Homeຂ່າວພາຍ​ໃນເອກະພາບໃນການປັບປຸງເສັ້ນທາງ ຈຳປາສັກ-ຊຽງແຕງ (ກຳປູເຈຍ) ເຫັນດີ ຈັບມືປັບປຸງເສັ້ນທາງດ່ານສາກົນ ໜອງນົກຂຽນ-ຕໍປຽງກຣຽນ  ຖືເປັນບາດກ້າວສຳຄັນ ແລະ ເສີມສ້າງສາຍພົວພັນມິດຕະພາບ.

ເອກະພາບໃນການປັບປຸງເສັ້ນທາງ ຈຳປາສັກ-ຊຽງແຕງ (ກຳປູເຈຍ) ເຫັນດີ ຈັບມືປັບປຸງເສັ້ນທາງດ່ານສາກົນ ໜອງນົກຂຽນ-ຕໍປຽງກຣຽນ  ຖືເປັນບາດກ້າວສຳຄັນ ແລະ ເສີມສ້າງສາຍພົວພັນມິດຕະພາບ.

Published on

ໃນວັນທີ 11 ພຶດສະພາ 2026, ທ່ານ ປອ ອາລຸນໄຊ ສູນນະລາດ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຈຳປາສັກ ໄດ້ລົງພື້ນທີ່ຕິດຕາມ ແລະ ຊີ້ນຳການກະກຽມສ້ອມແປງເສັ້ນທາງແຕ່ ດ່ານສາກົນໜອງນົກຂຽນ (ຝັ່ງລາວ) ຫາ ດ່ານສາກົນຕໍປຽງກຣຽນ (ຝັ່ງກຳປູເຈຍ).


ຈຸດສຳຄັນຂອງການປັບປຸງໃນຄັ້ງນີ້:
ທາງແຂວງຈຳປາສັກ ແລະ ແຂວງຊຽງແຕງ (ກຳປູເຈຍ) ໄດ້ເຫັນດີເປັນເອກະພາບໃນການປັບປຸງເສັ້ນທາງນີ້ ເພື່ອຜົນປະໂຫຍດຮ່ວມກັນ.ທ່ານເລຂາພັກແຂວງ ໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງ ປະສານງານກັບຄະນະກຳມະການຊາຍແດນສອງແຂວງ ເພື່ອສະເໜີຫາຂັ້ນສູນກາງໃນການປັບປຸງເຕັກນິກ. ໂດຍຈະເລີ່ມຈາກຈຸດບາລີແຢ ໄລຍະ 195 ແມັດ, ໂດຍຈະມີການປັບລະດັບດິນ, ການບົດອັດ ແລະ ໂຮຍຫີນ ເພື່ອໃຫ້ລົດສາມາດສັນຈອນໄດ້ສະດວກ.


ນອກຈາກການສ້ອມແປງເບື້ອງຕົ້ນແລ້ວ, ທ່ານເລຂາພັກແຂວງຍັງໄດ້ສະເໜີໃຫ້ຄົ້ນຄວ້າຄວາມເປັນໄປໄດ້ໃນການກໍ່ສ້າງເປັນ ທາງເບຕົງ ເພື່ອຄວາມຍືນຍົງໃນໄລຍະຍາວ. ໂດຍໃຫ້ພະແນກການຕ່າງປະເທດ ແລະ ຄະນະກຳມະການປົກຄອງແຂວງ ຮ່ວມກັບເບື້ອງກຳປູເຈຍ ເຮັດບົດບັນທຶກພາກສະໜາມໃຫ້ລະອຽດ ເພື່ອລາຍງານຕໍ່ຂັ້ນສູນກາງ.


ສຳລັບການກຳນົດສັນຍາລັກ ແລະ ການອອກແບບກໍ່ສ້າງ, ແມ່ນໃຫ້ເຊີນຄະນະຜູ້ແທນແຂວງຊຽງແຕງ ມາຮ່ວມປຶກສາຫາລື, ຄິດໄລ່ ແລະ ເອກະພາບກັນໃນດ້ານເຕັກນິກຕົວຈິງ ເພື່ອໃຫ້ສອດຄ່ອງກັບມາດຕະຖານຂອງທັງສອງປະເທດ.
ໃນໂອກາດດຽວກັນ, ທ່ານເລຂາພັກແຂວງ ພ້ອມຄະນະ ຍັງໄດ້ເຂົ້າຢ້ຽມຊົມ ສາງຄ່ຽນຖ່າຍສິນຄ້າ ຢູ່ບໍລິເວນດ່ານສາກົນໜອງນົກຂຽນ ເພື່ອຕິດຕາມຂັ້ນຕອນໃນການກໍ່ສ້າງ.
ການປັບປຸງເສັ້ນທາງນີ້ ຖືເປັນບາດກ້າວສຳຄັນໃນການຍົກລະດັບພື້ນຖານໂຄງລ່າງຂອງແຂວງຈຳປາສັກ ແລະ ເສີມສ້າງສາຍພົວພັນມິດຕະພາບລະຫວ່າງ ລາວ-ກຳປູເຈຍ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ແຫຼ່ງຂໍ້ມູນ: ໜັງສືພິມຈຳປາໃໝ່ 𝐂𝐡𝐚𝐦𝐩𝐚𝐦𝐚𝐢 𝐍𝐞𝐰𝐬𝐩𝐚𝐩𝐞𝐫

ບົດຄວາມຫຼ້າສຸດ

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...