Homeການເລືອກຕັ້ງທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ເຂົ້າຮ່ວມປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ນວ ຊຸດທີ V

ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ເຂົ້າຮ່ວມປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ນວ ຊຸດທີ V

Published on

ບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ (ສສຂ) ຊຸດທີ V ໄດ້ຈັດຂຶ້ນພ້ອມກັນໃນຂອບເຂດທົ່ວປະເທດ ໃນວັນທີ 22 ກຸມພາ 2026 ນີ້, ບັນດາການນຳພັກ, ລັດ, ພ້ອມດ້ວຍ ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມພຽງກັນໄປໃຊ້ສິດປະຊາທິປະໄຕຂອງຕົນເອງ ປ່ອນບັດເລືອກເອົາ ສສຊ ແລະ ສສຂ ຢ່າງຄຶກຄື້ນ. ສະເພາະ ຢູ່ນະຄອນຫຼວງວຽງຈັນ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ພ້ອມດ້ວຍພັນລະຍາ ແລະ ບັນດາການນຳພັກ, ລັດ ໄດ້ລົງປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສສ ນວ) ຊຸດທີ V ຢູ່ໜ່ວຍປ່ອນບັດເລືອກຕັ້ງ ຫ້ອງການບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

ບ້ານທ່າພະລານໄຊ ມີ 2 ຈຸດປ່ອນບັດເລືອກຕັ້ງ, ມີ 412 ຄອບຄົວ, ມີ 23 ໜ່ວຍຄຸ້ມຄອງ, ມີພົນລະເມືອງທັງໝົດ 1.770 ຄົນ. ໃນນັ້ນ, ມີຜູ້ມີສິດເລືອກຕັ້ງທັງໝົດ 1.331 ຄົນ, ຍິງ 768 ຄົນ, ຊຶ່ງປະຊາຊົນພາຍໃນບ້ານ ກໍໄດ້ພ້ອມພຽງຮຽງໜ້າກັນ ເຂົ້າມາປ່ອນບັດເລືອກຕັ້ງຢ່າງຄຶກຄື້ນ, ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ, ໂປ່ງໃສ, ສະຫງົບ, ປອດໄພ ແລະ ອື່ນໆ. ບັ້ນເລືອກຕັ້ງຄັ້ງນີ້, ສະເພາະ ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ມີຜູ້ລົງສະໝັກທັງໝົດ 25 ທ່ານ, ເລືອກເອົາ 19 ທ່ານ ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ປະຈຳເຂດເລືອກຕັ້ງເມືອງສີສັດຕະນາກ, ມີຜູ້ລົງສະໝັກຮັບເລືອກຕັ້ງ ທັງໝົດ 7 ທ່ານ, ເລືອກເອົາ 5 ທ່ານ.

ຜູ້ມີສິດປ່ອນບັດເລືອກຕັ້ງ ຫລາຍທ່ານໃຫ້ສຳພາດເປັນສຽງດຽວກັນວ່າ: ຕົນເອງມີຄວາມຮູ້ສຶກພາກພູມໃຈ ແລະ ດີໃຈ ທີ່ໄດ້ມາໃຊ້ສິດປະຊາທິປະໄຕຂອງຕົນ ເລືອກເອົາຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີມາດຖານເງື່ອນໄຂຄົບຖ້ວນ, ກ້າເວົ້າ, ກ້າສະເໜີ, ຊື່ສັດບໍລິສຸດ ແລະ ຫວັງວ່າຜູ້ທີ່ຕົນເອງເລືອກ ຈະເປັນຕົວແທນຂອງປະຊາຊົນລາວບັນດາເຜົ່າ ກໍຄື ລົງໃກ້ຊິດຕິດແທດກັບປະຊາຊົນ ເພື່ອນຳເອົາຄຳຄິດຄຳເຫັນ, ຄຳສະເໜີ ຂອງປະຊາຊົນ ກໍຄື ບັນຫາຕ່າງໆ ທີ່ປະຊາຊົນໃຫ້ຄວາມສົນໃຈ ເປັນຕົ້ນ ບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ນຳໄປສະເໜີຕໍ່ໃນສະພາແຫ່ງຊາດ ເພື່ອກ້າວໄປສູ່ການປັບປຸງແກ້ໄຂ ໃຫ້ເປັນຮູບປະທຳ ແນໃສ່ປະກອບສ່ວນພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ ແລະ ຮຸ່ງເຮືອງສີວິໄລ.

ບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ (ສສຂ) ຊຸດທີ V ແມ່ນເຫດການການເມືອງໜຶ່ງທີ່ສຳຄັນ ທຸກໆ 5 ປີ ຈະໄດ້ຈັດຂຶ້ນເທືື່ອໜຶ່ງ ເພື່ອໃຫ້ພົນລະເມືອງລາວຜູ້ມີສິດເລືອກຕັ້ງ ໄດ້ເລືອກເອົາບຸກຄົນທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນກວ່າໝູ່ ເປັນສະມາຊິກພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ຊຶ່ງບັ້ນເລືອກຕັ້ງໃນຄັ້ງນີ້, ທົ່ວປະເທດ ມີຜູ້ມີສິດເລືອກຕັ້ງ ສສຊ ແລະ ສສຂ ທັງໝົດ 4.764.384 ຄົນ, ຍິງ 2.384.104 ຄົນ. ໃນນີ້, ສະເພາະ ຢູ່ນະຄອນຫຼວງວຽງຈັນ ມີຜູ້ມີສິດເລືອກຕັ້ງ ທັງໝົດ 663.410 ຄົນ, ຍິງ 331.347 ຄົນ, ມີໜ່ວຍປ່ອນບັດເລືອກຕັ້ງ ທັງໝົດ 802 ໜ່ວຍ.

ແຫຼ່ງຂໍ້ມູນ: ປະເທດລາວ

ບົດຄວາມຫຼ້າສຸດ

ປະກາດສ້າງຕັ້ງ ສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ ເພື່ອອະນຸລັກມໍລະດົກຊາດ ແລະ ພັດທະນາສູ່ Soft Power.

ກອງປະຊຸມປະກາດສ້າງຕັ້ງ "ສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ" (ສຄວລ) ຫຼື Lao Cultural Values Promotion Association (LCVPA) ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 16 ກໍລະກົດ 2026...

ເມືອງຫາດຊາຍຟອງ ປະກາດສ້າງຕັ້ງ “ຕາແສງຊາຍຟອງ” ເປັນຕາແສງທຳອິດຂອງເມືອງ!

ເມືອງຫາດຊາຍຟອງ ໄດ້ປະກາດສ້າງຕັ້ງ "ຕາແສງຊາຍຟອງ" ເປັນຕາແສງທຳອິດຢ່າງເປັນທາງການ ໃນວັນພະຫັດ ທີ 16 ກໍລະກົດ 2026 ນີ້ ຖືເປັນນິມິດໝາຍອັນດີ ແລະ ເປັນບາດກ້າວຄັ້ງສຳຄັນ. ຕາແສງຊາຍຟອງ ເປັນເຂດທົ່ງພຽງທີ່ມີເນື້ອທີ່ກວ້າງຂວາງເລາະລຽບຕາມແຄມນໍ້າຂອງ,...

ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອົງການສະຫະປະຊາຊາດ (ສປຊ).

ກອງປະຊຸມສຸດຍອດ ອົງການສະຫະປະຊາຊາດ (ສປຊ) ວ່າດ້ວຍການທົບທວນກາງສະໄໝ ຂອງວາລະການພັດທະນາຕົວເມືອງໃໝ່ (New Urban Agenda Mid-term Review) ໄດ້ຈັດຂຶ້ນ ວັນທີ 16-17 ກໍລະກົດ...

ເຈົ້າໜ້າທີ່ໄທກັກຕົວ ຄົນລາວ 2 ຄົນ ທີ່ກ່ຽວຂ້ອງກັບຄະດີສາວແອລັກລອບເຮໂຣອີນເຂົ້າອົດສະຕາລີ

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ຈາກກໍລະນີຄະດີສາວແອ ຖືກຈັບກຸມໃນຂໍ້ຫາລັກລອບຂົນເຮໂຣອີນເຂົ້າປະເທດອົດສະຕາລີ ເມື່ອວັນທີ 25​ ມິຖຸນາ 2026 ທີ່ຜ່ານມາ. ໃນວັນທີ 15 ກໍລະກົດ 2026, ເຈົ້າໜ້າທີ່ໄທສາມາດກັກຕົວກຸ່ມບຸກຄົນທີ່ມີຄວາມສຳຄັນໃນຄະດີໄດ້ ແລະ ຍັງສືບຕໍ່ປະສານການຂະຫຍາຍຜົນການສືບສວນກັບທາງການປະເທດອົດສະຕາລີ...