ວັນທີ 12 ກຸມພາ 2026 ທີ່ຜ່ານມານີ້ນີ້ ຢູ່ທີ່ຫ້ອງປະຊຸມໂຮງໝໍແຂວງສາລະວັນ ໄດ້ຈັດພິທີມອບ–ຮັບ ການສະໜັບສະໜູນອຸປະກອນການແພດສຳລັບເດັກເກີດໃໝ່ ໂດຍອົງການຮ່ວມມື ແລະ ປະສານງານຂອງຕວັກກີ (TIKA ) (ໂຄງການ TIKA ແມ່ນອົງການພາຍໃຕ້ລັດຖະບານ ຕວັກກີ) ເພື່ອມອບໃຫ້ແກ່ໂຮງໝໍແຂວງສາລະວັນ ສປປ ລາວ.
ໃຫ້ກຽດເຂົ້າຮ່ວມຝ່າຍ ສປປ ລາວ ມີ ທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ (ຕາງໜ້າລັດຖະບານ ລາວ), ທ່ານ ແຫວນເພັດ ລັດດາວົງ ຮອງຄະນະກຳມະການປົກຄອງແຂວງສາລະວັນ, ທ່ານ ດຣ ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມຄະນະອຳນວຍການໂຮງໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ-ຂັ້ນແຂວງ. ຝ່າຍ ສາທາລະນະລັດ ຕວັກກີ ນຳໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ຕວັກກີ ປະຈຳ ສປປ ລາວ ພ້ອມຄະນະແພດຊ່ຽວຊານຈາກ ວິທະຍະໄລ ອັງກາລາ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ດຣ ນາງ ບຸນໂຮມ ໂງ່ນກະເສີມສຸກ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບພາລະບົດບາດ ແລະ ການເຄື່ອນດຳເນີນງານຂອງໂຮງໝໍແຂວງສາລະວັນ, ໂຮງໝໍແຫ່ງນີ້ ມີຈຳນວນຕຽງຕາມແຜນ 100 ຕຽງ ແຕ່ ໃຫ້ບໍລິການຕົວຈິງ ໄດ້ຂະຫຍາຍເຖິງ 145 ຕຽງ ເພື່ອຮອງຮັບຈຳນວນຄົນເຈັບທີ່ເພີ່ມຂຶ້ນ. ສຳລັບໜ່ວຍງານເດັກນ້ອຍ ມີຄົນເຈັບກວດເຂດນອກກວ່າ 20,000 ຄົນຕໍ່ປີ ແລະ ຄົນເຈັບນອນໂຮງໝໍກວ່າ 2,000 ຄົນ ໃນນັ້ນເປັນເດັກກວ່າ 2,000 ຄົນ, ມີເດັກຂາດສານອາຫານ 136 ຄົນ ແລະ ເດັກອາຍຸຕໍ່າກວ່າ 1 ເດືອນ 291 ຄົນ ທີ່ເຂົ້າຮັບການດູແລຮັກສາ, ຈາກສະພາບຕົວເລກດັ່ງກ່າວ ສະທ້ອນໃຫ້ເຫັນພາລະຫນ້າທີ່ອັນໜັກໜ່ວງຂອງບຸກຄະລາກອນການແພດ ໃນການດູແລເດັກເກີດໃໝ່ ໂດຍສະເພາະກຸ່ມເດັກທີ່ມີພາວະສ່ຽງ ຫຼື ຂາດສານອາຫານ ດັ່ງນັ້ນ ການໄດ້ຮັບອຸປະກອນການແພດທັນສະໄໝ ຈຶ່ງເປັນປັດໃຈສຳຄັນ ໃນການຍົກສູງຄຸນນະພາບການປິ່ນປົວ ແລະ ລົດອັດຕາສ່ຽງຕໍ່ຊີວິດຂອງເດັກແບບທັນການ.
ອຸປະກອນທີ່ມອບໃນຄັ້ງນີ້ ມີທັງໝົດ 14 ລາຍການ ມູນຄ່າລວມ 35,120 ໂດລາ ປະກອບມີ: ເຄື່ອງອົບເດັກເກີດໃໝ່ລະບົບແສງ 2 ຊຸດ, ເຄື່ອງຊ່ວຍຕິດຕາມ ແລະ ຄວບຄຸມການຫາຍໃຈເດັກເກີດໃໝ່ 1 ຊຸດ, ເຄື່ອງສູດດົມຮົມຢາ ລຸ້ນ 602C, ເຄື່ອງວັດອຸນຫະພູມ, ເຄື່ອງວັດອົກຊີເຈນໃນເລືອດ, ເຄື່ອງຊ່ວຍເປີດທາງຫາຍໃຈ ແລະ ຊຸດທໍ່ລະບົບ, ເຕົາອົບອັດຕະໂນມັດ, ເຄື່ອງດູດຂີ້ສະເຫລດລະບົບໄຟຟ້າ ແລະ ແບັດເຕີຣີ, ເຄື່ອງປໍາສີດນ້ຳຢາ ລຸ້ນ HF-710, ເຄື່ອງຕິດຕາມອາການເດັກໃນຫ້ອງຟື້ນຟູຊີບ, ເຄື່ອງວັດຄ່າບີລີລູບິນແບບພົກພາ, ຫຸ່ນຢາງຝຶກປະຕິບັດ, ຖົງຜ້າເປ້ ແລະ ເຈັ່ຍເດັກນ້ອຍ.
ໃນຕອນທ້າຍຂອງພິທີ ໄດ້ມອບ–ຮັບອຸປະກອນຢ່າງເປັນທາງການ ໂດຍໃຫ້ກຽດມອບຂອງ ທ່ານ ນາງ ໂອຢ່າ ຢ່າຊາຣ ແລະ ໃຫ້ກຽດຮັບຂອງ ທ່ານ ນາງ ອາພອນ ວິຊາເທບ ໂດຍຊ້ອງໜ້າ ທ່ານ ແຫວນເພັດ ລັດດາວົງ ຮອງປະທານຄະນະກໍາມະການປົກຄອງແຂວງ, ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ ເປັນສັກຂີ່ພິຍານ.
ການສະໜັບສະໜູນຄັ້ງນີ້ ເປັນຂີດໝາຍສຳຄັນ ໃນການຍົກສູງຄຸນນະພາບການດູແລແມ່-ເດັກ ຂອງໂຮງໝໍແຂວງສາລະວັນ ໃຫ້ມີຄວາມພ້ອມທັນສະໄໝ ແລະ ສາມາດຮອງຮັບຈຳນວນຄົນເຈັບທີ່ເພີ່ມຂຶ້ນ. ພ້ອມທັງ ສະແດງເຖິງມິດຕະ ພາບ ແລະ ຄວາມຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ຕວັກກີ ໃນການເສີມຂະຫຍາຍຄວາມຮ່ວມມືດ້ານສາທາລະນະສຸກ ລະຫວ່າງສອງປະເທດ ແລະ ສະແດງເຖິງຄວາມໃສ່ໃຈຕໍ່ວຽກງານອະນາໄມແມ່-ເດັກ ໂດຍສະເພາະການດູແລເດັກເກີດໃໝ່ ໃນໄລຍະວິກິດ ໃຫ້ມີເປີເຊັນລອດຊີວິດເພີ່ມຂື້ນ.
ແຫຼ່ງຂໍ້ມູນ: ໜັງສືພິມສາລະວັນ

