Homeຂ່າວຕ່າງປະເທດເຂົ້າຍຶດສິນຄ້າປອມ ເຈົ້າໜ້າທີ່ໄທເຂົ້າຍຶດສິນຄ້າປອມ ປະເພດຢາສະຫົວ, ຄີມອາບນໍ້າ ແລະ ຢາສີຟັນ ທີ່ຈັງຫວັດສະໝຸດສາຄອນ ປະເທດໄທ

ເຂົ້າຍຶດສິນຄ້າປອມ ເຈົ້າໜ້າທີ່ໄທເຂົ້າຍຶດສິນຄ້າປອມ ປະເພດຢາສະຫົວ, ຄີມອາບນໍ້າ ແລະ ຢາສີຟັນ ທີ່ຈັງຫວັດສະໝຸດສາຄອນ ປະເທດໄທ

Published on

ລາຍງານຈາກສຳນັກຂ່າວປະເທດໄທ ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ CIB ເຂົ້າກັກໂຕ ນາງ Sank ສັນຊາດມຽນມາ. ຢູ່ຕໍາບົນນາດີ, ອໍເພີສະມຸດສາຄອນ, ຈັງຫວັດສະມຸດສາຄອນ. ໂດຍສາມາດຍຶດສິນຄ້າພາຍໃນສາງຫຼາຍກວ່າ 200,000 ອັນ ປະກອບມີ: ຢາສະຜົມປອມ, ຄີມນວດປອມ, ຄີມອາບນໍ້າປອມ, ຢາສີຟັນປອມ ແລະ ອື່ນໆ. ຄະດີດັ່ງກ່າວເກີດຈາກຄຳຮ້ອງທຸກຂອງບັນດາຕົວແທນຈໍາໜ່າຍສິນຄ້າ ເພາະວ່າຜະລິດຕະພັນເຫຼົ່ານີ້ຖືກວາງຂາຍໃນລາຄາທີ່ຕໍ່າກວ່າລາຄາຕະຫຼາດ ເຮັດໃຫ້ສົ່ງຜົນກະທົບໃຫ້ແກ່ບັນດາຕົວແທນທີ່ຂາຍໃນລາຄາປົກກະຕິ.

ໃນເບື້ອງຕົ້ນ, ຜູ້ຕ້ອງສົງໄສໄດ້ຍອມຮັບວ່າ ເປັນເຈົ້າຂອງສິນຄ້າປອມ ໂດຍໄດ້ສົມຮູ້ຮ່ວມຄິດກັບຜົວຊາວຈີນ ເຈົ້າໜ້າທີ່ຈຶ່ງໄດ້ດຳເນີນຄະດີ ແລະ ຕັ້ງໃນຂໍ້ຫາຄື ຮ່ວມກັນຄອບຄອງສິນຄ້າປອມທີ່ມີເຄື່ອງໝາຍການຄ້າທີ່ຈົດທະບຽນໃນປະເທດໄທເພື່ອຂາຍ ແລະ ນຳໃຊ້ຊື່ ຫຼື ຂໍ້ຄວາມຂອງທຸລະກິດຂອງຄົນອື່ນເພື່ອຫຼອກລວງປະຊາຊົນ.

ຂໍເຕືອນສະຕິໃຫ້ທຸກທ່ານວ່າ ຢ່າເຫັນແກ່ຂອງຖືກ ແລະ ຄວນເລືອກຊື້ສິນຄ້ານໍາຮ້ານຄ້າ ຫຼື ນໍາຕົວແທນຈຳໜ່າຍທີ່ໜ້າເຊື່ອຖືເທົ່ານັ້ນ. ເພາະຖ້າຊື້ຖືກຂອງປອມ ໂດຍສະເພາະຜະລິດຕະພັນທີ່ຕ້ອງໃຊ້ກັບຮ່າງກາຍ ອາດຈະສົ່ງຜົນກະທົບຮ້າຍແຮງຕໍ່ສຸຂະພາບໄດ້.

ແຫຼ່ງຂໍ້ມູນ: ตำรวจสอบสวนกลาง

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...