Homeຂ່າວພາຍ​ໃນສັ່ງປະຫານຊີວິດ ຈີນໄດ້ຕັດສິນປະຫານຊີວິດ ອະດີດລັດຖະມົນຕີ ກະຊວງປ້ອງກັນປະເທດ 2 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ແຕ່ໄດ້ໂຈະໂທດໄວ້ 2 ປີ ຖ້າບໍ່ກະທຳຜິດຕື່ມ ຈະປ່ຽນເປັນຈຳຄຸກຕະຫຼອດຊີວິດ

ສັ່ງປະຫານຊີວິດ ຈີນໄດ້ຕັດສິນປະຫານຊີວິດ ອະດີດລັດຖະມົນຕີ ກະຊວງປ້ອງກັນປະເທດ 2 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ແຕ່ໄດ້ໂຈະໂທດໄວ້ 2 ປີ ຖ້າບໍ່ກະທຳຜິດຕື່ມ ຈະປ່ຽນເປັນຈຳຄຸກຕະຫຼອດຊີວິດ

Published on

ວັນທີ 7 ພຶດສະພາ 2026 ທີ່ຜ່ານມາ ສຳນັກຂ່າວປະເທດຈີນລາຍງານວ່າ ອະດີດລັດຖະມົນຕີກະຊວງປ້ອງກັນປະເທດຈີນ 2 ຄົນຄື ລີ ຊາງຟູ (Li Shangfu) ແລະ ເຫວີຍ ແຟງ (Wei Fenghe), ໄດ້ຖືກຕັດສິນປະຫານຊີວິດໃນຂໍ້ຫາສໍ້ລາດບັງຫຼວງ, ແຕ່ໂທດດັ່ງກ່າວໄດ້ຖືກໂຈະໄວ້ເປັນເວລາ 2 ປີ.

ກ່ອນໜ້ານີ້ ລີ ຊາງຟູ (Li Shangfu) ຖືກສົງໄສວ່າຮັບສິນບົນຈຳນວນຫຼວງຫຼາຍ, ລວມທັງການໃຫ້ສິນບົນຄົນອື່ນ. ນອກຈາກນັ້ນ, ການສືບສວນຍັງພົບວ່າລີ ຊາງຟູ ບໍ່ປະຕິບັດໜ້າທີ່ທາງການເມືອງ ແລະ ຍັງຊອກຫາຜົນປະໂຫຍດສ່ວນຕົວໃຫ້ຕົນເອງ ແລະ ຜູ້ຮ່ວມງານຂອງລາວ.

ສ່ວນ ເຫວີຍ ແຟງ (Wei Fenghe) ຖືກສືບສວນຄັ້ງທໍາອິດໃນປີ 2023, ພົບວ່າຮັບເງິນ ແລະ ສິ່ງຂອງມີຄ່າ ຈຳນວນຫຼວງຫຼາຍ ເປັນສິນບົນ ແລະ ຊ່ວຍຄົນອື່ນໃຫ້ໄດ້ຮັບຜົນປະໂຫຍດທີ່ຜິດກົດໝາຍໃນການຈັດສັນບຸກຄະລາກອນ. ເຊິ່ງມີລັກສະນະຮ້າຍແຮງຫຼາຍ ແລະ ມີຜົນກະທົບທາງລົບຫຼາຍ.

ໃນປະເທດຈີນ, ໂທດປະຫານຊີວິດທີ່ຖືກໂຈະໄວ້ແລ້ວ ມັກຈະຖືກປ່ຽນເປັນໂທດຈຳຄຸກຕະຫຼອດຊີວິດ ຖ້າຜູ້ກະທຳຜິດບໍ່ໄດ້ກະທຳຜິດຫຍັງຕື່ມອີກໃນໄລຍະການທົດລອງ. ຫຼັງຈາກການຫຼຸດຜ່ອນໂທດ, ຜູ້ຊາຍທັງສອງຈະໄດ້ຮັບໂທດຈຳຄຸກຕະຫຼອດຊີວິດໂດຍບໍ່ມີເງື່ອນໄຂສຳລັບການຫຼຸດຜ່ອນໂທດ ຫຼື ການຜ່ອນຜັນເພີ່ມເຕີມ.

ນອກຈາກນັ້ນ, ທັງສອງຈະຖືກຍົກເລີກສິດທິທາງການເມືອງຕະຫຼອດຊີວິດ, ແລະ ຊັບສິນສ່ວນຕົວທັງໝົດຂອງພວກເຂົາຈະຖືກຍຶດ.

ແຫຼ່ງຂໍ້ມູນ: Thairath

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...