Homeຂ່າວຄວາມສະຫງົບສົ່ງຕົວແກ້ງຄໍເຊັນເຕີກັບຈີນ ກົມຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ ສົ່ງຕົວແກ້ງຄໍເຊັນເຕີ ຈໍານວນ 485 ຄົນ ໃຫ້ທາງການຈີນ ນຳໄປດຳເນີນຄະດີ ຫຼັງຈາກຖືກຈັບກຸມຢູ່ ສປປ ລາວ

ສົ່ງຕົວແກ້ງຄໍເຊັນເຕີກັບຈີນ ກົມຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ ສົ່ງຕົວແກ້ງຄໍເຊັນເຕີ ຈໍານວນ 485 ຄົນ ໃຫ້ທາງການຈີນ ນຳໄປດຳເນີນຄະດີ ຫຼັງຈາກຖືກຈັບກຸມຢູ່ ສປປ ລາວ

Published on

ໃນວັນທີ 13 ພຶດສະພາ 2026 ຢູ່ດ່ານສາກົນບໍ່ເຕັນ ແຂວງຫຼວງນໍ້າທາ, ກົມຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ ກະຊວງ ປກສ ຮ່ວມກັບສູນຮ່ວມມືວຽກງານຕໍາຫຼວດລາວ-ຈີນ ໄດ້ມອບ-ຮັບຕົວພວກຖືກຫາທີ່ເປັນຄົນສັນຊາດຈີນ ຈໍານວນ 485 ຄົນ, ຍິງ 30 ຄົນ ກັບຄືນໄປດໍາເນີນຄະດີຕາມລະບຽບກົດໝາຍຢູ່ປະເທດຈີນ, ໃນຂໍ້ຫາກໍ່ອາຊະກໍາທາງລະບົບໂທລະຄົມ ຫລື ຄໍເຊັນເຕີ, ໃຫ້ບໍລິການການພະນັນອອນລາຍ, ເຂົ້າ-ອອກເມືອງຜິດກົດໝາຍ, ເຮັດວຽກບໍ່ຖືກເປົ້າໝາຍຕາມທີ່ທາງການກໍານົດ, ດຳເນີນທຸລະກິດ, ປະກອບອາຊີບໂດຍບໍ່ໄດ້ຮັບອະນຸຍາດ ແລະ ມີເຈດຕະນາລີ້ຊ່ອນຢູ່ ສປປ ລາວ.

ກຸ່ມແກ້ງດັ່ງກ່າວ, ຖືກກັກຕົວໃນວັນທີ 6 ພຶດສະພາ 2026 ຈາກເຫດການທີ່ເຈົ້າໜ້າທີ່ຕໍາຫຼວດກະຊວງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບກອງບັນຊາການ ປກສ ແຂວງສະຫວັນນະເຂດ ມ້າງກຸ່ມແກ້ງຄໍເຊັນເຕີຢູ່ 7 ຈຸດເປົ້າໝາຍ (ຣີສອດ, ໂຮງແຮມ ແລະ ເຮືອນພັກ) ຢູ່ແຂວງສະຫວັນນະເຂດ ຊຶ່ງພົບເຫັນຄົນຕ່າງປະເທດ 605 ຄົນ, ຍິງ 81 ຄົນ, ມີ 8 ສັນຊາດຄື: ສັນຊາດຈີນ, ໄທ, ກຳປູເຈຍ, ມຽນມາ, ຫວຽດນາມ, ໄຕ້ຫວັນ, ມາເລເຊຍ ແລະ ສັນຊາດເກົາຫລີ, ພ້ອມດ້ວຍເຄື່ອງຂອງກາງເພື່ອກໍ່ການກະທໍາຜິດຈໍານວນຫຼາຍລາຍການ.

ການມອບ-ຮັບແກ້ງຄໍເຊັນເຕີ ຄັ້ງນີ້ ແມ່ນປະຕິບັດຕາມກົດໝາຍວ່າດ້ວຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ສະບັບເລກທີ 059/ສພຊ, ລົງວັນທີ 26 ທັນວາ 2014, ຂໍ້ຕົກລົງ ວ່າດ້ວຍການຮ່ວມມືສ້າງຕັ້ງສູນຮ່ວມມືວຽກງານຕໍາຫຼວດລາວ-ຈີນ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ຈີນ ລົງວັນທີ 04 ທັນວາ 2020, ຕາມການປະສານສົມທົບເຮັດວຽກຕົວຈິງຮ່ວມກັບເຈົ້າໜ້າທີ່ຕໍາຫຼວດ ສປ ຈີນ ປະຈໍາຢູ່ສູນຮ່ວມມືລາວ-ຈີນ ແລະ ປະຕິບັດຕາມສັນຍາການຮ່ວມມືລະຫວ່າງລາວ-ຈີນ ໃນການແລກປ່ຽນຂໍ້ມູນຂ່າວສານ ແລະ ການສົ່ງຕົວຜູ້ຖືກຫາທີ່ເປັນຄົນຕ່າງປະເທດ (ໂດຍສະເພາະຄົນຈີນ) ກັບຄືນປະເທດ ເພື່ອດໍາເນີນຄະດີ ຫຼັງຈາກຖືກຈັບກຸມຢູ່ ສປປ ລາວ.

ແຫຼ່ງຂໍ້ມູນ: ກົມສື່ມວນຊົນ ປກສ 

ບົດຄວາມຫຼ້າສຸດ

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...