Home​ຂ່າວທ່ອງທ່ຽວສ້າງລາຍຮັບກວ່າ 74 ຕື້ກີບ ໃນປີ 2025 ແຂວງອັດຕະປື ສາມາດດຶງດູດນັກທ່ອງທ່ຽວໄດ້ 160,067 ຄົນ ສ້າງລາຍຮັບໄດ້ 74 ຕື້ກີບ...

ສ້າງລາຍຮັບກວ່າ 74 ຕື້ກີບ ໃນປີ 2025 ແຂວງອັດຕະປື ສາມາດດຶງດູດນັກທ່ອງທ່ຽວໄດ້ 160,067 ຄົນ ສ້າງລາຍຮັບໄດ້ 74 ຕື້ກີບ ປະຕິບັດໄດ້ 113,84%

Published on

ແຫຼ່ງຂ່າວຈາກ ແຂວງອັດຕະປື ລາຍງານໃຫ້ຮູ້ວ່າ: ໃນໄລຍະ 1 ປີ ຜ່ານມາ, ແຂວງອັດ​ຕະປື ໄດ້ດໍາເນີນກິດຈະກຳຢ່າງຕັ້ງໜ້າຕາມແຜນການເຮັດໃຫ້ວຽກ​ງານສົ່ງເສີມການທ່ອງທ່ຽວ ມີຄວາມຄືບໜ້າຫຼາຍ ໂດຍສາມາດດຶງດູດນັກທ່ອງທ່ຽວໄດ້ 160,​067 ຄົນ,​ ໃນນີ້​ ນັກທ່ອງທ່ຽວພາຍໃນ 31,​217 ຄົນ,​ ນັກທ່ອງທ່ຽວ​ ຊາຍແດນ 91,​096 ຄົນ​ ແລະ​ ນັກທ່ອງທ່ຽວສາກົນ 37,​754 ຄົນ,​ ທຽບໃສ່ແຜນ​ການປະ ຕິບັດໄດ້ 113,84% ແລະ ສາມາດສ້າງລາຍຮັບໄດ້ 74 ຕື້ກີບ.

ທ່ານ ອ໋ອງຄຳ ຄູນສະໄໝ ຮອງຫົວ​ໜ້າພະແນກ​ ວັດທະນະທຳ ແລະ ການທ່ອງທ່ຽວ​ ແຂວງອັດ​ຕະປື ໄດ້ລາຍງານຕໍ່ກອງປະຊຸມສະຫຼຸບວຽກ​ງານວັດທະນະທໍາ ແລະ​ ການທ່ອງ​ທ່ຽວ​ ປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ເມື່ອບໍດົນຜ່ານມານີ້ວ່າ: ຕະຫຼອດໄລຍະ​ 1​ ປີຜ່ານມາ​ ແຂວງອັດຕະປື​ ກໍ່ຄື​ພະແນກ​ວັດທະນະທໍາ​ ແລະ​ ການທ່ອງທ່ຽວ​ແຂວງ​ ໄດ້ສຸມໃສ່ພັດ​ທະນາແຫຼ່ງທ່ອງທ່ຽວ, ໂດຍການສໍາຫຼວດຂຶ້ນບັນຊີແຫຼ່ງທ່ອງທ່ຽວໄດ້ທັງໝົດ​ 90 ແຫ່ງ,​ທຽບໃສ່ແຜນ​ການປະຕິບັດໄດ້ 100%,​ ສໍາຫຼວດ ແລະ​ ກໍານົດຂອບເຂດສໍາລັບໂຄງການຕ່າງໆ ເຊັ່ນ: ອ່າງນໍ້າເຂື່ອນເຊກະໝານ 1, ສວນອະນຸສອນສະຖານລົດຕັງປາງສົງ​ຄາມ ເພື່ອກະກຽມການພັດທະນາໃນອະນາຄົດ ແລະ ໄດ້ລົງສໍາຫຼວດຖ້ຳພູແດງ, ເສັ້ນ​ທາງໂຮ່ຈີ່ມິງ ລວມທັງການເປີດປະມູນການສໍາປະທານພັດທະນາແຫຼ່ງທ່ອງ​ທ່ຽວຕາດແຊພະ ແລະ ຕາດແຊປ້ອງໄລ, ເອົາ​ໃຈໃສ່ຄຸ້ມຄອງແຫຼ່ງທ່ອງທ່ຽວຢ່າງຕໍ່​ເນື່ອງ,​ ໂດຍໄດ້ອອກໃບອະນຸ​ຍາດໃໝ່ 2 ຫົວໜ່ວຍ ແລະ ສືບຕໍ່ໃບອະນຸຍາດ 13 ຫົວໜ່ວຍ,​ ໄດ້ສົມ​ທົບກັບພາກສ່ວນທີ່ກ່ຽວຂ້ອງລົງຕິດຕາມ, ກວດກາ ແລະ ປະເມີນດ້ານມາດຕະຖານ ຂອງສະຖານບໍ​ລິການເປີດໃໝ່ ກ່ອນອອກອະນຸຍາດດໍາເນີນທຸລະກິດທ່ອງທ່ຽວ 2 ຫົວ​ໜ່ວຍ. ພ້ອມນີ້,ໄດ້ລົງຕິດ​ຕາມກວດກາການບໍລິການ ແລະ​ ແກ້ໄຂຫົວ​ໜ່ວຍທີ່ລະເມີດລະບຽບການ 2 ຫົວໜ່ວຍ ແລະ ໄດ້ອອກແຈ້ງການໃຫ້ຫົວ​ໜ່ວຍທຸລະກິດ ປະຕິບັດຕາມໂມງເວລາເປີດ-ປິດຢ່າງເຂັ້ມງວດ.

ແຫຼ່ງຂໍ້ມູນ: ຂ່າວສານແຂວງອັດຕະປື

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...