Homeຂ່າວຕ່າງປະເທດສິງກະໂປ ທົດລອງຍົນນ້ອຍບໍລິການທາງອາກາດ ເພື່ອຊ່ວຍທາງການແພດ-ຄົນເຈັບສຸກເສີນ ໃຫ້ຮັບກັບມືເຫດການສຸກເສີນໄດ້ຢ່າງມີປະສິດທິພາບ ແລະ ຊ່ວຍຊີວິດຜູ້ປ່ວຍໄດ້ທັນເວລາຫຼາຍຂຶ້ນ.

ສິງກະໂປ ທົດລອງຍົນນ້ອຍບໍລິການທາງອາກາດ ເພື່ອຊ່ວຍທາງການແພດ-ຄົນເຈັບສຸກເສີນ ໃຫ້ຮັບກັບມືເຫດການສຸກເສີນໄດ້ຢ່າງມີປະສິດທິພາບ ແລະ ຊ່ວຍຊີວິດຜູ້ປ່ວຍໄດ້ທັນເວລາຫຼາຍຂຶ້ນ.

Published on

ສິງກະໂປ ໄດ້ປະກາດຂໍ້ຕົກລົງເພື່ອທົດລອງນຳໃຊ້ “Air taxis” ຫຼື ຍົນນ້ອຍບໍລິການທາງອາກາດ ສຳລັບບໍລິການການແພດສຸກເສີນ ໃນງານ Singapore Airshow 2026 ໂດຍເປັນຄວາມຮ່ວມມືລະຫວ່າງ Vertical Aerospace ບໍລິສັດຜະລິດອາກາດຍານຈາກສະຫະລາຊະອານາຈັກ ແລະ A*SATAR ຫ້ອງການວິທະຍາສາດ ເທັກໂນໂລຊີ ແລະ ວິໄຈຂອງ Singapore.

ໂຄງການນີ້ໄດ້ຮັບການສະໜັບສະໜູນດ້ານທຶນວິໄຈຈາກ A*STAR ເພື່ອສຶກສາການນຳໃຊ້ຍານພາຫະນະໄຟຟ້າເທິງອາກາດ ແລະ ອາກາດຍານແບບໄຮບຣິດ. ໃນການຊ່ວຍການແພດ ໂດຍເນັ້ນພື້ນທີ່ຫ່າງໄກ ຫຼື ພື້ນທີ່ການເຂົ້າເຖິງຍາກ.

ທາງບໍລິສັດ Vertical Aerospace ຈະພັດທະນາທົດລອງ ແລະ ນຳໃຊ້ອາກາດຍານລຸ້ນ “Valo” ເຊິ່ງເປັນຍານພາຫະນະໄຟຟ້າທາງອາກາດ ຂຶ້ນ-ລົງແນວຕັ້ງ (eVTOL) ສາມາດນຳໃຊ້ເປັນ “ຍົນຮັບສົ່ງ” ທາງອາກາດໄດ້. ຈຸດປະສົງ ເພື່ອຂົນສົ່ງທີມແພດ ຫຼື ຄົນເຈັບ ໃນກໍລະນີສຸກເສີນໃຫ້ວ່ອງໄວຂຶ້ນ.

ຕາມແຜນການ, ການທົດລອງແທັກຊີຍົນ  “Air taxis” ທາງການແພດຈະຖືກດຳເນີນການໃນເດືອນເມສານີ້ ໂດຍຈະເກັບຂໍ້ມູນສະຖິຕິການບິນ ເພື່ອປະເມີນຄວາມເປັນໄປໄດ້ ຄວາມປອດໄພ ແລະ ເວລາໃນການຕອບສະ ໜອງເຫດສຸກເສີນ ເຊິ່ງຄາດວ່າຈະຊ່ວຍພັດທະນາລະບົບການແພດໃຫ້ຮັບມືໄດ້ຢ່າງມີປະສິດທິພາບ ແລະ ຊ່ວຍຊີວິດຜູ້ປ່ວຍໄດ້ທັນເວລາຫຼາຍຂຶ້ນ.

ແຫຼ່ງທີ່ມາ: vnexpress, straitstimes

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...