Homeຂ່າວທົ່ວໄປເຊື່ອງນໍແຮດໃນຮູບປັ້ນ ເຈົ້າໜ້າທີ່ກວດຍຶດຊິ້ນສ່ວນສັດປ່າຫວງຫ້າມ ພົບຊິ້ນສວ່ນຄ່າຍຄືນໍແຮດ ຈໍານວນ 4 ອັນ ນໍ້າໜັກ 10 ກິໂລກຣາມ ຢູ່ສະໜາມບິນສາກົນວັດໄຕ.

ເຊື່ອງນໍແຮດໃນຮູບປັ້ນ ເຈົ້າໜ້າທີ່ກວດຍຶດຊິ້ນສ່ວນສັດປ່າຫວງຫ້າມ ພົບຊິ້ນສວ່ນຄ່າຍຄືນໍແຮດ ຈໍານວນ 4 ອັນ ນໍ້າໜັກ 10 ກິໂລກຣາມ ຢູ່ສະໜາມບິນສາກົນວັດໄຕ.

Published on

ໃນວັນທີ 15 ພຶດສະພາ 2026 ທີ່ຜ່ານມາ, ຄະນະເຈົ້າໜ້າທີ່ກ່ຽວຂ້ອງປະຈຳສະໜາມບິນສາກົນວັດໄຕ ມີ : ເຈົ້າໜ້າທີ່ພາສີ , ເຈົ້າໜ້າທີ່ຕຳຫຼວດ ຕມ ແລະ ເຈົ້າໜ້າທີ່ກັກກັນພືດ-ສັດ ໄດ້ດຳເນີນການກວດກາ ແລະ ສາມາດສະກັດກັ້ນການ ລັກລອບຂົນສົ່ງຊິ້ນສ່ວນສັດປ່າຫວງຫ້າມຂ້າມຊາດ. ການປະຕິບັດງານໃນຄັ້ງນີິ້ ແມ່ນຜົນສຳເລັດຂອງການປະສານງານ ແລະ ສົມທົບກັນຢ່າງກົມກຽວລະຫວ່າງ ເຄືອຂ່າຍບັງຄັບໃຊ້ກົດໝາຍ LAO-WEN ຮ່ວມກັນ ຄື : ກົມພາສີ, ກົມກວດກາຊັບພະຍາກອນທາມະຊາດ ແລະ ສິ່ງແວດລ້ອມ, ກົມຕຳຫຼວດສິ່ງແວດລ້ອມ, ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ-ອອກເມືອງ ແລະ ເຈົ້າໜ້າທີ່ກັກກັນສັດ.

 

ຜ່ານການກວດກາເຄື່ອງໂດຍສານດ້ວຍເຄື່ອງເອັກສະເລ (X-ray) ຂອງຖ້ຽວບິນ QV 924 ເວລາປະມານ 15:30 ນາທີ, ເຊິ່ງເດີນທາງອອກຈາກປະເທດອັງໂກລາ ໃນວັນທີ 12 ພຶດສະພາ 2026 ດ້ວຍຖ້ຽວບິນ EK 794 ຜ່ານປະເທດ ທີ 2 ແລະ ທີ 3 ເຂົ້າມາ ສປປ ລາວ. ເຈົ້າໜ້າທີ່ໄດ້ພົບເຫັນວັດຖຸຕ້ອງສົງໄສຊຸກເຊື່ອງຢູ່ໃນຮູບປັ້ນເຄື່ອງທີ່ລະນຶກ. ຈາກການກວດກາຕົວຈິງ ພົບເຫັນຊິິ້ນສ່ວນຄ່າຍຄືສັດປ່າຫວງຫ້າມ ຊຶື່ງປະກອບມີ: ຊິ້ນສ່ວນຄ່າຍຄືນໍແຮດ ຈຳນວນ 4 ອັນ, ນ້ຳໜັກ 10.1 ກິໂລກຣາມ (ລວມວັດສະດຸຫຸ້ມຫໍ່). ຜູ້ຖືກສົງໄສໃນຄັ້ງນີິ້ແມ່ນ ເພດຊາຍ, ສັນຊາດຫວຽດນາມ. ຕໍ່ກັບເຫດການດັ່ງກ່າວ, ທາງເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ພາຍໃຕ້ເຄືອຂ່າຍ LAO-WEN ຈະດຳເນີນການສືບສວນ-ສອບສວນ ຕາມຂັ້ນຕອນກົດໝາຍ ແລະ ລະບຽບການ.

ແຫຼ່ງຂໍ້ມູນ: ຂ່າວກະສິກຳ ແລະ ສິ່ງແວດລ້ອມ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...