Homeຂ່າວພາຍ​ໃນຕ້ອນຮັບນັກຮຽນເກັ່ງລະດັບຊາດ ຈໍາປາສັກ ຈັດພິທີຕ້ອນຮັບ ນັກຮຽນເກັ່ງລະດັບຊາດຢ່າງສົມກຽດ ພ້ອມມອບໃບຍ້ອງຍໍ ແລະ ເງິນ 13 ລ້ານກີບ.

ຕ້ອນຮັບນັກຮຽນເກັ່ງລະດັບຊາດ ຈໍາປາສັກ ຈັດພິທີຕ້ອນຮັບ ນັກຮຽນເກັ່ງລະດັບຊາດຢ່າງສົມກຽດ ພ້ອມມອບໃບຍ້ອງຍໍ ແລະ ເງິນ 13 ລ້ານກີບ.

Published on

ແຂວງຈໍາປາສັກຈັດພິທີຕ້ອນຮັບ ພ້ອມທັງມອບບໍາເນັດ ແລະ ຍ້ອງຍໍນັກຮຽນເກັ່ງລະດັບຊາດ, ຄູບໍາລຸງນັກຮຽນເກັ່ງ ແລະ ບັນດາໂຮງຮຽນທີ່ສ້າງຜົນງານໃນການເຂົ້າຮ່ວມການແຂ່ງຂັນນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສຶກສາ ສົກຮຽນ 2025-2026 ທີ່ນະຄອນຫຼວງວຽງຈັນ.

ພິທີຈັດຂຶ້ນໃນຕອນບ່າຍວັນທີ 4 ພຶດສະພາ 2026 ທີ່ຫ້ອງວ່າການແຂວງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີທ່ານ ສຸພາບ ທໍາມະຮັກສາ ຮອງເລຂາພັກແຂວງ, ມີຄະນະນໍາຂອງແຂວງ, ຄູອາຈານ, ຜູ້ປົກຄອງນັກຮຽນ ແລະ ນ້ອງນັກຮຽນເຂົ້າຮ່ວມ.

#ການສອບເສັງແຂ່ງຂັນນັກນຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສຶກສາ ສົກຮຽນ 2025-2026 ແມ່ນຈັດຂຶ້ນໃນຄັ້ງວັນທີ່ 20 – 24 ເມສາ 2026 ທີ່ ໂຮງແຮມ ດອນຈັນພາເລດ ນະຄອນຫຼວງວຽງຈັນ ເຊິ່ງ ມີຕົວແທນ ນັກສອບເສັງ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ແຕ່ລະແຂວງໄດ້ສົ່ງເຂົ້າຮ່ວມແຂ່ງຂັນ ໃນ 4 ວິຊາ ຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ເຄມີສາດ ຂອງແຕ່ລະຊັ້ນ ມ.4 ແລະ ມ.7 ວິຊາລະ 2 ຄົນ ຕໍ່ຊັ້ນ ລວມທັງໝົດ 288 ຄົນ, ຍິງ 165 ຄົນ ໃນນັ້ນຕົວແທນນັກຮຽນເກັ່ງ ຂອງ ແຂວງຈຳປາສັກ ທັງໝົດ 16 ຄົນ, ຍິງ 08 ຄົນ ທີ່ສົ່ງເຂົ້າຮ່ວມການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ສາມາດຍາດໄດ້ອັນດັບທີ ດັ່ງຕໍ່ໄປນີ້:

+ປະເພດທິມ

-ອັນດັບທີ 3 ຖາມ-ຕອບ ວິທະຍາສາດ

+ປະເພດດ່ຽວ

  1. ອັນດັບທີ 1 ຫຼຽນຄໍາ ໄດ້ຈໍານວນ 1 ລາງວັນ

– ທ້າວ ພອນພະສິດ ບົວລະວົງ ມ.ສ ຫົວສຽວ, ວິຊາ ຄະນິດສາດ ຄະແນນ 9.5 ຊັ້ນ ມ.4

  1. ອັນດັບທີ 2 ຫຼຽນເງິນ ໄດ້ຈຳນວນ 2 ລາງວັນ

– ນາງ ແອນນີ ອ່ອນນາລີ ມ.ສ ເອັສໂອເອັສປາກເຊ ວິຊາ ຟີຊິກສາດ ຄະແນນ 9.5 ຊັ້ນ ມ.4

– ນາງ ວິພານີ ວັນນະວົງ ມ.ສ ຫົວສຽວ ວິຊາ ຟີຊິກສາດຄະແນນ 8.3 ຊັ້ນ ມ.7

  1. ອັນດັບທີ 3 ຫຼຽນທອງ ໄດ້ຈໍານວນ 1 ລາງວັນ

-ທ້າວ ທິນນະກອນ ບຸບຜາວົງ ມ.ປ ພອນສະຫວັນ ວິຊາ ພາສາລາວ-ວດ ຄະແນນ 7.1 ຊັ້ນ ມ.7

  1. ລາງວັນຊົມເຊີຍໄດ້ຈໍານວນ 4 ລາງວັນ

– ນາງ ໄອຍະດາ ບຸດແກ້ວປະເສີດ ມ.ສ ຫົວສຽວ ວິຊາພາສາລາວ-ວັນນະຄະດີ ຄະແນນ 7 ຊັ້ນ ມ.4

– ນາງ ກິ່ງເພັດ ສີຊະນະດີ ມ.ສ ວິຊະນຸວິທະຍາ

ວິຊາ ພາສາລາວ-ວັນນະຄະດີ ຄະແນນ 6 ຊັ້ນ ມ.4

-ນາງ ນິດຕະນາ ສໍພາບມີໄຊ ມ.ສ ປາກເຊ ວິຊາ ຄະນິດສາດ ຄະແນນ 6 ຊັ້ນ ມ.4

-ທ້າວ ວິລະພັນ ຍຸດທະບຸດ ມ.ຕ ບ້ານງົວ

ວິຊາ ຟີຊິກສາດຄະແນນ 7 ຊັ້ນ ມ.4

#ສະຫຼຸບລາງວັນທີ່ໄດ້ຮັບແມ່ນ 9 ລາຍການ ຄື: 1 ຫຼຽນຄໍາ, 2 ຫຼຽນເງິນ, 1 ຫຼຽນທອງ, 4 ລາງວັນ ຊົມເຊີຍ (ນັກຮຽນທີ່ມີຜົນຄະແນນ 6 ຂຶ້ນໄປແຕ່ບໍ່ໄດ້ຈັດລໍາດັບທີ່) ແລະ ລະດັບທີ 3 ຖາມ-ຕອບ ວິທະຍາສາດ. ເມື່ອທຽບກັບສົກຮຽນຜ່ານມາ ຈາກ 5 ລາຍງການ ສົກຮຽນ 2024-2025 ມາສົກຮຽນ 2025-2026 ໄດ້ 9 ລາຍການ ເພີ່ມຂຶ້ນ 4 ລາຍການ ພິເສດແມ່ນ ໄດ້ ລາງວັນ ອັນດັບທີ 1 ຫຼຽນຄໍາ ວິຊາ ຄະນິດສາດ ມ.4. ຈາກຜົນການສອບເສັງຄັ້ງນີ້ ແຂວງຈໍາປາສັກ ໂດຍສົມທຽບກັບ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ແມ່ນຈັດຢູ່ໃນອັນດັບທີ 3 ຂອງທົ່ວປະເທດ.

#ໃນການຕ້ອນຮັບອັນສົມກຽດນີ້ແມ່ນໄດ້ມີຂະບວນແຫ່ສະຫຼອງດ້ວຍລົດສາມລໍ້ອ້ອມຮອບເທດສະບານນະຄອນປາກເຊ, ຈາກນັ້ນກໍເຂົ້າພົບການນໍາຂອງແຂວງ ແລະ ມີການມອບ-ຮັບລາງວັນ, ການມອບໃບຍ້ອງຍໍ ໃຫ້ແກ່ນັກຮຽນເກັ່ງລະດັບຊາດ, ຄູບໍາລຸງນັກຮຽນເກັ່ງ ແລະ ບັນດາໂຮງຮຽນທີ່ສ້າງຜົນງານໃນການເຂົ້າຮ່ວມການແຂ່ງຂັນນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສຶກສາ ເປັນຕົ້ນ: ມອບໃບຍ້ອງຍໍ ແລະ ເງິນ 13 ລ້ານກີບໃຫ້ທ້າວ ພອນພະສິດ ບົວລະວົງ ມ.ສ ຫົວສຽວ, ທີ່ສາມາດຍາດໄດ້ອັນດັບທີ 1 ວິຊາຄະນິດສາດ.

 

ແຫຼ່ງຂໍ້ມູນ: ໜັງສືພິມຈໍາປາໃໝ່

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...