Homeຂ່າວພາຍ​ໃນຄະນະຊີ້ນໍາລະດັບຊາດ ໄດ້ດຳເນີນກອງປະຊຸມປຶກສາຫາລື ກະກຽມກອງປະຊຸມສະຫຼຸບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ທົ່ວປະເທດ

ຄະນະຊີ້ນໍາລະດັບຊາດ ໄດ້ດຳເນີນກອງປະຊຸມປຶກສາຫາລື ກະກຽມກອງປະຊຸມສະຫຼຸບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ທົ່ວປະເທດ

Published on

ໃນຕອນເຊົ້າວັນທີ 3 ກຸມພາ 2026 ທີ່ຫໍປະຊຸມແຫ່ງຊາດ, ຄະນະຊີ້ນໍາລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ໄດ້ດຳເນີນກອງປະຊຸມປຶກສາຫາລື ແລະ ສ່ອງແສງຄວາມພ້ອມ ໃຫ້ແກ່ການກະກຽມກອງປະຊຸມສະຫຼຸບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ທົ່ວປະເທດ ໄລຍະປີ 2021-2025 ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສິພັນດອນ, ນາຍົກລັດຖະມົນຕີ, ປະທານຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ, ມີທ່ານຮອງປະທານ ແລະ ບັນດາທ່ານ ໃນຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງຂັ້ນສູນກາງ ເຂົ້າຮ່ວມແບບເຊິ່ງໜ້າ, ຕາງໜ້າຄະນະຊີ້ນຳວຽກງານ ແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.

ເນື້ອໃນຂອງກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານລັດຖະດຳລັດ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ສະບັບເລກທີ 171/ປປທ, ລົງວັນທີ 21 ຕຸລາ 2025. ຫຼັງຈາກນັ້ນ ກໍ່ໄດ້ຮັບຟັງ, ຄົ້ນຄວ້າ ແລະ ປະກອບຄໍາເຫັນ ດ້ວຍຄວາມຮັບຜິດຊອບສູງ ແລະ ກົງໄປກົງມາ ຕໍ່ບັນດາຮ່າງເອກະສານ ແລະ ຄໍາເຫັນເຈາະຈີ້ມ ຂອງທ່ານ ປະທານກອງປະຊຸມ ເປັນຕົ້ນ ຮ່າງດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ, ຮ່າງຂໍ້ຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ຂອງຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ, ຮ່າງແຜນດໍາເນີນງານ ຂອງຄະນະຊີ້ນໍາລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ປີ 2026, ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ໄລຍະ 5 ປີຜ່ານມາ (2021-2025).

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ, ປະທານຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ໄດ້ມີຄຳເຫັນສັງລວມເນື້ອໃນຂອງກອງປະຊຸມ, ພ້ອມທັງ ມີຄຳເຫັນເນັ້ນໜັກ ຕໍ່ຄະນະຊີ້ນຳລະດັບຊາດ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ຄົ້ນຄວ້າຊອກຫາສາເຫດທີ່ແທ້ຈິງ ທີ່ພາໃຫ້ມີຜົນສຳເລັດ ແລະ ຂໍ້ຄົງຄ້າງຕ່າງໆ, ລວມທັງ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານ ແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ໄລຍະຜ່ານມາ, ລວມທັງ ຫາງສຽງສັງຄົມ ຕໍ່ວຽກງານດັ່ງກ່າວ, ໃຫ້ກອງເລຂາຄະນະຊີ້ນຳລະດັບຊາດ ຄົ້ນຄວ້າປັບປຸງເນື້ອໃນ ບັນດາຮ່າງເອກະສານ ທີ່ນຳມາສະເໜີໃນກອງປະຊຸມຄັ້ງນີ້, ລວມທັງ ເອກະສານທີ່ກ່ຽວຂ້ອງ ໃຫ້ສອດຄ່ອງ, ເນື້ອໃນຄົບຖ້ວນສົມບູນ ແລະ ເປັນເອກະພາບໄປລວງດຽວກັນຕື່ມ, ພ້ອມກັນນັ້ນ ກໍ່ກວດກາ ແລະ ຄົ້ນຄວ້າປັບປຸງວັດຖຸພັນຍ້ອງຍໍ ໃຫ້ມີຄວາມທົນທານ, ມີຄຸນນະພາບ, ຮູບຊົງສະຫງ່າງາມ ແລະ ມີລັກສະນະເຄັ່ງຂຶມກວ່າເກົ່າ, ທັງກວດກາຄືນຜະລິດຕະພັນຍ້ອງຍໍ ທີ່ໄດ້ຜະລິດໄວ້ແລ້ວ ເພື່ອຫຼີກລ່ຽງການເຊື່ອມຄຸນນະພາບ; ຮີບຮ້ອນຄົ້ນຄວ້າ ອອກຄຳແນະນໍາ ກ່ຽວກັບການຄັດເລືອກ, ການສະເໜີເປົ້າໝາຍ ບຸກຄົນ ແລະ ການຈັດຕັ້ງທີ່ດີເດັ່ນ ເພື່ອບໍ່ໃຫ້ມີການຍ້ອງຍໍຊໍ້າຊ້ອນ, ຮັບປະກັນຄວາມວ່ອງໄວ, ທັນການ ແລະ ຖືກຕ້ອງຕາມກົດໝາຍ, ສືບຕໍ່ກະກຽມກອງປະຊຸມສະຫຼຸບຕີລາຄາຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ທົ່ວປະເທດ ໄລຍະ 2021-2025 ແລະ ທິດທາງແຜນການຮອດປີ 2030 ໂດຍເອົາໃຈໃສ່ດ້ານເນື້ອໃນ, ວັດຖຸພັນ (ຫຼຽນ-ໃບຍ້ອງຍໍ), ງົບປະມານ ແລະ ຄັດເລືອກໄດ້ວຽກດີຄົນເດັ່ນແທ້; ໃຫ້ຈັດຕັ້ງຄົ້ນຄວ້າ, ເຊື່ອມຊຶມບັນດາມະຕິ, ຄໍາສັ່ງ, ຄຳແນະນໍາ ແລະ ແຈ້ງການຂອງຂັ້ນເທິງ ກ່ຽວກັບວຽກງານແຂ່ງຂັນ-ຍ້ອງຍໍ, ແລ້ວຄົ້ນຄວ້າຜັນຂະຫຍາຍເປັນນິຕິກໍາຂັ້ນຂອງຕົນ ເພື່ອເປັນບ່ອນອີງ ໃຫ້ແກ່ການເຄື່ອນໄຫວວຽກງານ ມີປະສິດທິພາບ ແລະ ປະສິດທິຜົນສູງ, ໃຫ້ຄະນະຊີ້ນໍາ ກະຊວງ, ອົງການ ແລະ ທ້ອງຖິ່ນ ກວດກາເປົ້າໝາຍທີ່ໄດ້ຮັບການປະດັບຫຼຽນລະນຶກ 70 ປີ ຂອງພັກ ແຕ່ຍັງບໍ່ໄດ້ຮັບເງິນນະໂຍບາຍ ໂດຍສະເພາະ ພະນັກງານບໍານານ ເພື່ອສະຫຼຸບລາຍງານຕໍ່ຂັ້ນເທິງ ໃຫ້ທິດຊີ້ນໍາໂດຍໄວ.

ແຫຼ່ງຂໍ້ມູນ: Lao National Radio

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...