Homeຂ່າວພາຍ​ໃນສຶກສາຄວາມເປັນໄປໄດ້ເສັ້ນທາງລົດໄຟ ແຕ່ຄໍາມ່ວນ-ຈໍາປາສັກ-ຊາຍແດນລາວ-ກຳປູເຈຍ ແລະ ເຊື່ອມຕໍ່ໄປພະນົມເປັນ ນະຄອນໂຮ່ຈິມິນ ແລະ ບາງກອກ

ສຶກສາຄວາມເປັນໄປໄດ້ເສັ້ນທາງລົດໄຟ ແຕ່ຄໍາມ່ວນ-ຈໍາປາສັກ-ຊາຍແດນລາວ-ກຳປູເຈຍ ແລະ ເຊື່ອມຕໍ່ໄປພະນົມເປັນ ນະຄອນໂຮ່ຈິມິນ ແລະ ບາງກອກ

Published on

ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນກຽດໂອ້ລົມຕໍ່ກອງປະຊຸມວຽກງານ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ທົ່ວປະເທດ ປີ 2025-2026 ແລະ ຜັນຂະຫຍາຍແຜນພັດທະນາຂະແໜງ ຍທຂ 5 ປີ 2026-2030 ໃນວັນທີ 6 ພຶດສະພາ 2026 ນີ້, ທີ່ຫໍປະຊຸມແຫ່ງຊາດ ໂດຍທ່ານໄດ້ເນັ້ນໜັກຫຼາຍບັນຫາທີ່ສຳຄັນໃຫ້ ກະຊວງ ຍທຂ ສືບຕໍ່ເອົາໃຈໃສ່ ເພື່ອເຮັດໃຫ້ວຽກງານມີການປ່ຽນ ແປງຢ່າງຕັ້ງໜ້າ, ເຊິ່ງທ່ານ ໄດ້ເນັ້ນໃຫ້ການນຳຂັ້ນສູນກາງ ແລະ ທ້ອງຖິ່ນຂອງຂະແໜງ ຍທຂ ທົ່ວປະເທດ ນໍາເອົາເນື້ອໃນທີ່ໄດ້ປຶກສາຫາລືກັນ ນໍາໄປກວດກາຄືນ ແລະ ນໍາພາເຮັດໃຫ້ແທດເຖິງຕົວຈິງ ເປັນຕົ້ນ:

  1. ຍົກລະດັບ ແລະ ພັດທະນາໂຄງລ່າງພື້ນຖານ ຄົມມະນາຄົມ-ຂົນສົ່ງ ຢ່າງເປັນລະບົບຄົບຊຸດ ເພື່ອເຊື່ອມຈອດພາຍໃນ, ພາກພື້ນ ແລະ ສາກົນ ໂດຍເຮັດຢ່າງມີຈຸດສຸມເນັ້ນໃສ່ ບັນດາ ເສັ້ນທາງສາຍຫຼັກທີ່ເປັນສາຍເລືອດຂອງເສດຖະກິດ 13 ເໜືອ ແລະ 13 ໃຕ້ ແລະ ເສັ້ນທາງອື່ນໆ ທີ່ໄດ້ກຳນົດໄວ້ໃນ ມະຕິຂອງ ລັດຖະບານ ສະບັບເລກທີ 05/ລບ ລົງວັນທີ 30 ມີນາ 2026 ລວມທັງການຈັດຕັ້ງປະຕິບັດ ມະຕິ 165/ສພຊ ແລະ ມະຕິ 10/ລບ ວ່າດ້ວຍນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ໃນໄລຍະໃໝ່ ຫຼື ໂຄງການ OPBRC ແລະ PRTC; ນອກນັ້ນ, ກໍໃຫ້ ກະຊວງ ຍທຂ ສົມທົບກັບ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອຮ່ວມກັນຄົ້ນຄວ້າແຜນພັດທະນາ ເສັ້ນທາງຮ່ວມກັນ ເຂົ້າຫາແຫຼ່ງທ່ອງທ່ຽວ ແລະ ຈຸດສຸມພັດທະນາ ແລະ ຈຸດສຸມການຜະລິດ; ເອົາໃຈໃສ່ ແລະ ເຈົ້າເປັນການຢ່າງແທ້ຈິງ ໃນການຄຸ້ມຄອງລົດດັດແປງ, ບັນທຸກນໍ້າໜັກເກີນ ເພື່ອຮັກສາເສັ້ນທາງທີ່ມີແລ້ວ ບໍ່ໃຫ້ເປ່ເພເສຍຫາຍ ແລະ ສາມາດ ສັນຈອນໄດ້ເປັນປົກກະຕິດີ.
  2. ພັດທະນາຕົວເມືອງ ຕິດພັນກັບການປົກປັກຮັກສາສິ່ງແວດ ລ້ອມຕົວເມືອງ ແລະ ຄວາມສະອາດງາມຕາໃນຕົວເມືອງ ເປັນຕົ້ນ: ການແກ້ໄຂບັນຫານໍ້າຖ້ວມຂັງໃນຕົວເມືອງ, ບັນຫາການຄຸ້ມຄອງ ແລະ ຈັດການນໍ້າເປື້ອນ ແລະ ຂີ້ເຫຍື້ອໃນຕົວເມືອງ ໂດຍສະເພາະຕ້ອງໄດ້ວາງແຜນຍຸດທະສາດໄວ້ ກ່ຽວກັບການຈັດການຂີ້ເຫຍື້ອເອເລັກໂຕຣນິກ ເພາະລັດຖະບານ ໄດ້ມີນະໂຍ ບາຍ ຫັນໄປນໍາໃຊ້ລົດໄຟຟ້າຫຼາຍຂຶ້ນ ແນ່ນອນບັນຫາແບັດເຕີລີລົດ ທີ່ໝົດອາຍຸການນໍາໃຊ້ ຕ້ອງໄດ້ຄົ້ນຄວ້າວິທີການໃນການຈັດການໃຫ້ຄັກແນ່ ແລະ ນໍາໄປຜະລິດຄືນໃໝ່; ພ້ອມນັ້ນ, ກໍໃຫ້ບັນດາອົງການປົກ ຄອງທ້ອງຖິ່ນໃນຂອບເຂດທົ່ວປະເທດ ຄົ້ນຄວ້ານໍາໃຊ້ພະລັງງານຈາກ ແສງອາທິດ ແລະ ພະລັງງານທາງເລືອກອື່ນ ໃຫ້ຫຼາຍຂຶ້ນຕື່ມ ໂດຍສະເພາະບັນດາໄຟເຍືອງທາງ ໃນຕົວເມືອງ ທັງໝົດກໍເພື່ອແນໃສ່ເຮັດໃຫ້ຕົວເມືອງໜ້າຢູ່ ສີຂຽວ ແລະ ຍືນຍົງ.
  3. ພັດທະ ນາວຽກງານໂຍທາທິການທາງນໍ້າ ຕິດພັນກັບການຮັກສາເຂດນໍ້າແດນດິນ ແລະ ອະທິປະໄຕຂອງຊາດ, ເຊິ່ງຜ່ານມາລັດຖະບານ ກໍຄື ສະພາແຫ່ງຊາດ ໄດ້ສະໜອງງົບປະມານ 200-300 ຕື້/ປີ ເປັນຫຼັກການໃນການຈັດສັນເຂົ້າໃນວຽກງານດັ່ງກ່າວ; ສະນັ້ນ, ມອບໃຫ້ ກະຊວງການເງິນ ສົມທົບກັບ ກະຊວງ ຍທຂ ແລະ ທ້ອງຖິ່ນ ກວດເບິ່ງຄືນການຈັດສັນງົບປະ ມານໃນແຕ່ລະປີ ຕ້ອງມີຈຸດສຸມ ແລະ ຖືເປັນບຸລິມະສິດ ຕາມການຄົ້ນຄວ້າຂອງ ກະຊວງ ຍທຂ; ພ້ອມນັ້ນ, ກໍໃຫ້ຄົ້ນຄວ້າ ເພື່ອນໍາໃຊ້ທ່າແຮງຈາກແມ່ນໍ້າໃຫຍ່ທີ່ມີ ເປັນຕົ້ນ: ແມ່ນໍ້າຂອງ, ແມ່ນໍ້າສາຂາຕ່າງໆ ແລະ ບັນດາອ່າງເກັບນໍ້າຂອງບັນດາເຂື່ອນໄຟຟ້າ ເພື່ອເປັນທາງເລືອກໃນການຂົນສົ່ງທາງນໍ້າ ເພາະການຂົນສົ່ງທາງນໍ້າ ກໍເປັນອີກທາງເລືອກໜຶ່ງທີ່ມີປະສິດທິຜົນ ຂົນສົ່ງໄດ້ຫຼາຍ ແລະ ຫຼຸດຜ່ອນການແບກຮາບຂອງເສັ້ນທາງໃນການຂົນສົ່ງທາງບົກ. ພ້ອມນັ້ນ, ກໍໃຫ້ສົມທົບກັບອົງການປົກຄອງທ້ອງຖິ່ນ ໃນການຄຸ້ມ ຄອງການເດີນເຮືອ- ເຕັກນິກເຮືອ, ຄວາມປອດໄພຂອງເຮືອທ່ອງທ່ຽວ, ເຮືອຂົນສົ່ງໂດຍສານ ແລະ ສິນຄ້າ; ໃຫ້ເອົາໃຈໃສ່ໃນການຄຸ້ມຄອງ ການດູດຫີນແຮ່-ຊາຍ ຮັບໃຊ້ໃຫ້ແກ່ການກໍ່ສ້າງ ບໍ່ໃຫ້ສວຍໂອກາດຂຸດຄົ້ນແຮ່ຄໍາຕົກຂ້ອນ ຢ່າງເດັດຂາດ.
  4. ໃຫ້ກະຊວງ ຍທຂ ຄົ້ນຄວ້າແກ້ໄຂບັນຫາການຂາດແຄນນໍ້າປະປາໃນບັນດາຕົວເມືອງໃຫຍ່ ໃນຂອບເຂດທົ່ວປະເທດ ໃຫ້ຂາດຕົວ ໂດຍສະເພາະ ນະຄອນຫຼວງ ວຽງຈັນ, ນະຄອນປາກເຊ, ນະຄອນ- ຫຼວງພະບາງ ແລະ ນະຄອນໄກສອນ ພົມວິຫານ ໂດຍນໍາໃຊ້ຮູບການລົງທຶນຂອງລັດ, ຮູບ ແບບ BOT ຫຼື PPP; ພ້ອມນັ້ນ, ຮີບຮ້ອນແກ້ໄຂບັນຫາການສູນເສຍຮົ່ວໄຫຼຂອງນໍ້າປະປາ ແລະ ການໃຊ້ນໍ້າປະປາ ທີ່ຟຸ່ມເຟືອຍ ທີ່ພາໃຫ້ສູນເສຍລາຍຮັບ ໃຫ້ໄວທີ່ສຸດ ໂດຍຄົ້ນຄວ້ານໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການກວດກາ ແລະ ຄຸ້ມຄອງ; ເອົາໃຈໃສ່ນໍາໃຊ້ວັດສະດຸກໍ່ສ້າງ, ອຸປະກອນ ທີ່ຜະລິດໄດ້ຢູ່ພາຍໃນ ທີ່ຮັບປະກັນຄຸນນະພາບ ເປັນຕົ້ນ ແມ່ນໂຕໂຢລາວໃຫ້ກວ້າງຂວາງ.
  5. ພັດທະນາຂົງເຂດການຄຸ້ມຄອງການບິນພົນລະ ເຮືອນໃຫ້ມີຄວາມທັນສະໄໝ, ປອດໄພ ແລະ ໄດ້ມາດຕະຖານສາກົນ, ສຸມໃສ່ແກ້ໄຂຂໍ້ຄົງຄ້າງ ແລະ ເລັ່ງລັດການປະຕິຮູບ ບໍລິ ສັດ ລັດວິສາຫະກິດການບິນລາວ ໃຫ້ສໍາເລັດໂດຍໄວ; ຄົ້ນຄວ້າເປັນແນວທາງໄວ້ສໍາລັບ ສະໜາມບິນວຽງຈັນແຫ່ງໃໝ່ ເພາະເຫັນວ່າປັດຈຸບັນ ສະໜາມບິນວັດໄຕແມ່ນແອອັດຫຼາຍແລ້ວ.
  6. ຄຸ້ມຄອງພາຫະນະ-ການຂັບຂີ່ ແລະ ການຂົນສົ່ງໂດຍສານ ໂດຍສະເພາະລົດເມໂດຍສານ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມປອດໄພ ຊຶ່ງຈະຕ້ອງໄດ້ເອົາໃຈໃສ່ຢ່າງຈິງຈັງແທ້ໆ ແນໃສ່ຮັບປະກັນຊີວິດ ແລະ ຊັບສິນຂອງປະຊາຊົນກໍຄືຜູ້ໂດຍສານ; ເປັນເຈົ້າການສົມທົບ ກັບ ກະຊວງປ້ອງກັນຄວາມ ສະຫງົບ ແກ້ໄຂບັນຫາການລະເມີດກົດລະບຽບຈະລາ ຈອນ ໃນຕົວເມືອງ ການດື່ມສິ່ງມຶນເມົາ (ການແລ່ນລົດໄວເກີນຂອບເຂດ, ການຂົນສົ່ງ ດິນ, ຫີນ, ຊາຍ ວັດສະດຸກໍ່ສ້າງຕ່າງໆ ທີ່ບໍ່ຖືກຕ້ອງຕາມລະບຽບ).
  7. ພັດທະນາທາງລົດໄຟ ແລະ ບັນດາກິດຈະການປິ່ນອ້ອມ ເພື່ອນໍາຜົນປະໂຫຍດສູງສຸດໃຫ້ ປະເທດ ຊາດ ແລະ ປະຊາຊົນ ເປັນຕົ້ນ: ເສັ້ນທາງລົດໄຟລາວ-ຫວຽດ ນາມ, ຄົ້ນຄວ້າສຶກສາ ຄວາມເປັນໄປໄດ້ເສັ້ນທາງລົດໄຟແຕ່ຄໍາມ່ວນ-ຈໍາປາສັກ-ຊາຍແດນລາວ-ກຳປູເຈຍ ແລະ ເຊື່ອມຕໍ່ໄປພະນົມເປັນ, ນະຄອນໂຮ່ຈິມິນ ແລະ ບາງກອກ ໃນຕໍ່ໜ້າ ຕິດພັນກັບການ ພັດທະນາລະບົບການຂົນສົ່ງໂລຈິສຕິກ ໃນຫຼາຍຮູບແບບ ຫຼື Multi Modal ເພື່ອສ້າງ ລາຍຮັບໃຫ້ແກ່ປະເທດຊາດໃຫ້ຫຼາຍຂຶ້ນໄປເລື້ອຍໆ.
  8. ຄົ້ນຄວ້ານໍາໃຊ້ລະບົບທີ່ທັນ ສະໄໝ ຫຼື ປັນຍາປະດິດ ມາເປັນເຄື່ອງມືຊ່ວຍໃນການ ພັດທະນາ ແລະ ຄຸ້ມຄອງ-ບໍລິຫານ ລະບົບພື້ນຖານໂຄງລ່າງຂອງຂະແໜງ ຍທຂ ເພື່ອໃຫ້ວ່ອງໄວ ແລະ ໂປ່ງໃສ.

ແຫຼ່ງຂໍ້ມູນ: ວາລະສານປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

ປະກາດສ້າງຕັ້ງ ສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ ເພື່ອອະນຸລັກມໍລະດົກຊາດ ແລະ ພັດທະນາສູ່ Soft Power.

ກອງປະຊຸມປະກາດສ້າງຕັ້ງ "ສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ" (ສຄວລ) ຫຼື Lao Cultural Values Promotion Association (LCVPA) ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 16 ກໍລະກົດ 2026...

ເມືອງຫາດຊາຍຟອງ ປະກາດສ້າງຕັ້ງ “ຕາແສງຊາຍຟອງ” ເປັນຕາແສງທຳອິດຂອງເມືອງ!

ເມືອງຫາດຊາຍຟອງ ໄດ້ປະກາດສ້າງຕັ້ງ "ຕາແສງຊາຍຟອງ" ເປັນຕາແສງທຳອິດຢ່າງເປັນທາງການ ໃນວັນພະຫັດ ທີ 16 ກໍລະກົດ 2026 ນີ້ ຖືເປັນນິມິດໝາຍອັນດີ ແລະ ເປັນບາດກ້າວຄັ້ງສຳຄັນ. ຕາແສງຊາຍຟອງ ເປັນເຂດທົ່ງພຽງທີ່ມີເນື້ອທີ່ກວ້າງຂວາງເລາະລຽບຕາມແຄມນໍ້າຂອງ,...

ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອົງການສະຫະປະຊາຊາດ (ສປຊ).

ກອງປະຊຸມສຸດຍອດ ອົງການສະຫະປະຊາຊາດ (ສປຊ) ວ່າດ້ວຍການທົບທວນກາງສະໄໝ ຂອງວາລະການພັດທະນາຕົວເມືອງໃໝ່ (New Urban Agenda Mid-term Review) ໄດ້ຈັດຂຶ້ນ ວັນທີ 16-17 ກໍລະກົດ...

ເຈົ້າໜ້າທີ່ໄທກັກຕົວ ຄົນລາວ 2 ຄົນ ທີ່ກ່ຽວຂ້ອງກັບຄະດີສາວແອລັກລອບເຮໂຣອີນເຂົ້າອົດສະຕາລີ

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ຈາກກໍລະນີຄະດີສາວແອ ຖືກຈັບກຸມໃນຂໍ້ຫາລັກລອບຂົນເຮໂຣອີນເຂົ້າປະເທດອົດສະຕາລີ ເມື່ອວັນທີ 25​ ມິຖຸນາ 2026 ທີ່ຜ່ານມາ. ໃນວັນທີ 15 ກໍລະກົດ 2026, ເຈົ້າໜ້າທີ່ໄທສາມາດກັກຕົວກຸ່ມບຸກຄົນທີ່ມີຄວາມສຳຄັນໃນຄະດີໄດ້ ແລະ ຍັງສືບຕໍ່ປະສານການຂະຫຍາຍຜົນການສືບສວນກັບທາງການປະເທດອົດສະຕາລີ...