Homeຂ່າວຕ່າງປະເທດປ່ອຍຕົວກ່ອນກຳນົດ ທ່ານ ທັກສິນ ຊິນນະວັດ ໄດ້ຮັບການພັກໂທດ ແລະ ຖືກປ່ອຍຕົວຈາກຄຸກກາງຄອງເປຣມ ຖືກຄຸມຂັງເປັນເວລາ 243 ມື້ ຮັບໂທດ 8...

ປ່ອຍຕົວກ່ອນກຳນົດ ທ່ານ ທັກສິນ ຊິນນະວັດ ໄດ້ຮັບການພັກໂທດ ແລະ ຖືກປ່ອຍຕົວຈາກຄຸກກາງຄອງເປຣມ ຖືກຄຸມຂັງເປັນເວລາ 243 ມື້ ຮັບໂທດ 8 ເດືອນຈາກ 1 ປີ

Published on

ສຳນັກຂ່າວຕ່າງປະເທດລາຍງານ ໃນເວລາປະມານ 07:00 ໂມງ ວັນທີ 11 ພຶດສະພາ 2026 ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີໄທ ໄດ້ຮັບການພັກໂທດ ແລະ ຖືກປ່ອຍຕົວຈາກຄຸກກາງຄອງເປຣມ ປະເທດໄທ ກ່ອນກຳນົດ.

ທ່ານ ທັກສິນ ຊິນນະວັດ ໄດ້ຮັບໂທດ 8 ເດືອນຈາກໂທດ 1 ປີ, ເຊິ່ງຕອບສະໜອງເງື່ອນໄຂການປ່ອຍຕົວກ່ອນກຳນົດ ຫຼັງຈາກທີ່ຖືກຄຸມຂັງເປັນເວລາ 243 ມື້ ທາງຄະນະກຳມະການລະດັບລັດຖະມົນຕີຂອງກະຊວງຍຸຕິທໍາໄດ້ອະນຸມັດການປ່ອຍຕົວຢ່າງເປັນທາງການ, ໂດຍມີເງື່ອນໄຂສຳຄັນຄືການໃສ່ສາຍແຂນ EM (Electronic Monitoring) ແລະ ຍັງຄົງຢູ່ພາຍໃຕ້ການຄຸມການປະພຶດຢ່າງເຂັ້ມງວດ. ເຊິ່ງໃນມື້ປ່ອຍຕົວມີຄອບຄົວຍາດພີ່ນ້ອງ ແລະ ບັນດາການນຳ ສສ ພັກເພື່ອໄທມາລໍຖ້າຕ້ອນຮັບຢ່າງອົບອຸ່ນ.

ແຫຼ່ງຂໍ້ມູນ: Thairath

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...