Homeຂ່າວພາຍ​ໃນມີລາຍຮັບ 94 ລ້ານໂດລາ ໃນປີ 2025 ຂະແໜງການທ່ອງທ່ຽວແຂວງຈໍາປາສັກ ສາມາດສ້າງລາຍຮັບຫຼາຍກວ່າ 94 ລ້ານໂດລາ

ມີລາຍຮັບ 94 ລ້ານໂດລາ ໃນປີ 2025 ຂະແໜງການທ່ອງທ່ຽວແຂວງຈໍາປາສັກ ສາມາດສ້າງລາຍຮັບຫຼາຍກວ່າ 94 ລ້ານໂດລາ

Published on

ໃນໄລຍະ 1 ປີຜ່ານມາ ຫຼື ປີ 2025 ທີ່ຜ່ານມາ, ແຂວງຈໍາປາສັກມີລາຍຮັບຫຼາຍກວ່າ 94 ລ້ານໂດລາຈາກຂະແໜງທ່ອງທ່ຽວໂດຍມີນັກທ່ອງທ່ຽວເຂົ້າມາທ່ຽວພາຍໃນແຂວງ ທັງໝົດ 728,064 ເທື່ອຄົນ, ໃນນັ້ນ,​ ນັກທ່ອງທ່ຽວພາຍໃນ 286,941 ຄົນ, ນັກທ່ອງທ່ຽວຊາຍແດນ 133.809 ຄົນ ແລະ ນັກທ່ອງທ່ຽວສາກົນ 307,314 ຄົນ.

ໃນ 5 ປີ​ ຂ້າງໜ້າ (2026-2030 ) ກ່ຽວກັບການພັດທະນາການທ່ອງທ່ຽວ, ອົງການປົກຄອງ ແຂວງຈໍາປາສັກ​ຈະເລັ່ງພັດທະນາ 4 ເຂດຫຼັກເປັນຕົ້ນ, ເຂດສີພັນດອນ, ເຂດວັດພູຈໍາປາສັກ (ມໍລະດົກໂລກ), ການທ່ອງທ່ຽວກະສິກໍາ ແລະ ທໍາມະຊາດພູພຽງບໍລະເວນ ແລະ ເຂດທ່ອງທ່ຽວປະຫວັດສາດວັດທະນະທໍາ ຢູ່ນະຄອນປາກເຊ ພ້ອມທັງປັບປຸງການບໍລິການປິ່ນອ້ອມ ເພື່ອອໍານວຍຄວາມສະດວກໃຫ້ນັກທ່ຽວທ່ອງນັບມື້ໃຫ້ຫຼາຍຂຶ້ນ.

ດ້ານການປັບປຸງການບໍລິການ, ແຂວງມີແຜນສ້າງ ແລະ ຂະຫຍາຍຜະລິດຕະພັນທ່ອງທ່ຽວໃໝ່ ແລະ ຍົກລະດັບມາດຕະຖານການບໍລິການໃນທຸກພາກສ່ວນ ເປັນຕົ້ນ, ສະຖານທີ່ບໍລິການ ໂດຍສະເພາະຮ້ານອາຫານ, ຮ້ານກາເຟ, ສະຖານທີ່ພັກແຮມ,​ ສ້າງຜະລິດຕະພັນທ່ອງທ່ຽວໃໝ່ທີ່ສໍາຄັນ​ ຕົ້ນຕໍການທ່ອງທ່ຽວພູໄຟລ້ານປີພູກະເຕະເຂດບ້ານໜອງຢາເທິງ​ ເມືອງປາກຊ່ອງ, ການຂະຫຍາຍສາຂາຮ້ານອາຫານ ແລະ ຮ້ານກາເຟຂອງຮ້ານ CC1971, ຈຸດຊົມວິວຮ້ານອາຫານລາວາ ຫຼັກ 30 ເມືອງປາກຊ່ອງ, ການບໍລິການເຮືອທ່ອງທ່ຽວທີ່ນໍ້າຂອງ ແລະ ຜະລິດຕະພັນທ່ອງທ່ຽວອື່ນໆຫຼາຍຢ່າງຂອງນັກທຸລະກິດທີ່ຕິດພັນກັບນໍ້າຕົກຕາດ ແລະ ແມ່ນໍ້າຂອງເຂດເມືອງປາກຊ່ອງ ແລະ ເມືອງໂຂງ.

ທີ່ມາ: ແຂວງຈໍາປາສັກ

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...