Homeລົດຍົນ-ຍານພາຫະນະຈະມອບຮັບໂຄງການ BRT ໄວໆນີ້ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພົບປະອົງການປົກຄອງ ນວ ກຽມຄວາມພ້ອມ ໃນການທົດລອງແລ່ນລົດເມ BRT...

ຈະມອບຮັບໂຄງການ BRT ໄວໆນີ້ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພົບປະອົງການປົກຄອງ ນວ ກຽມຄວາມພ້ອມ ໃນການທົດລອງແລ່ນລົດເມ BRT ວັນທີ 10 ມີນາ 2026

Published on

ໃນຕອນບ່າຍວັນທີ 2 ມີນາ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການແລະ ຂົນສົ່ງ ພ້ອມດ້ວຍຄະນະ ພົບປະ ປຶກສາຫາລືແລກປ່ຽນເຮັດວຽກຮ່ວມກັນ, ໂດຍການຕ້ອນຮັບຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາທ່ານຮອງເຈົ້າຄອງ, ຫົວໜ້າກົມ, ຮອງກົມ, ພະແນກການ, ປະທານຄະນະກຳມະການປົກຄອງເມືອງ, ລັດວິສາຫະກິດນ້ຳປະປາ, ລັດວິສາຫະກິດລົດເມ, ລັດວິສາຫະກິດໄຟຟ້ານະຄອນຫຼວງ, ຫ້ອງການຄຸ້ມຄອງບໍລິການຕົວເມືອງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດພົບປະຄັ້ງນີ້ ກອງປະຊຸມໄດ້ແຈ້ງຈຸດປະສົງພ້ອມຍົກບັນຫາທີ່ກ່ຽວພັນຂະແໜງການຂົນສົ່ງ,ບັນຫາການສັນຈອນອັ່ງອໍໃນຕົວເມືອງ, ແກ້ໄຂບັນຫາອຸບັດຕິເຫດ, ແກ້ໄຂສ້ອມແປງເສັ້ນທາງໃນຕົວເມືອງ ແລະ ຊານເມືອງຂອງນຄອນຫຼວງວຽງຈັນ, ທີ່ຄ້າງຄາເພື່ອຊອກວິທີທາງແກ້ໄຂສະເພາະໜ້າແລະຍາວນານທີ່ເຫັນວ່າເປັນບັນຫາເຄັ່ງຮ້ອນ ແລະ ສັງຄົມໃຫ້ຄວາມສົນໃຈຫຼາຍໃນການແກ້ໄຂວຽກງານທີ່ຕິດພັນລະຫວ່າງກະຊວງ ໂຍທາທິການແລະ ຂົນສົ່ງ ແລະ ພະແນກໂຍທາທິການແລະ ຂົນສົ່ງນະຄອນຫຼວງວຽງຈັນໃຫ້ຮີບຮ້ອນຈັດຕັ້ງປະຕິບັດຄື:

ປັບປຸງແກ້ໄຂໂຄງສ້າງພື້ນຖານໂຄ່ງລ່າງ, ຄວາມພ້ອມທຸກຢ່າງໃຫ້ແທດເໝາະເພື່ອການທົດລອງແລ່ນລົດເມ BRT ຕາມສາຍທາງທີ່ໄດ້ກຳນົດໄວ້, ຄາດວ່າຈະເລີ່ມທົດລອງແລ່ນໃຫ້ປະຊາຊົນຊົມໃຊ້ອີກຄັ້ງ ໃນວັນທີ 10 ມີນາ 2026 ແລະ ມອບຮັບໂຄງການໄວໆນີ້.

ຄົ້ນຄ້ວາການແກ້ໄຂບັນຫານ້ຳປະປາທີ່ບໍ່ພຽງພໍຕາມຄວາມຕ້ອງການຂອງສັງຄົມໃນຕົວເມືອງແລະຊານເມືອງທົ່ວນະຄອນຫຼວງວຽງຈັນໃຫ້ໄດ້ຮັບການແກ້ໄຂໃຫ້ປະຊາຊົນໄດ້ຊົມໃຊ້ຢ່າງທົ່ວເຖິງ.

ການແກ້ໄຂສ້ອມແປງຕາບເສັ້ນທາງໃນຕົວເມືອງແລະຊານເມືອງໃຫ້ຂຶ້ນແຜນລະອຽດກຳນົດຈະແຈ້ງເພື່ອການສັນຈອນໃຫ້ມີຄວາມສະດວກວ່ອງໄວ ໄປມາປອດໄພ ແລະ ໄດ້ຮັບການແກ້ໄຂທັນເວລາ ແລະ ຍົກລະດັບເສັ້ນທາງປູຢາງໃນເຂດຊານເມືອງເຂົ້າບ້ານປະຊາຊົນໃນຕໍ່ໜ້າ.

ໃນກອງປະຊຸມຄັ້ງນີ້ເປັນໂອກາດດີທີ່ທັງສອງພາກສ່ວນຈະໄດ້ປຶກສາຫາລືເຮັດວຽກຮ່ວມກັນເຫັນໄດ້ບັນຫາທີ່ເກີດຂຶ້ນເພື່ອຊອກຫາວິທີທາງແກ້ໄຂໃຫ້ທັນກັບສະພາບຕົວຈິງໃນການພັດທະນາຕົວເມືອງນະຄອນຫຼວງວຽງຈັນໃຫ້ມີຄວາມສະອາດສວຍງາມ ໜ້າຢູ່ ເປັນສູນລວມທາງດ້ານເສດຖະກິດ-ສັງຄົມ, ວັດທະນະທຳ ແລະ ການທ່ອງທ່ຽວສ້າງນະຄອນຫຼວງວຽງຈັນໃຫ້ນັບມື້ເຕີບໃຫ່ຍເຂັ້ມແຂງໄປເລື້ອຍໆ.

ວຽງຈັນໃໝ່/VientianeMai

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...