໄຂບັນຫາພື້ນຖານກວມລວມ ນັ້ນຄື ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ແລະ ຄວາມດ້ອຍພັດທະນາ ຂອງປະເທດຊາດໃຫ້ໄດ້; ຍູ້ກຳລັງການຜະລິດໃຫ້ຂະຫຍາຍຕົວ ເພື່ອມີພື້ນຖານວັດຖຸເຕັກນິກທີ່ທັນສະໄໝຂຶ້ນເລື້ອຍໆ ເພື່ອຮັບປະກັນໃຫ້ຈັງຫວະການເຕີບໂຕ ຂອງເສດຖະກິດແຫ່ງຊາດ ດຳເນີນໄປຢ່າງຕໍ່ເນື່ອງ, ເຮັດໃຫ້ປະເທດຊາດ ນັບມື້ນັບຈະເລີນກ້າວໜ້າ, ປະຊາຊົນ ມີຄຸນະພາບຊີວິດດີຂຶ້ນ, ສັງຄົມ ມີຄວາມຍຸຕິທຳ ຫຼາຍຂຶ້ນແລະ ມີຄວາມສະຫງົບປອດໄພ.
ພັກເຮົາ ໄດ້ກໍານົດທິດນໍາສໍາຄັນໃນການພັດທະນາ ຄື: “ຕ້ອງຮັບປະກັນຄວາມຍືນຍົງ, ນໍາໃຊ້ທ່າແຮງດ້ານຊັບພະຍາກອນທີ່ມີໃຫ້ສົມສ່ວນ, ຄຸ້ມຄ່າ, ມີປະສິດທິຜົນ, ທັງຮັບປະກັນບໍ່ໃຫ້ບົກແຫ້ງ. ການພັດທະນາເສດຖະກິດ ຕ້ອງໄປຄຽງຄູ່ກັບການພັດທະນາຄົນ, ສ້າງຄົນໃຫ້ມີທັງຄວາມຮູ້ຄວາມສາມາດ, ມີຄວາມໜັກແໜ້ນທາງດ້ານທາດແທ້ການເມືອງ, ມີຄຸນສົມບັດສິນທໍາ, ມີຄວາມກະຕືລືລົ້ນ ແລະ ມີຄວາມບຸກບືນສູ້ຊົນສູງໃນການພັດທະນາ; ອັນສໍາຄັນ ຕ້ອງໃຫ້ຄົນໃນຊາດ ໄດ້ຮັບຜົນປະໂຫຍດຢ່າງສົມເຫດສົມຜົນ ຈາກການພັດທະນາ ເພື່ອໃຫ້ຄົນກາຍເປັນກໍາລັງແຮງທີ່ແທ້ຈິງ ຂອງການພັດທະນາ”. ເພື່ອບັນລຸທິດນໍານັ້ນ ຕ້ອງກໍ່ສ້າງຮາກຖານການເມືອງ, ສ້າງຄວາມເຂັ້ມແຂງແຕ່ຮາກຖານ ຂຶ້ນມາ, ເອົາປະຊາຊົນເປັນກົກ, ເອົາຊົນນະບົດ ເປັນເປົ້າໝາຍການພັດທະນາ ຢ່າງມີແຜນການ ແລະ ມີຈຸດສຸມ ທີ່ຈະແຈ້ງ. ຖ້າຄວາມທຸກຍາກ ຂອງປະຊາຊົນ ບໍ່ໄດ້ຮັບການແກ້ໄຂຢ່າງເປັນຮູບປະທຳ, ພັກເຮົາ ຕ້ອງມີຄວາມຮັບຜິດຊອບ.

ພ້ອມກັນນັ້ນ ເລຂາທິການໃຫຍ່, ຍັງໄດ້ເນັ້ນໜັກໃຫ້ ບັນດາສະຫາຍສູນກາງ ຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບການເມືອງ ສຸມສະຕິປັນຍາ ຄົ້ນຄວ້າ, ຄິດຫງໍາ, ຕຶກຕອງ ແລະ ປະກອບຄຳຄິດຄຳເຫັນ ຢ່າງມີຈຸດສຸມ, ກະທັດຮັດ ຕໍ່ເນື້ອໃນຕ່າງໆ ໃຫ້ມີຄວາມເລິກເຊິ່ງ, ໜັກແໜ້ນ, ເປັນສະຕິປັນຍາລວມໝູ່ ຂອງສູນກາງພັກ ໃນການບູລະນະແນວທາງ, ນະໂຍບາຍ ເພື່ອເປັນທິດຊີ້ນໍາ ໃຫ້ແກ່ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ເປັນຈິງ ເຮັດໃຫ້ຄາດໝາຍ ທີ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ວາງອອກ ບັນລຸຜົນສໍາເລັດຢ່າງຈົບງາມ.
ແຫຼ່ງທີ່ມາ: Lao National Radio

