Homeຂ່າວພາຍ​ໃນຊົມເຊີຍເຈົ້າໜ້າທີ່ຕຳຫຼວດ! ໃນການຕິດຕາມກວດກາ ແລະ ສະກັດກັ້ນບັນດາກຸ່ມອາຊະຍາກຳທາງເຕັກໂນໂລຊີ ຫຼື ແກ້ງສໍ້ໂກງຊັບທາງໂທລະຄົມ ທີ່ລັກລອບເຂົ້າມາເຄື່ອນໄຫວຜິດກົດໝາຍຢູ່ ສປປ ລາວ.

ຊົມເຊີຍເຈົ້າໜ້າທີ່ຕຳຫຼວດ! ໃນການຕິດຕາມກວດກາ ແລະ ສະກັດກັ້ນບັນດາກຸ່ມອາຊະຍາກຳທາງເຕັກໂນໂລຊີ ຫຼື ແກ້ງສໍ້ໂກງຊັບທາງໂທລະຄົມ ທີ່ລັກລອບເຂົ້າມາເຄື່ອນໄຫວຜິດກົດໝາຍຢູ່ ສປປ ລາວ.

Published on

ໃນຍຸກທີ່ເຕັກໂນໂລຊີດິຈິຕອນ ແລະ ອິນເຕີເນັດໄດ້ກາຍເປັນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນຊີວິດປະຈຳວັນ, ໄພຂົ່ມຂູ່ຈາກແກ້ງສໍ້ໂກງຊັບທາງໂທລະຄົມ (Call Center) ຫຼື ອາຊະຍາກຳທາງເຕັກໂນໂລຊີ ໄດ້ຂະຫຍາຍຕົວຢ່າງວ່ອງໄວ ແລະ ກາຍເປັນໜຶ່ງໃນໄພຄຸກຄາມທີ່ຮ້າຍແຮງທີ່ສຸດຕໍ່ຄວາມໝັ້ນຄົງຂອງຊາດ, ເສດຖະກິດ ແລະ ສັງຄົມໃນທົ່ວໂລກ ລວມທັງ ສປປ ລາວ.

ພາຍໃຕ້ການນໍາພາຂອງພັກ ແລະ ລັດຖະບານ ສປປ ລາວ ໄດ້ຮັບຮູ້ຄວາມຄວາມອັນຕະລາຍຮ້າຍແຮງຂອງໄພດັ່ງກ່າວ ແລະ ໄດ້ດໍາເນີນການຢ່າງຈິງຈັງ-ຕໍ່ເນື່ອງ ໃນການປ້ອງກັນ, ສະກັດກັ້ນ ແລະ ຕ້ານໄພຂົ່ມຂູ່ຈາກກຸ່ມແກ້ງອາຊະຍາກຳທາງໂທລະຄົມ ໂດຍສະເພາະ ກະຊວງ ປກສ ກໍຄື ເຈົ້າໜ້າທີ່ຕຳຫຼວດວິຊາສະເພາະແມ່ນໄດ້ເອົາໃຈໃສ່ເຂົ້າໃນການຕິດຕາມກວດກາ ແລະ ສະກັດກັ້ນບັນດາກຸ່ມອາຊະຍາກຳທາງເຕັກໂນໂລຊີ ຫຼື ແກ້ງສໍ້ໂກງຊັບທາງໂທລະຄົມ ທີ່ລັກລອບເຂົ້າມາເຄື່ອນໄຫວຜິດກົດໝາຍຢູ່ ສປປ ລາວ.

ຕະຫຼອດໄລຍະຜ່ານມາ, ລັດຖະບານ ສປປ ລາວ ກໍຄື ກະຊວງປ້ອງກັນຄວາມສະຫງົບ ແລະ ໜ່ວຍງານທີ່ກ່ຽວຂ້ອງໄດ້ສຸມໃສ່ສະກັດກັ້ນ ແລະ ແກ້ໄຂຢ່າງຈິງຈັງ-ຕໍ່ເນື່ອງ ໃນຫຼາຍພື້ນທີ່ສໍາຄັນ ເປັນຕົ້ນ: ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມຄໍາ, #ແຂວງບໍ່ແກ້ວ ແລະ ແຂວງສະຫວັນນະເຂດ ສາມາດກັກຕົວຜູ້ຖືກຫາໄດ້ຫຼາຍພັນຄົນ ເຊິ່ງຖືເປັນຜົນງານອັນພົ້ນເດັ່ນໃນການປາບປາມອາດຊະຍາກຳທາງໄຊເບີໃນຍຸກປັດຈຸບັນ.

ຜ່ານການລົງປະຕິບັດວຽກງານວິຊາສະເພາະໃນລະຫວ່າງວັນທີ 1 ຫາ 2 ເມສາ 2026, ເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ ກະຊວງ ປກສ ໄດ້ສົມທົບກັບ ກອງບັນຊາການ ປກສ ແຂວງບໍ່ແກ້ວ ແລະ ກອງບັນຊາການເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເຂົ້າກວດກາ 5 ຈຸດເປົ້າໝາຍໃນເຂດ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຊິ່ງສາມາດກັກຕົວບຸກຄົນທີ່ມີພຶດຕິກຳສົງໄສໄດ້ທັງໝົດ 742 ຄົນ ຍິງ 313 ຄົນ, ມີ 12 ສັນຊາດ ຄື: ສັນຊາດຈີນ, ຫວຽດນາມ, ປາກິສະຖານ, ອິນໂດເນເຊຍ, ອິນເດຍ, ຣັດເຊຍ, ລາວັນດາ, ມາເລເຊຍ, ຟີລິປິນ, ຈີນໄຕ້ຫວັນ, ມຽນມາ ແລະ ສັນຊາດລາວ.

ຈາກນັ້ນ, ໃນວັນທີ 6 ພຶດສະພາ 2026, ເຈົ້າໜ້າທີ່ຕຳຫຼວດ ກໍໄດ້ສືບຕໍ່ລົງປະຕິບັດງານຢູ່ແຂວງສະຫວັນນະເຂດ ໂດຍສົມທົບກັບ ປກສ ແຂວງ ເຂົ້າກວດກາ 7 ຈຸດເປົ້າໝາຍ (ຣີສອດ, ໂຮງແຮມ ແລະ ເຮືອນພັກ), ເຊິ່ງພົບເຫັນຄົນຕ່າງປະເທດ 605 ຄົນ ຍິງ 81 ຄົນ, ມີ 8 ສັນຊາດຄື: ສັນຊາດຈີນ, ໄທ, ກຳປູເຈຍ, ມຽນມາ, ຫວຽດນາມ, ຈີນໄຕ້ຫວັນ, ມາເລເຊຍ ແລະ ເກົາຫຼີໃຕ້. ທີ່ລັກລອບເຂົ້າມາສ້າງບັນຊີສື່ສັງຄົມອອນລາຍປອມ ເພື່ອຕວົະຍວົະຫຼອກລວງ. ໃນນີ້, ສາມາດຢຶດຂອງກາງໂທລະສັບມືຖື 5.973 ໜ່ວຍ, ຄອມພິວເຕີ 367 ເຄື່ອງ ແລະ ລົດໃຫຍ່ 5 ຄັນ, ພ້ອມທັງພົບຫຼັກຖານການບັງຄັບໃຊ້ແຮງງານ ແລະ ອຸປະກອນທໍລະມານຮ່າງກາຍພາຍໃນກຸ່ມດັ່ງກ່າວ.

ນອກຈາກການດຳເນີນຄະດີກັບກຸ່ມແກ້ງດັ່ງກ່າວແລ້ວ, ເຈົ້າໜ້າທີ່ຍັງໄດ້ເຮັດບົດບັນທຶກສຶກສາອົບຮົມ, ກ່າວເຕືອນ ແລະ ປັບໄໝເຈົ້າຂອງສະຖານທີ່ພັກເຊົາ ທີ່ປ່ອຍປະລະເລີຍໃຫ້ມີການລັກລອບພັກເຊົາແບບຜິດກົດໝາຍ.

ເພື່ອແກ້ໄຂບັນຫາດັ່ງກ່າວ, ກະຊວງປ້ອງກັນຄວາມສະຫງົບ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ຕຳຫຼວດສາກົນ ເພື່ອດຳເນີນການກວດສອບປະຫວັດ ແລະ ສົ່ງຕົວຜູ້ກະທຳຜິດກັບຄືນປະເທດຕາມລະບຽບກົດໝາຍຂອງ ສປປ ລາວ ຢ່າງເຂັ້ມງວດ.

ໃນຕໍ່ໜ້າ, ເຈົ້າໜ້າທີ່ຈະສືບຕໍ່ຜັນຂະຫຍາຍມາດຕະການຕິດຕາມກວດກາໃຫ້ທົ່ວເຖິງໃນຂອບເຂດທົ່ວປະເທດ ເພື່ອສະກັດກັ້ນບໍ່ໃຫ້ ສປປ ລາວ ກາຍເປັນບ່ອນບົ່ມຊ້ອນຂອງກຸ່ມອາຊະຍາກຳທາງໄຊເບີ ແລະ ເພື່ອຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ພ້ອມດຽວກັນນັ້ນ, ກໍຮຽກຮ້ອງຄວາມຮ່ວມມືຈາກທຸກພາກສ່ວນໃນສັງຄົມໃຫ້ມີຄວາມສາມັກຄີ, ເປັນເຈົ້າການ ແລະ ເປັນເອກກະພາບກັນ ໂດຍສະເພາະ ລັດຖະບານ ສປປ ລາວ ກໍໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ທີ່ສຸດໃນການສະກັດກັ້ນ ແລະ ແກ້ໄຂກຸ່ມແກ້ງດັ່ງກ່າວ ພ້ອມທັງຈະສືບຕໍ່ແກ້ໄຂຢ່າງເຂັ້ມງວດ-ຈິງຈັງ ເພື່ອໃຫ້ບັນຫາດັ່ງກ່າວຫຼຸດນ້ອຍລົງ ແລະ ໝົດໄປ ຈາກ ສປປ ລາວ.

ແຫຼ່ງທີ່ມາ: ຄວາມສະຫງົບ Lao Security News

 

 

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...