Homeຂ່າວການຊ່ວຍເຫຼືອມອບເຄື່ອງຊ່ວຍເຫຼືອປະຊາຊົນ 3 ອົງການຈັດຕັ້ງມະຫາຊົນ ກະຊວງປ້ອງກັນປະເທດ ລົງມອບເຄື່ອງຊ່ວຍເຫຼືອ ບ້ານທີ່ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບ

ມອບເຄື່ອງຊ່ວຍເຫຼືອປະຊາຊົນ 3 ອົງການຈັດຕັ້ງມະຫາຊົນ ກະຊວງປ້ອງກັນປະເທດ ລົງມອບເຄື່ອງຊ່ວຍເຫຼືອ ບ້ານທີ່ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບ

Published on

ວັນທີ 1 ເມສາ 2026 ນີ້, 3 ອົງການຈັດຕັ້ງມະຫາຊົນ ກະຊວງປ້ອງກັນປະເທດ, ນຳໂດຍ ສະຫາຍ ພັນເອກ ນາງ ປາ ວົງສະແຫວງ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ຊຸກຍູ້ໃຫ້ກໍາລັງໃຈ ແລະ ມອບເຄື່ອງບໍລິໂພກ ຈໍານວນໜຶ່ງ ລວມມູນຄ່າ 30 ລ້ານກີບ ໃຫ້ບ້ານທີ່ຖືກຜົນກະທົບຈາກເຫດການ ພາຍຸລະດູຮ້ອນ (ພາຍຸໝາກເຫັບ) ເຮັດໃຫ້ຫຼາຍຄອບຄົວ ຢູ່ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ໄດ້ຮັບຜົນກະທົບຢ່າງໜັກ ໂດຍສະເພາະແມ່ນທີ່ຢູ່ອາໄສຂອງປະຊາຊົນ ແລະ ພະນັກງານ-ນັກຮົບ ໂດຍສະເພາະແມ່ນເຮືອນຊານ ແລະ ຊັບສິນ ໄດ້ຮັບຄວາມເສຍຫາຍເປັນຈໍານວນຫຼາຍ. ທັງນີ້, ກໍເພື່ອເປັນການຊຸກຍູ້, ຊ່ວຍເຫຼືອ ແລະ ໃຫ້ກໍາລັງໃຈ ຕໍ່ຄອບຄົວປະຊາຊົນ ແລະ ພະນັກງານ-ນັກຮົບ ທີ່ໄດ້ຮັບຜົນກະທົບຈາກເຫດການດັ່ງກ່າວ ໃຫ້ກັບຄືນສູ່ສະພາບພາວະປົກກະຕິໂດຍໄວ.

ໂອກາດນີ້, ຜູ້ຕາງໜ້າຄອບທີ່ຖືກຜົນກະທົບ ໄດ້ກ່າວຄຳຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ການລົງມາຢ້ຽມຢາມໃຫ້ກຳລັງໃຈຂອງ 3 ອົງການຈັດຕັ້ງມະຫາຊົນ ກະຊວງປ້ອງກັນປະເທດ.

ພ້ອມນີ້, ສະຫາຍ ພັນເອກ ນາງ ປາ ວົງສະແຫວງ ຍັງໄດ້ກ່າວວ່າ: ມື້ນີ້ ພວກເຮົາຕາງໜ້າ 3 ອົງການຈັດຕັ້ງມະຫາຊົນກອງທັບ ໄດ້ພ້ອມກັນຈັດຕັ້ງຄະນະມາຢ້ຽມຢາມ ຊຸກຍູ້ ໃຫ້ກໍາລັງໃຈ ບັນດາຄອບຄົວພະນັກງານ-ນັກຮົບ ແລະ ພໍ່ແມ່ປະຊາຊົນທີ່ຖືກຜົນກະທົບຈາກພາຍຸໝາກເຫັບໃນຄັ້ງນີ້, ຕໍ່ຜົນກະທົບດັ່ງກ່າວ 3 ອົງການຈັດຕັ້ງມະຫາຊົນກອງທັບ ຂອງພວກເຮົາ ແມ່ນສຸດທີ່ມີຄວາມເສຍອົກເສຍໃຈ ແລະ ເປັນຫ່ວງເປັນໃຍ, ຈຶ່ງໄດ້ພ້ອມກັນປຸກລະດົມຮີບໂຮມວັດຖຸ ປັດໃຈໄດ້ຈໍານວນໜຶ່ງ ມາໃຫ້ກໍາລັງໃຈ ແລະ ແບ່ງເບົາບັນເທົາທຸກໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ ເຖິງວ່າຈໍານວນບໍ່ຫຼວງຫຼາຍ ມູນຄ່າຈະບໍ່ສູງ ແຕ່ທັງໜົດນີ້ກໍແມ່ນວັງນໍ້າໃຈ ແມ່ນຄວາມຮັກແພງ ແລະ ຄວາມຫ່ວງໃຍຈາກ 3 ອົງການຈັດຕັ້ງມະຫາຊົນກອງທັບ, ພວກເຮົາຈະຍືນຄຽງຂ້າງປະຊາຊົນ ກໍຄືບັນດາຄອບຄົວທີ່ຖືກຜົນກະທົບໃນຄັ້ງນີ້.

ແຫຼ່ງຂໍ້ມູນ: Lao people’s Army News

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...