Homeເລືອກຕັ້ງສິດປ່ອນບັດເລືອກຕັ້ງ ທີ່ທຸກທ່ານຄວນຮູ້ ເຊິ່ງໄດ້ກຳນົດເອົາ ວັນທີ 22 ກຸມພາ 2026 ເປັນມື້ປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ...

ສິດປ່ອນບັດເລືອກຕັ້ງ ທີ່ທຸກທ່ານຄວນຮູ້ ເຊິ່ງໄດ້ກຳນົດເອົາ ວັນທີ 22 ກຸມພາ 2026 ເປັນມື້ປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

Published on

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຈະຈັດຂຶ້ນໃນວັນທີ 22 ກຸມພາ 2026 ທີ່ມາເຖິງນີ້ ແມ່ນການເລືອກຕັ້ງທີ່ດໍາເນີນຂຶ້ນຢ່າງເປັນປະຊາທິປະໄຕ ໂດຍມີພັກປະຊາຊົນປະຕິວັດລາວ ເປັນແກນນຳ ເພື່ອເລືອກຕັ້ງບັນດາຜູ້ແທນປະຊາຊົນ ເຂົ້າໄປຈັດຕັ້ງປະຕິບັດໜ້າທີ່ໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ຜົນຂອງການເລືອກຕັ້ງ ຈະສະທ້ອນເຖິງຈິດໃຈອັນເປັນເອກະພາບຂອງປະຊາຊົນລາວບັນດາເຜົ່າ ແລະ ເປັນການຮັບປະກັນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງ, ແຜນນະໂຍບາຍ ຂອງພັກ, ລັດຖະທຳມະນູນ ແລະ ກົດໝາຍ ຂອງລັດ. ພັກ ແລະ ລັດ ຖືເປັນໜ້າທີ່ອັນສຳຄັນໃນການຊີ້ນຳ, ຊຸກຍູ້ ແລະ ຈັດຕັ້ງການເລືອກຕັ້ງໃຫ້ດຳເນີນໄປຢ່າງສະຫງົບສຸກ, ມີປະສິດທິຜົນ ແລະ ຖືກຕ້ອງຕາມກົດໝາຍ ແລະ ນິຕິກໍາຂອງຄະນະກໍາມະການເລືອກຕັ້ງລະດັບຊາດ.

ສຳລັບ ການກໍານົດເວລາປ່ອນບັດເລືອກຕັ້ງ ແມ່ນໃຫ້ເລີ່ມແຕ່ 07:00 ໂມງ ຫາ 17:00 ໂມງ, ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງຕົກລົງ ພິທີໄຂ ຫຼື ອັດ ໄວ ຫຼື ຊ້າກວ່າເວລາທີ່ໄດ້ກຳ ນົດໄວ້ນັ້ນກໍໄດ້ ໂດຍອີງໃສ່ສະພາບການຕົວຈິງຂອງແຕ່ລະບ່ອນ ແຕ່ບໍ່ໃຫ້ໄຂພິທີກ່ອນ 05:00 ໂມງ ແລະ ອັດພິທີຊ້າ ກວ່າ 18:00 ໂມງ.

ສ່ວນລະບຽບການປ່ອນບັດເລືອກຕັ້ງ,ສະຖານທີ່ປ່ອນບັດເລືອກຕັ້ງ ໃຫ້ຈັດໃສ່ບ່ອນທີ່ເຫັນວ່າ ເໝາະສົມ, ສະດວກດີ ແລະ ມີຄວາມປອດໄພ ເຊັ່ນ: ໂຮງຮຽນ, ສະໂມສອນ, ວັດ ຫຼື ສະຖານທີ່ອື່ນ ໂດຍຈັດເປັນຫ້ອງສະເພາະ ເພື່ອໃຫ້ຜູ້ປ່ອນບັດຂີດບັດລົງຄະແນນສຽງເລືອກຕັ້ງ; ການປ່ອນບັດເລືອກຕັ້ງສະມາຊິກສະພາ ໃນແຕ່ລະໜ່ວຍເລືອກຕັ້ງ ໃຫ້ມີສອງຫີບປ່ອນບັດ ຄື ຫີບປ່ອນບັດສະມາຊິກສະ ພາແຫ່ງຊາດ ແລະ ຫີບປ່ອນບັດສະມາຊິກສະພາປະຊາຊົນຂັ້ນແຂວງ ລາຍລະອຽດຈະມີຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງແນະນໍາຢູ່ສະຖານທີ່ປ່ອນບັດ.

ສິດປ່ອນບັດເລືອກຕັ້ງ:

– ພົນລະເມືອງລາວ ອາຍຸ 18 ປີຂຶ້ນໄປ ມີສິດປ່ອນບັດ

– ຕ້ອງມີສຳມະໂນຄົວ ຫຼື ບັດປະຈຳຕົວ

ສິດສະໝັກຮັບເລືອກຕັ້ງ:

– ຕ້ອງເປັນພົນລະເມືອງລາວໂດຍກຳເນີດ

– ອາຍຸ 21 ປີຂຶ້ນໄປ

– ມີຄຸນສົມບັດຄົບຖ້ວນຕາມກົດໝາຍ

ຜູ້ທີ່ບໍ່ມີສິດ:

– ຜູ້ເປັນບ້າ, ເສຍຈິດ

– ຜູ້ຖືກສານຕັດສິນລົງໂທດຕັດອິດສະລະພາບ ແລະ ປົດສິດເລືອກຕັ້ງ

ການເລືອກຕັ້ງຄັ້ງນີ້ ແມ່ນສິດທິພື້ນຖານຂອງພວກເຮົາທຸກຄົນ ໃນການເລືອກຜູ້ແທນປະຊາຊົນ ທີ່ຈະໄປຮັບໃຊ້ປະເທດຊາດ ແລະ ພັດທະນາບ້ານເມືອງຂອງພວກເຮົາຕໍ່ໄປ.

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...