Homeຂ່າວພາຍ​ໃນໄດ້ບໍ່ເສຍຄ່າຜ່ານທາງ ຢູ່ເສັ້ນທາງ 16 W ຈຸດເກັບເງິນ ບ້ານຄັນແຍງ ຫາ ຫ້ວຍເພັກ, ເມືອງໂພນທອງ, ແຂວງຈໍາປາສັກ ໃນໄລຍະບຸນນະມັດສະການຜາສາດຫີນວັດພູຈໍາປາສັກ

ໄດ້ບໍ່ເສຍຄ່າຜ່ານທາງ ຢູ່ເສັ້ນທາງ 16 W ຈຸດເກັບເງິນ ບ້ານຄັນແຍງ ຫາ ຫ້ວຍເພັກ, ເມືອງໂພນທອງ, ແຂວງຈໍາປາສັກ ໃນໄລຍະບຸນນະມັດສະການຜາສາດຫີນວັດພູຈໍາປາສັກ

Published on

ອີງຕາມແຈ້ງການຂອງຫ້ອງວ່າການແຂວງຈໍາປາສັກແຂວງຈໍາປາສັກ, ເລກທີ 111 /ຫວຂ.ຈສ  ລົງວັນທີ 30 ມັງກອນ 2026.

ອີງຕາມ ໜັງສືແຈ້ງເຈດຈໍານົງຂອງ ບໍລິສັດດວງດີກໍ່ສ້າງຂົວ-ທາງ ສະບັບເລກທີ 04/ບດດ ລົງວັນທີ 30 ມັງກອນ 2026.

ຫ້ອງວ່າການແຂວງຈໍາປາສັກ ຂໍຖືເປັນກຽດແຈ້ງມາຍັງ ພະແນກການ, ກົມກອງ, ອົງການລັດທຽບເທົ່າພະແນກ ຂັ້ນແຂວງ, ນະຄອນປາກເຊ, 9 ເມືອງ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ຮັບຊາບກ່ຽວກັບ ການປະຕິບັດນະໂຍບາຍບໍ່ເສຍ ຄ່າຜ່ານທາງ ຕາມເສັ້ນທາງ 16 W ຢູ່ຈຸດເກັບເງິນບ້ານຄັນແຍງ ຫາ ຫ້ວຍເພັກ ເມືອງໂພນທອງ ແຂວງຈໍາປາສັກ ສໍາລັບ ລົດບາງປະເພດ: (ປະເພດທີ 03, ລົດ 04 ລໍ້) ຄື: ລົດເກັ່ງ, ລົດຈິບ, ລົດກະບະ ແລະ ລົດຕູ້ໂດຍສານບໍ່ເກີນ 7 ບ່ອນນັ່ງ, ເຊິ່ງໄດ້ກໍານົດໄລຍະເວລາໃນການປະຕິບັດ ດັ່ງນີ້:

– ໄລຍະທີ 01: ເລີ່ມແຕ່ ເວລາ 12:00 ໂມງ (ຕອນທ່ຽງ) ຂອງວັນທີ 31 ມັງກອນ 2026 ຮອດເວລາ 00:00 ໂມງ (ຕອນກາງຄືນ) ກົງກັບມື້ເປີດງານບຸນນະມັດສະການຜາສາດຫີນວັດພູຈໍາປາສັກ ປະຈໍາປີ 2026 ຢ່າງເປັນທາງການ.

– ໄລຍະທີ 2: ເລີ່ມແຕ່ ເວລາ 00:00 ໂມງ (ຕອນກາງຄືນ) ຮອດເວລາ 12:00 ໂມງ (ຕອນທ່ຽງ) ຂອງ ວັນທີ 02 ກຸມພາ 2026, (ກົງກັບມື້ຕັກບາດໃນງານບຸນນະມັດສະການຜາສາດຫີນວັດພູຈໍາປາສັກ ປະຈໍາປີ 2026).

ສໍາລັບ. ລົດຂົນສົ່ງຜູ້ໂດຍສານ, ລົດຂົນສົ່ງສິນຄ້າ ປະເພດ 6 ລໍ້ຂຶ້ນໄປ ແມ່ນຈະໄດ້ຈ່າຍຄ່າຜ່ານເສັ້ນທາງ ຕາມອັດຕາປົກກະຕິ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...