Homeກໍ່ສ້າງເສັ້ນທາງທະນາຄານໂລກລົງຢ້ຽມຢາມ ຕິດຕາມການກໍ່ສ້າງທາງຫຼວງແຫ່ງຊາດ ເລກ 2W ແຕ່ເມືອງໄຊ ຫາ ເມືອງປາກແບງ ແລະ ທາງຫຼວງທ້ອງຖິ່ນ ຢູ່ແຂວງອຸດົມໄຊ ເພື່ອຍົກລະດັບການເຊື່ອມໂຍງແລວທາງເສດຖະກິດ

ທະນາຄານໂລກລົງຢ້ຽມຢາມ ຕິດຕາມການກໍ່ສ້າງທາງຫຼວງແຫ່ງຊາດ ເລກ 2W ແຕ່ເມືອງໄຊ ຫາ ເມືອງປາກແບງ ແລະ ທາງຫຼວງທ້ອງຖິ່ນ ຢູ່ແຂວງອຸດົມໄຊ ເພື່ອຍົກລະດັບການເຊື່ອມໂຍງແລວທາງເສດຖະກິດ

Published on

ວັນທີ 26 ມັງກອນ 2026 ທີ່ຜ່ານມາ, ຄະນະຜູ້ແທນຈາກທະນາຄານໂລກ (World Bank) ນຳໂດຍ ທ່ານ ນາງ ມາຣຽມ ເຊີແມນ (Ms. Mariam J. Sherman), ຜູ້ອຳນວຍການຫ້ອງການທະນາຄານໂລກ ປະຈຳຂົງເຂດ ຫວຽດນາມ, ກຳປູເຈຍ ແລະ ສປປ ລາວ ພ້ອມດ້ວຍ ທ່ານ ຂວີມາ ນທາຣາ (Mr. Khwima Nthara), ຫົວໜ້າທະນາຄານໂລກ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ລົງເຄື່ອນໄຫວ ຕິດຕາມ ແລະ ກວດກາ ພາກສະໜາມ ບັນດາໂຄງການກໍ່ສ້າງ ແລະ ປັບປຸງເສັ້ນທາງ ພາຍໃຕ້ໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ (SEARECC) ຢູ່ ແຂວງອຸດົມໄຊ.

ໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ແມ່ນຍຸດທະສາດສຳຄັນຂອງ ລັດຖະບານ ສປປ ລາວ ໃນການຜັນຂະຫຍາຍຜົນປະໂຫຍດ ຈາກ ທາງລົດໄຟ ລາວ-ຈີນ ເພື່ອຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນສູນກາງການເຊື່ອມຈອດ-ເຊື່ອມໂຍງ ແລະ ການບໍລິການໂລຈິສຕິກໃນພາກພື້ນ. ຄວາມຄືບໜ້າການກໍ່ສ້າງທາງຫຼວງແຫ່ງຊາດ ເລກ 2W (ເມືອງໄຊ-ເມືອງປາກແບງ) ໂຄງການກໍ່ສ້າງທາງ ເລກ 2W ມີລວງຍາວທັງໝົດ 136 ກິໂລແມັດ, ແບ່ງເປັນ 3 ສັນຍາ ໂດຍນຳໃຊ້ຮູບແບບສັນຍາບູລະນະຮັກສາທາງ (OPBRC) ໄລຍະ 10 ປີ (ກໍ່ສ້າງ 3 ປີ ແລະ ບູລະນະ 7 ປີ). ເຊິ່ງມີລາຍລະອຽດແຕ່ລະຈຸດ ດັ່ງນີ້: ສັນຍາທີ 1 (ກມ 0 ຫາ ກມ 68.4) ເລີ່ມແຕ່ ສາມແຍກທາງ 13 ເໜືອ (ເມືອງໄຊ ຫາ ເຂດເມືອງແບງ, ມີຄວາມຄືບໜ້າແລ້ວ 11,32%. ສັນຍາທີ 2 (ກມ 68.4 ຫາ ກມ 121) ເລີ່ມແຕ່ ເມືອງແບງ ຫາ ເມືອງຮຸນ, ມີຄວາມຄືບໜ້າ 4,37% ແລະ ສັນຍາທີ 3 (ກມ 121 ຫາ ກມ 136) ເລີ່ມແຕ່ ເມືອງຮຸນ ຫາ ເທດສະບານເມືອງປາກແບງ, ປະຈຸບັນ ກຳລັງຢູ່ໃນຂັ້ນຕອນການສຳຫຼວດ ເພື່ອອອກແບບລະອຽດ ແລະ ເສັ້ນທາງຫຼວງທ້ອງຖີ່ນ ເລກທີ 1867 ແຕ່ ເທດສະບານເມືອງຮຸນ ຫາ ຊາຍແດນເມືອງນາແລ ແຂວງຫຼວງນໍ້າທາ, ເຊີ່ງມີລວງຍາວທັງໝົດ 41 ກິໂລແມັດ, ເປັນສັນຍາຮູບແບບມອບເໝົາປະສົມປະສານ (The Hybrid PBC) ໄລຍະກໍ່ສ້າງ 2 ປີ ແລະ ບູລະນະຮັກສາ 3 ປີ, ປະຈຸບັນ ມີຄວາມຄືບໜ້າ 73,15%.

ຜ່ານການກວດກາ, ທີມງານພົບວ່າ ຍັງມີບາງສິ່ງທ້າທາຍ ເປັນຕົ້ນແມ່ນ ສະພາບຝົນຕົກໜັກ ໃນໄລຍະຊ່ວງຝົນຜ່ານມາ ເຮັດໃຫ້ບາງໜ້າວຽກຫຼຸດແຜນການ ແລະ ບັນຫາກົນຈັກ, ແຮງງານ. ເຖິງຢ່າງໃດກໍຕາມ ຍ້ອນການປະສານງານທີ່ດີ ລະຫວ່າງ ເຈົ້າຂອງໂຄງການ, ທີ່ປຶກສາ ແລະ ບໍລິສັດຜູ້ຮັບເໝົາ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດມີຄວາມສະດວກໃນຫຼາຍດ້ານ.

ການຢ້ຽມຢາມ, ຄະນະຜູ້ແທນທະນາຄານໂລກ ໄດ້ເນັ້ນໜັກໃຫ້ ບໍລິສັດຜູ້ຮັບເໝົາ ເລັ່ງຈັດຕັ້ງປະຕິບັດວຽກງານໂຄງສ້າງ ແລະ ລະບົບລະບາຍນ້ຳໃຫ້ສຳເລັດຕາມກຳນົດເວລາ, ພ້ອມທັງເອົາໃຈໃສ່ວຽກງານສິ່ງແວດລ້ອມ-ສັງຄົມ ແລະ ຄວາມປອດໄພທາງບົກຢ່າງເຂັ້ມງວດ ເພື່ອໃຫ້ເສັ້ນທາງດັ່ງກ່າວກາຍເປັນເສັ້ນທາງຍຸດທະສາດທີ່ຊ່ວຍຊຸກຍູ້ເສດຖະກິດ-ສັງຄົມ ຂອງແຂວງອຸດົມໄຊ ໃຫ້ຂະຫຍາຍຕົວຢ່າງຍືນຍົງ.

ແຫຼ່ງຂໍ້ມູນ: Media Laos

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...