Homeຂ່າວພາຍ​ໃນລັດຖະມົນຕີ ຍທຂ ລົງຕິດຕາມ ການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ຢູ່ແຂວງໄຊຍະບູລີ ຢູ່ 4 ເມືອງໃຕ້ ແລະ ເສັ້ນທາງໄປຊາຍແດນລາວ-ໄທ,...

ລັດຖະມົນຕີ ຍທຂ ລົງຕິດຕາມ ການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ຢູ່ແຂວງໄຊຍະບູລີ ຢູ່ 4 ເມືອງໃຕ້ ແລະ ເສັ້ນທາງໄປຊາຍແດນລາວ-ໄທ, ໄຊຍະບູລີ-ເລີຍໂຄງການກໍ່ສ້າງຕ້ານເຈື່ອນຢູ່ນໍ້າເຫືອງ ເມືອງແກ່ນທ້າວ ແລະ ເມືອງບໍ່ແຕນ

Published on

ໃນວັນທີ 11 ພຶດສະພາ 2026 ທີ່ຫ້ອງວ່າການແຂວງ ໄຊຍະບູລີ ທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນ ໄຊຍະບູລີ ພ້ອມດ້ວຍຄະນະ ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍຄະນະ

ທ່ານ ເຫຼັກໄຫຼ ສີວິໄລ ໄດ້ສະເໜີຈຸດປະສົງທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ ຄັ້ງນີ້ ເພື່ອຕິດຕາມ ແລະ ຊຸກຍູ້ວຽກງານໂຍທາທິການ ແລະ ຂົນສົ່ງ ຢູ່ແຂວງໄຊຍະບູລີ ໂດຍສະເພາະ ຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງ ແລະ ສ້ອມແປງເສັ້ນທາງຢູ່ 4 ເມືອງໃຕ້ ແລະ ເສັ້ນທາງໄປຊາຍແດນລາວ-ໄທ, ໄຊຍະບູລີ-ເລີຍ, ໂຄງການກໍ່ສ້າງຕ້ານເຈື່ອນຢູ່ນໍ້າເຫືອງ ເມືອງແກ່ນທ້າວ ແລະ ເມືອງບໍ່ແຕນ, ໂຄງການກໍ່ສ້າງນໍ້າປະປາ ແລະ ເຄຫາຜັງເມືອງ. ທ່ານລັດຖະມົນຕີ ກ່າວຕື່ມວ່າ: ສໍາລັບວຽກງານໂຍທາທິການ ແລະ ຂົນສົ່ງ ແມ່ນໃຫ້ເອົາໃຈໃສ່ຊຸກຍູ້ ແລະ ນໍາພາ-ຊີ້ນໍາ ໂດຍສະເພາະ ການປົກປັກຮັກສາ ແລະ ສ້ອມແປງເສັ້ນທາງຫລວງແຫ່ງຊາດ ເລກທີ 4R ພ້ອມທັງຄວບຄຸມນໍ້າໜັກຂອງລົດບັນທຸກ.

ໂອກາດດັ່ງກ່າວ, ທ່ານ ເພັງນິລັນ ຄໍາພັນເພັງ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ ພ້ອມທັງລາຍງານສະພາບຈຸດພິເສດ ແລະ ການຂະຫຍາຍຕົວດ້ານເສດຖະກິດ ຂອງແຂວງໃຫ້ຊາບໂດຍສັງເຂບ.

ແຫຼ່ງຂໍ້ມູນ: ປະເທດລາວ Pathedlao

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...